spot_img
Homeຂ່າວພາຍ​ໃນໂຮງຮຽນ ນານາຊາດ ປັນຍາທິບ ສະເຫຼີມສະຫຼອງພິທີການຈົບການສຶກສາ ສົກຮຽນ 2019-2020

ໂຮງຮຽນ ນານາຊາດ ປັນຍາທິບ ສະເຫຼີມສະຫຼອງພິທີການຈົບການສຶກສາ ສົກຮຽນ 2019-2020

Published on

ໂຮງຮຽນ ນານາຊາດ ປັນຍາທິບ, ໂຮງຮຽນ ນານາຊາດອັງກິດໃນລາວ, ໄດ້ສະເຫຼີມສະຫຼອງພິທີການຈົບການສຶກສາ ສົກຮຽນ 2019-2020 ໃນວັນທີ 22 ສິງຫາ 2020 ທີ່ ຫ້ອງ Grand Ballroom (ຫ້ອງໂຖງໃຫຍ່) ຂອງໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ.

ໃນສົກຮຽນ 2020 ຂອງໂຮງຮຽນ ນານາຊາດ ປັນຍາທິບ, ໂຮງຮຽນ ນານາຊາດອັງກິດໃນລາວ, ໄດ້ມີນັກຮຽນຈົບການສຶກສາໃໝ່ທັງໝົດ 54 ຄົນ ຈາກ 7 ປະເທດທີ່ແຕກຕ່າງກັນ. ພິທີດັ່ງກ່າວຈະເລີ່ມຕົ້ນດ້ວຍການສະແດງພິເສດຈາກນັກຮຽນທີ່ຈົບການສຶກສາໃໝ່, ຖັດມາແມ່ນການກ່າວຄຳປາໄສຈາກແຂກຮັບເຊີນ. ທ່ານເອກອັກຄະລັດຖະທູດອັງກິດປະຈຳລາວ ທ່ານ John Pearson ໄດ້ຂື້ນກ່າວຄຳປາໄສກ່ຽວກັບຄວາມສຳຄັນໃນການຊ່ວຍຮັກສາອະນາຄົດຂອງໂລກໃຫ້ສົດໃສ ແລະ ຍັງໄດ້ກ່າວວ່າ ເພິ່ນຍິນດີຫຼາຍທີ່ໄດ້ເປັນສ່ວນໜຶ່ງຂອງງານຈົບການສຶກສາໃນຄັ້ງນີ້.

ນັກຮຽນທີ່ຈົບການສຶກສາໃໝ່ໃນສົກຮຽນນີ້ ໄດ້ຜ່ານຫຼາຍເຫດການທີ່ບໍ່ເຄີຍມີມາກ່ອນໃນປີນີ້ ເນື່ອງຈາກເຫດການໂຄວິດ – 19, ພວກເຂົາຖືກຍົກເລີກງານກິດຈະກຳຕ່າງໆ ເກືອບທັງໝົດໃນໄລຍະເທີມທີ 2 ຂອງສົກຮຽນ. ທາງໂຮງຮຽນຈຶ່ງໄດ້ປ່ຽນຮູບແບບເປັນການຮຽນຮູ້ຜ່ານທາງອອນລາຍທີ່ມີປະສິດທິພາບທົດແທນ ເພື່ອໃຫ້ນັກຮຽນຍັງສາມາດສືບຕໍ່ສຶກສາທີ່ບ້ານໄດ້. ດ້ວຍບັນດາສິ່ງທ້າທາຍດັ່ງກ່າວ, ນັກຮຽນຕ້ອງໄດ້ມີຄວາມຄິດສ້າງສັນໃນການສືບຕໍ່ຮຽນຮູ້ ແລະ ຫາວິທີທີ່ພວກເຂົາສະເຫຼີມສະຫຼອງຜົນສຳເລັດຂອງພວກເຂົາ ເຖີງແມ່ນວ່າຈະມີອຸປະສັກຫຼາຍຢ່າງກີດຂວາງພວກເຂົາ.

ເຖີງແມ່ນວ່າຈະມີຫຼາຍຢ່າງເກີດຂຶ້ນຢ່າງບໍ່ຄາດຝັນ, ແຕ່ບັນດານັກຮຽນຈົບການສຶກສາໃໝ່ທີ່ໄດ້ເຂົ້າຮ່ວມການສອບເສັງ IGCSE ໃນປີນີ້ ກໍຄືສົກຮຽນ 2019-2020 ໄດ້ຮັບຜົນຕອບຮັບທີ່ດີທີ່ສຸດຂອງຜົນການສອບເສັງ IGCSE ໃນສີ່ປີທີ່ຜ່ານມາ. ໂຮງຮຽນ ນານາຊາດ ປັນຍາທິບ, ໂຮງຮຽນ ນານາຊາດອັງກິດໃນລາວ, ໄດ້ຮອງຮັບທຸກລະດັບ ຂອງຫລັກສູດແຫ່ງຊາດຈາກປະເທດອັງກິດ, ນອກເໜືອຈາກນັ້ນ ຍັງມີຫຼັກສູດພາສາລາວທີ່ຖືກຮອງຮັບຈາກກະຊວງສຶກສາທິການ ແລະ ກີລາ.

ນັກຮຽນສາມາດເຂົ້າມາສຶກສາທີ່ໂຮງຮຽນ ນານາຊາດ ປັນຍາທິບ, ໂຮງຮຽນ ນານາຊາດອັງກິດໃນລາວ, ໃນອາຍຸລະຫວ່າງ 1,5 ປີ ຫາ 18 ປີ. ໂຮງຮຽນປັນຍາທິບ ໄດ້ເປີດມາ 20 ປີແລ້ວ ແລະ ມີນັກຮຽນຫຼາຍກວ່າ 1000 ຄົນໃນ 4 ວິທະຍາເຂດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...