spot_img
Homeຂ່າວທ້ອງຖິ່ນເມືອງສອງຄອນ ຍັງປະສົບບັນຫາໜັກຈາກສະພາບນໍ້າຖ້ວມນໍ້າເຊບັງຫຽງຍັງສືບຕໍ່ເພີ່ມຂຶ້ນ

ເມືອງສອງຄອນ ຍັງປະສົບບັນຫາໜັກຈາກສະພາບນໍ້າຖ້ວມນໍ້າເຊບັງຫຽງຍັງສືບຕໍ່ເພີ່ມຂຶ້ນ

Published on

ສະພາບນ້ຳຖວ້ມຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເຫັນວ່າ ລະດັບນ້ຳເຊບັງຫຽງ ໄດ້ເພີ່ມລະດັບຂື້ນຢ່າງຕ່ໍເນື່ອງ ໃນເວລາ 16 ແລງ ຂອງວັນທີ 20 ຕຸລາ 2020 ລະດັບເຊບັງຫຽງ ຢູ່ສະຖານີລະຫານ້ຳ ວັດແທກໄດ້ 18 ແມັດ14 ຊັງຕີແມັດ ເຊິ່ງໄດ້ກາຍເຂດລະວັງໄພ 14ແມັດ 50 ຊັງຕີແມັດ.

ນ້ຳໄດ້ໄຫຼລົ້ນຝັ່ງ ແລະ ໄຫຼເຂົ້າຖ້ວມເຮືອນຊານຂອງປະຊາຊົນໃນຫຼາຍພື້ນທີ່ແລ້ວ ໂດຍສະເພາະໃນເຂດພື້ນລຸ່ມຕ່ຳ ໃນ 4 ກຸ່ມບ້ານ ມີກຸ່ມບ້ານທີ 12 ລະຫານໍ້າ, ກຸ່ມບ້ານທີ 11 ສອງຄອນ, ກຸ່ມບ້ານທີ 6 ແກ້ງໂດນ ແລະ ກຸ່ມບ້ານທີ 10 ຊະແຍກ ລວມທັງໝົດ 21 ບ້ານ, 2.327 ຄອບຄົວ, ພົນລະເມືອງ 13.455 ຄົນ,ເນື້ອທີ່ນາຖືກຖ້ວມ ທັງໝົດ 4.693 ເຮັກຕາ, ນອງປາ 289 ໜອງ, ເນື້ອທີ່ສວນ 96 ເຮັກຕາ, ງົວຕາຍ 4 ໂຕ, ວິດຖ່າຍ 814 ໜ່ວຍ, ລະບົບຊົລະປະທານ 9 ແຫ່ງ, ສະພາບເສັ້ນທາງ ຫຼາຍຈຸດເປເພ, ໂຮງຮຽນຢຸດການຮຽນຊົ່ວຄາວ 22 ແຫ່ງ, ສາຍໄຟຟ້າຂາດ 2 ຈຸດ ມີບ້ານທີ່ບໍ່ມີໄຟຟ້າໃຊ້ 19 ບ້ານ.

ທ່ານ ພຸດທະວົງ ພົມມະຈັກ ຮອງເລຂາພັກເມືອງສອງຄອນ ທີ່ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ ໃນວັນທີ 21 ຕຸລາ 2020 ນີ້ວ່າ ການນຳຂັ້ນແຂວງ,ຂັ້ນເມືອງ ແລະພາກສ່ວນຕ່າງໆ ທັງພາກລັດແລະເອກະຊົນ ກໍ່ໄດ້ເອົາໃຈໃສ່ລົງໃກ້ຊິດຕິດແທດ ໃຫ້ການຊ່ວຍຕະຫຼອດມາ ໂດຍສະເພາະ ເຄື່ອງອຸປະໂພກ, ບໍລິໂພກທີ່ຈຳເປັນເພື່ອແກ້ໄຂສຸກເສີນເບື້ອງຕົ້ນ ແລະ ມີກຳລັງ ທະຫານ, ຕຳຫຼວດປະຈຳຢູ່ແຕ່ລະຈຸດ ເພື່ອກຽມພ້ອມ ຕະຫຼອດເວລາ ແລະ ຍັງໄດ້ຮຽກຮ້ອງຂໍຄວາມຊ່ວຍເຫຼືອມາຍັງອົງການຈັດຕັ້ງພັກ-ລັດທຸກຂັ້ນ ກໍ່ຄືຂໍຄວາມຊ່ວຍເຫຼືອຈາກສັງຄົມໃຫ້ຊ່ວຍເຫຼືອປະຊາຊົນຊາວເມືອງສອງຄອນຜູ້ທີ່ໄດ້ຮັບຜົນກະທົບ, ສິ່ງທີ່ປະຊາຊົນຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນກໍ່ແມ່ນ ອາຫານການກິນ, ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ, ທຽນໄຕ້ເນື່ອງຈາກລະບົບໄຟຟ້າແມ່ນຖືກຕັດໃນປັດຈຸບັນ,ຢາທາກັນຍຸງ ເຊິ່ງປະຊາຊົນບາງສ່ວນແມ່ນໄດ້ອົບພະຍົບຂຶ້ນໄປຢູ່ປ່າເປັນການຊົ່ວຄາວ ນອກນີ້, ກໍ່ແມ່ນຢາປົວພະຍາດຄົນ ແລະ ສັດ ປັດຈຸບັນ ປະຊາຊົນບາງຄົນແມ່ນຕີນເປື່ອຍ ແລະ ສັດຍຶ່ງທ້ອງຕາຍ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...