“ໂດນັລ ທຣໍ້າ” ລົງຫາສຽງຄັ້ງທຳອິດ ຫຼັງຫາຍປ່ວຍໂຣກໂຄວິດ-19

ປະທານາທິບໍດີ ໂດນັລ ທຣໍ້າ ຈັດການປາໄສຫາສຽງທີ່ລັດຟໍລິດາ ຖືເປັນການປະກົດຕົວຄັ້ງທຳອິດຕໍ່ໜ້າປະຊາຊົນ ຫຼັງຈາກທີ່ລົ້ມປ່ວຍດ້ວຍໂຣກໂຄວິດ-19 ເມື່ອຕົ້ນເດືອນນີ້ ແລະ ໄດ້ຮັບການຢືນຢັນວ່າ ປິ່ນ ປົວຫາຍດີແລ້ວພາຍໃນເວລາບໍ່ເຖິງ 2 ອາທິດ.

ເວັບໄຊ dailynews ລາຍງານວ່າ ປະທານາທິບໍດີ ໂດນັລ ທຣໍ້າ ເດີນທາງມາທີ່ເມືອງແຊນຟອນ ລັດຟໍລິດາ ເຊິ່ງເປັນໜຶ່ງໃນເວທີການເລືອກຕັ້ງຂອງສະຫະລັດ ເມື່ອວັນຈັນທີ່ຜ່ານມາ ໂດຍຖືເປັນການລົງພື້ນທີ່ຫາສຽງຢ່າງເປັນທາງການຄັ້ງທຳອິດຂອງທຣໍ້າ ນັບຕັ້ງແຕ່ຕອນເກັບຕົວ ຫຼັງຈາກອາການປ່ວຍດ້ວຍໂຣກໂຄວິດ-19 ເມື່ອວັນທີ 2 ຕຸລາທີ່ຜ່ານມາ.

ທ່ານ ທຣໍ້າ ກ່າວປາໄສທ່າມກາງກຸ່ມຜູ້ສະໜັບສະໜູນທີ່ຍືນບຽດກັນຢ່າງແອອັດ ແລະ ສ່ວນໃຫຍ່ບໍ່ໃສ່ຜ້າປິດປາກ ທ່ານ ທຣໍ້າ ຍືນຍັນຕົວເອງວ່າ ຕົນມີພູມຄຸ້ມກັນຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຖິງແມ່ນວ່າຫຼາຍຝ່າຍຈະສົງໃສປະເດັນດັ່ງກ່າວ ແລະ ມີຄຳເຕືອນໄປເຖິງຜູ້ນຳອາເມລິກາອາດມີຄວາມສຸ່ມສ່ຽງເຮັດໃຫ້ປະຊາຊົນເຂົ້າໃຈຜິດ.

ຮຽບຮຽງຂ່າວ: ພຸດສະດີ