spot_img
Homeຂ່າວການສຶກສາລາວໂພສຕ໌ ມອບທຶນການສຶກສາ ໃຫ້ນັກຮຽນເກັ່ງ

ລາວໂພສຕ໌ ມອບທຶນການສຶກສາ ໃຫ້ນັກຮຽນເກັ່ງ

Published on

 laopost.com2

 

laopost.com

ເນື່ອງຈາກທາງທີມງານສຳນັກຂ່າວ ລາວໂພສຕ໌ ເຫັນວ່າ ທ້າວ ໂດ້ ທະວີສັກ ນັກຮຽນຫ້ອງ ມ5/1 ໂຮງຮຽນ ມັດທະຍົມຕອນປາຍ ຈັນທະບູລີ ເປັນຜູ້ມີທັກສະໃນການແປແລະຕິດຕັ້ງເວັບໄຊໄດ້ ຈຶ່ງຢາກສະໜັບສະໜຸນຊຸກຍູ້ກຳລັງໃຈແກ່ນ້ອງ ເພື່ອໃຫ້ສືບຕໍ່ສຶກສາໃນວິຊາການທີ່ຕົນມັກ ໃຊ້ເວລາໃຫ້ເປັນປະໂຫຍດ ແລະເປັນຕົວຢ່າງນັກຮຽນທີ່ໃຊ້ເວລາວ່າງໃນການສຶກສາຫາຄວາມຮູ້ດ້ວຍໂຕເອງ ຈົນກາຍເປັນຄົນເກັ່ງ.

ທ້າວ ໂດ້ ທະວີສັກ ໄດ້ສະແດງຄວາມຮູ້ສຶກວ່າ ທີ່ຈິງກໍໄດ້ຮູ້ຈັກກັບທີມງານລາວໂພສຕ໌ແລ້ວຫຼາຍປີ ແຕ່ບໍ່ເຄີຍເຫັນໜ້າ ແລະດີໃຈຫຼາຍທີ່ໄດ້ທອດຖອນບົດຮຽນ ໃນໄລຍະທີ່ຜ່ານມາ ເຮັດໃຫ້ຕົນເອງຮູ້ຈັກກັບຄຳວ່າເວັບໄຊດີຂຶ້ນ. ເວັບທີ່ຕົນເອງເປັນຜູ້ຕິດຕັ້ງແລະເບິ່ງແຍງຢູ່ກໍມີ www.deklao.com ເຊິ່ງເພື່ອນສາມາດເຂົ້າໄປທ່ອງໄດ້ແລ້ວ. ໃນໂອກາດນີ້ກໍຂໍຂອບໃຈຕໍ່ທີມງານລາວໂພສຕ໌ ໂດຍສະເພາະແມ່ນ ອ້າຍວັນໄຊ ດອນເມືອງ ທີ່ໄດ້ການແນະນຳຊ່ວຍເຫຼືອຜ່ານທາງອິນເຕີເນັດ ເຊິ່ງປະເມີນຄ່າບໍ່ໄດ້ ແລະນ້ອງກໍຈະສືບຕໍ່ສຶກສາຮຽນຮູ້ວິຊານີ້ໃຫ້ນັບມື້ດີຂຶ້ນ.

ທ່ານ ອາຈານທອງດີ ແກ້ວມີໄຊ ຮອງຜູ້ອຳນວຍການ ໂຮງຮຽນ ມັດທະຍົມປາຍຈັນທະບູລີ ກໍໄດ້ສະແດງຄວາມດີໃຈຕໍ່ນ້ອງ ໂດ້ ທະວີສັກ ທີ່ເປັນຄົນເກັ່ງ ເຊິ່ງອາຈານກ່າວວ່າ: ທີ່ຜ່ານມາກໍບໍ່ຮູ້ວ່ານ້ອງ ມີຄວາມຮູ້ແລະເກັ່ງໃນດ້ານນີ້ ເພາະໃນໂຮງຮຽນມັດທະຍົມ ກໍຍັງບໍ່ໄດ້ສິດສອນວິຊາດັ່ງກ່າວເທື່ອ ແຕ່ກໍຮູ້ສຶກດີໃຈຫຼາຍທີ່ນັກຮຽນຂອງເຮົາ ມີຄວາມຮັກແລະມີຄວາມຮູ້ດ້ານເວັບໄຊ ແລະຂໍສະແດງຄວາມຂອບໃຈຕໍ່ທີມງານລາວໂພສຕ໌ ທີ່ໄດ້ໃຫ້ການຊຸກຍູ້ກິດຈະກຳ ຂອງນັກຮຽນເຮົາໃນຄັ້ງນີ້ ແລະຫວັງວ່າຈະໄດ້ຮັບການຊຸກຍູ້ ສົ່ງເສີມຕື່ມອີກໃນໂອກາດໜ້າ.

ທ່ານ ວັນໄຊ ດອນເມືອງ ນັກອອກແບບເວັບໄຊ ຊື່ດັງຜູ້ສ້າງສັນເວັບໄຊ www.laopost.com ໄດ້ກ່າວວ່າ ເຮົາເຫັນຄວາມສາມາດຂອງນ້ອງແລ້ວ ເກີດແນວຄິດຢາກສົ່ງເສີມນ້ອງ ກໍເລີຍພະຍາຍາມໃຫ້ຄວາມຊ່ວຍເຫຼືອມາຕະຫຼອດ. ນັກຮຽນ-ນັກສຶກສາທ່ານໃດ ມີຄວາມສົນໃຈໃນທາງນີ້ ສາມາດປຶກສາຫາລືໄດ້ ເຊິ່ງຕົວຢ່າງກໍແມ່ນໃຫ້ເບິ່ງນ້ອງ ໂດ້ ທະວີສັກ ທີ່ບໍ່ເຄີຍເຫັນກັນຈັກເທື່ອ ແຕ່ກໍສາມາດຮຽນຮູ້ແລະເຮັດວຽກນຳກັນຜ່ານລະບົບອິນເຕີເນັດໄດ້.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...