Homeຂ່າວຕ່າງປະເທດຊາວອາເມຣິກັນຮ້ອງຂໍລັດຖະບານ ປິດຊາຍແດນ ງົດຖ້ຽວບິນຈາກອາຟຣິກາ ປ້ອງກັນອີໂບລາ

ຊາວອາເມຣິກັນຮ້ອງຂໍລັດຖະບານ ປິດຊາຍແດນ ງົດຖ້ຽວບິນຈາກອາຟຣິກາ ປ້ອງກັນອີໂບລາ

Published on

572789-01

 

ອີໂບລາແຜ່ເຊື້ອເຂົ້າສູ່ສະຫະລັດ ປະຊາຊົນຊາວອາເມຣິກັນຮ້ອງຂໍລັດປິດຊາຍແດນ ງົດຖ້ຽວບິນຈາກອາຟຣິກາ

ປ້ອງກັນການແຜ່ເຊື້ອ.

 

ສື່ຂອງຕ່າງປະເທດລາຍງານ ໃນວັນທີ 16 ຕຸລານີ້ວ່າ ການແຜ່ລະບາດຂອງໄວຣັສອີໂບລາ ໃນເມືອງໃຫຍ່ຂອງອາ

ເມຣິກາ ເປັນການພິສູດຝີມືທາງການແພດ ແລະ ການເມືອງຂອງສະຫະລັດ ເຖິງແມ່ນຈະມີຜູ້ເສຍຊີວິດແລ້ວ

ພຽງແຕ່ 1 ຄົນ ແລະ ພະຍາບານອີກພຽງ 2 ຄົນເທົ່ານັ້ນ ທີ່ຕິດເຊື້ອອີໂບລາ, ແຕ່ສະຖານະການດັ່ງກ່າວໄດ້ພິສູດ

ຄວາມສຳພັນພາຍໃນປະເທດ ລະຫວ່າງເຈົ້າໜ້າທີ່, ປະຊາຊົນ ແລະ ລັດຖະບານອີກດ້ວຍ. ໂດຍໃນຂະນະນີ້ ປະຊາ

ຊົນຊາວອາເມຣິກັນ ມີຄວາມເຊື່ອໝັ້ນຕໍ່ທາງພາກລັດຂອງອາເມຣິກາເອງໃນພາລະທີ່ອ່ອນແອ ເນື່ອງຈາກປະ

ຊາຊົນໃນສະຫະລັດອາເມຣິກາ ໄດ້ສະແດງຄວາມເຫັນຢາກໃຫ້ທາງລັດຖະບານປິດຊາຍແດນ ແລະ ຫ້າມສາຍ

ການບິນທີ່ມາຈາກອາຟຣິກາ ເດີນທາງເຂົ້າມາປະເທດ ເພື່ອປ້ອງກັນໂລກລະບາດດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...