Homeຂ່າວທ້ອງຖິ່ນແຈ້ງການປະມູນລົດແບບເປີດກວ້າງເລີ່ມຂາຍຊອງປະມູນແຕ່ວັນທີ 5-25 ພຶດສະພານີ້

ແຈ້ງການປະມູນລົດແບບເປີດກວ້າງເລີ່ມຂາຍຊອງປະມູນແຕ່ວັນທີ 5-25 ພຶດສະພານີ້

Published on

ຫ້ອງການກະຊວງການເງິນ, ອອກແຈ້ງການປະມູນລົດແບບເປີດກວ້າງ ສະບັບເລກທີ 0606/ຫກງ, ລົງວັນທີ 23 ມີນາ 2020 ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆທີ່ມີຄວາມສົນໃຈໃນການປະມູນພາຫະນະເກົ່າ, ສາມາດເຂົ້າມາເບີ່ງລົດຕົວຈິງ ແລະ ຊື້ຊອງປະມູນໄດ້ທີ່ພະແນກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ໃນໂມງລັດຖະການ (ພາກເຊົ້າເວລາ 9:00 ໂມງ – 11:00 ໂມງ, ພາກບ່າຍ 14:00 ໂມງ – 16:00 ໂມງ).

ເລີ່ມການຂາຍຊອງປະມູນນັບແຕ່ວັນທີ 5 ພຶດສະພາ 2020 ຫາ ວັນທີ 25 ພຶດສະພາ 2020 (ວັນ ແລະ ເວລາລັດຖະການ) ແລະ ມື້ເປີດຊອງປະມູນໂດຍຊ້ອງໜ້າຄະນະກຳມະການ ແລະ ຜູ້ເຂົ້າຮ່ວມປະມູນໃນວັນທີ 26 ພຶດສະພາ 2020 ທີ່ ກະຊວງການເງິນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...