Homeຂ່າວຕ່າງປະເທດລະວັງ! ມົ້ວກັນກາງນ້ຳ ຂອງຕິດກັນຈົນຖອດບໍ່ໄດ້

ລະວັງ! ມົ້ວກັນກາງນ້ຳ ຂອງຕິດກັນຈົນຖອດບໍ່ໄດ້

Published on

laopost_sex on sea

ເມື່ອວັນທີ 17 ຕຸລາ 2014 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດຫຼາຍສຳນັກລາຍງານ ເລື່ອງລາວທີ່ເຄີຍໄດ້ຍິນ ແບບໄສຍະສາດວ່າໃສ່ກະແຈຂອງ ແລ້ວເຮັດໃຫ້ຂອງຕິດກັນ (ປ້ອງກັນຜົວຫຼືເມຍນອກໃຈ) ມື້ນີ້ເປັນເລື່ອງຈິງ ເມື່ອຄູ່ຮັກຄູ່ໜຶ່ງໃນອິຕາລີ ໄປຟາດກັນສຸດຕື່ນເຕັ້ນກາງທະເລ ແຕ່ເຮັດໄປເຮັດມາ ອະໄວຍະວະເພດທັງສອງຄົນ ຕິດກັນຈົນເອົາອອກບໍ່ໄດ້ ຕ້ອງນຳສົ່ງໂຮງໝໍພາບສອງ ໃຫ້ແພດຊ່ວຍເອົາອອກໃຫ້.

ເຫດການເກີດຂຶ້ນໃນແຄວ້ນມາເກຂອງອິຕາລີ ຄູ່ຮັກຄູ່ໜຶ່ງເຊິ່ງບໍ່ໄດ້ຮັບການເປີດເຜີຍຊື່ ໄດ້ໄປຍ່າງຫຼິ້ນບໍລິເວນຫາດຊາຍ ແຄມທະເລແຫ່ງໜຶ່ງ ແລະພວກເຂົາໄດ້ໃຊ້ຊ່ວງເວລາທີ່ອາກາດອົບອຸ່ນນີ້ ກອດຈູບແລະບັນເລງເພງຮັກກັນ ຢ່າງຕື່ນເຕັ້ນໃນນ້ຳ ແຕ່ເຫດການບໍ່ຄາດຄິດໄດ້ເກີດຂຶ້ນ ເມື່ອພວກເຂົາບໍ່ສາມາດຖອດອະໄວຍະວະ ອອກຈາກກັນໄດ້ ເນື່ອງຈາກເກີດການດູດກັນພາຍໃນນ້ຳ ເຖິງແມ່ນວ່າຈະພະຍາຍາມດຶງອອກ ປານໃດກໍບໍ່ສຳເລັດ ເຮັດໃຫ້ເລື່ອງໜ້າຕື່ນເຕັ້ນນີ້ ກາຍເປັນຝັນຮ້າຍທີ່ທັງສອງ ຕ້ອງຈົດຈຳໄປຕະຫຼອດຊີວິດ.

ໂຊກດີທີ່ມີຜູ້ຍິງຜູ້ໜຶ່ງຍ່າງຜ່ານມາເທິງຫາດຊາຍດັ່ງກ່າວພໍດີ ທັງສອງຈຶ່ງໄດ້ຂໍຄວາມຊ່ວຍເຫຼືອ ແລະລາວກໍໄດ້ເອົາແພຂົນໜູໄປໃຫ້ ເພື່ອປົກປິດຮ່າງກາຍຂອງທັງສອງ ກ່ອນຈະຖືກນຳສົ່ງໂຮງໝໍດ່ວນ ເຊິ່ງຈາກບັນຫາທີ່ໜ້າອັບອາຍນີ້ ແພດກໍໄດ້ໃຊ້ຢາຂະຫຍາຍປາກມົດລູກ (ທີ່ມັກໃຊ້ກັບແມ່ໃກ້ເກີດລູກ) ເພື່ອໃຫ້ທັງສອງສາມາດຖອດ ອະໄວຍະວະເພດອອກຈາກກັນໄດ້ໃນທີ່ສຸດ.

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...