spot_img
Homeຂ່າວຕ່າງປະເທດຈີນ-ກຳປູເຈຍ ລົງນາມສັນຍາການຄ້າເສລີ

ຈີນ-ກຳປູເຈຍ ລົງນາມສັນຍາການຄ້າເສລີ

Published on

ເວັບໄຊ dailynews ລາຍງານ ໃນວັນທີ 12 ຕຸລາ 2020ວ່າ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ພ້ອມທ່ານ ຫວັງ ອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ເປັນສັກຂີພະຍານໃນພິທີລົງນາມໃນສັນຍາການຄ້າເສລີ (FTA) ລະຫວ່າງສອງປະເທດ. ທີ່ທຳນຽບລັດຖະບານໃນນະຄອນພະນົມເປນ ເມື່ອວັນຈັນທີ່ຜ່ານມາ ໂດຍພິທີດັ່ງກ່າວໄດ້ດຳເນີນໃນມື້ທຳອິດທີ່ທ່ານ ຫວັງ ອີ້ ກຳລັງປະຕິບັດໜ້າທີ່ຢູ່ກຳປູເຈຍ.

ການບັນລຸສັນຍາການຄ້າເສລີ (FTA) ຄັ້ງນີ້ໃຊ້ເວລາໄວກວ່າທີ່ຫຼາຍຝ່າຍຄາດການໄວ້ ເນື່ອງຈາກຈີນ ແລະ ກຳປູເຈຍ ໄດ້ມີການເປີດການເຈລະຈາຢ່າງເປັນທາງການໃນທ້າຍປີທີ່ຜ່ານມາ, ຂໍ້ຕົກລົງສ່ວນ ໃຫຍ່ບໍ່ໄດ້ຖືກເປີດເຜີຍເນື້ອຫາສຳຄັນຂອງຂໍ້ຕົກລົງ ແລະ ຍັງບໍ່ມີການອະທິບາຍວ່າສັນຍາສະບັບນີ້ ມີການຊໍ້າຊ້ອນກັບຂໍ້ຕົກລົງທີ່ຈີນ ແລະ ສະມາຄົມອາຊຽນມີຄວາມຮ່ວມມືກັນ ຫຼື ບໍ່.

ຢ່າງໃດກໍ່ຕາມ, ໄດ້ມີການວິເຄາະວ່າ ການເປີດການຄ້າເສລີກັບຈີນແມ່ນຈະຊ່ວຍບັນເທົາແຮງກົດດັນໃຫ້ແກ່ກຳປູເຈຍໄດ້ ພາຍຫຼັງທີ່ຖືກສະຫະພາບເອີຣົບ (EU) ລະງັບສິດພິເສດທາງການຄ້າ ເມື່ອປີທີ່ຜ່ານມາ ຈາກປະເດັນຄວາມຂັດແຍ້ງດ້ານສິດທິມະນຸດ ແລະ ການຍຸບພັກກູ້ຊາດກຳປູເຈຍ (CNRP) ເຊິ່ງເປັນພັກການນຳຝ່າຍຄ້ານ ກ່ອນເຖິງການເລືອກຕັ້ງທົ່ວໄປ ເມື່ອເດືອນ ກໍລະກົດ 2018.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ...

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...