spot_img
Homeຂ່າວທ້ອງຖິ່ນພົບຜູ້ປ່ວຍໄຂ້ຍຸງລາຍໃນລາວກວ່າ 1 ພັນຄົນ ເສຍຊີວິດ 2 ຄົນ

ພົບຜູ້ປ່ວຍໄຂ້ຍຸງລາຍໃນລາວກວ່າ 1 ພັນຄົນ ເສຍຊີວິດ 2 ຄົນ

Published on

ນັບ​ແຕ່​ທ້າຍ​ເດືອນ​ທັນ­ວາ 2019 ເຖິງ​ປັດ­ຈຸ­ບັນ ຈຳ­ນວນ​ຄົນ​ເຈັບ​ສະ​ສົມ​ໄຂ້­ຍຸງ​ລາຍ (ໄຂ້­ເລືອດ­ອອກ) ແມ່ນ​ນັບ​ມື້​ເພີ່ມ​ຂຶ້ນ ອີງຕາມຂໍ້​ມູນ​ຂອງ​ສູນ​ຂ່າວ­ສານ​ການ​ແພດ​ສຸ​ຂະ​ສຶກ​ສາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ແຈ້ງ​ໃຫ້​ຮູ້​ວັນ​ທີ 12 ພຶດ­ສະ­ພາ 2020 ວ່າ: ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-12/05/2020 ມີ 1,081 ກໍລະນີ ແລະ ເສຍຊີວິດ 02 ກໍລະນີ. ໃນ​ນີ້​, ນະ­ຄອນ­ຫຼວງ​ວຽງ​ຈັນ ພົບ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ 316 ກໍ­ລະ­ນີ ເສຍ​ຊີ­ວິດ 1 ຄົນ; ແຂວງ​ອັດ​ຕະ​ປື 165 ກໍ­ລະ­ນີ; ວຽງ​ຈັນ 132 ກໍ­ລະ­ນີ; ຄຳ​ມ່ວນ 82 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 78 ກໍ­ລະ­ນີ; ສາ­ລະ​ວັນ 74 ກໍ­ລະ­ນີ; ສະ­ຫວັນ​ນະ​ເຂດ 59 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 57 ກໍ­ລະ­ນີ ເສຍຊີວິດ 1 ຄົນ; ເຊ​ກອງ 42 ກໍ­ລະ­ນີ; ຫຼວງ​ນໍ້າ​ທາ 29 ກໍ­ລະ­ນີ; ອຸ­ດົມ​ໄຊ 22 ກໍ­ລະ­ນີ; ຈຳ­ປາ​ສັກ ແລະ ໄຊ​ສົມ­ບູນ ແຂວງ​ລະ 7 ກໍ­ລະ­ນີ, ຜົ້ງ​ສາ­ລີ 5 ກໍ­ລະ­ນີ ແລະ ຫຼວງ​ພະ​ບາງ 6 ກໍ­ລະ­ນີ; ສ່ວນ​ແຂວງ​ຊຽງ​ຂວາງ ບໍ່​ແກ້ວ ແລະ ຫົວ­ພັນ ບໍ່​ມີ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ​ລາຍ.

ກໍລະນີເສຍຊິວີດເພດຊາຍ, ອາຍຸ 34 ປີ, ຢູ່ບ້ານ ນາບວມ, ເມືອງພຽງ, ແຂວງໄຊຍະບູລີ (ສຳລັບກໍລະນີດັ່ງກ່າວແມ່ຍເສຍຊິວີດແຕ່ວັນທີ 07/05/2020)

ໃນ​ໄລ­ຍະ​ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ ຍິ່ງ​ມີ​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ­ບາດ​ຂອງ​ໄຂ້­ຍຸງ​ລາຍ​ສູງ​ຂຶ້ນ ເພື່ອ​ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ແລະ ຫຼຸດ­ຜ່ອນ​ຈຳ­ນວນ​ຄົນ​ເຈັບ​ທີ່​ຈະ​ເກີດ​ຂຶ້ນ​ໃໝ່ ທຸກ​ຄົນ​ຄວນ​ຫັນ​ມາ​ເອົາ­ໃຈ­ໃສ່​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ແຕ່​ຫົວ­ທີ ໂດຍ​ການ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມ​ຫຼັກ­ການ 5 ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ​ຢ່າງ​ເຂັ້ມ​ງວດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...