spot_img
Homeຂ່າວທ້ອງຖິ່ນວິກິດໂຄວິດ-19 ໜັກພໍແລ້ວ! ວອນສັງຄົມຢຸດເຊື່ອ! ຢຸດແຊຣ໌ຂໍ້ຄວາມງົມງວາຍສ້າງຄວາມປັ່ນປ່ວນ

ວິກິດໂຄວິດ-19 ໜັກພໍແລ້ວ! ວອນສັງຄົມຢຸດເຊື່ອ! ຢຸດແຊຣ໌ຂໍ້ຄວາມງົມງວາຍສ້າງຄວາມປັ່ນປ່ວນ

Published on

ວິກິດໂຄວິດ-19 ທົ່ວໂລກໄດ້ສ້າງຜົນກະທົບຕໍ່ຫຼາຍໆດ້ານລວມເຖິງສະພາບຈິດໃຈຂອງມວນມະນຸດ. ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນລາວ ກໍ່ໄດ້ສົ່ງຜົນກະທົບກັບປະຊາຊົນລາວໜັກພໍສົມຄວນ, ການລະບາດຂອງໄວຣັດ, ຂ່າວປອມ, ຂໍ້ຄວາມລູກໂສ້, ຄວາມເຊື່ອ-ຄວາມງົມງວາຍຕ່າງໆ ລ້ວນສົ່ງຜົນຕໍ່ຊີວິດການເປັນຢູ່. ເມື່ອ 2-3 ວັນ ທີ່ຜ່ານມາ ເກີດປະກົດການຂໍ້ຄວາມປິດສະໜາທີ່ຖືກສົ່ງຕໍ່ກັນຢ່າງແຜ່ຫຼາຍ ກ່ຽວກັບຄຳເຕືອນຫ້າມຜູ້ຄົນອອກຈາກເຮືອນ ເນື່ອງຈາກຢູ່ນະຄອນຫຼວງພະບາງ ໃນວັນທີ 30 ມີນາ 2020 ຈະມີການປ່ອຍຜີຟ້າໃຫ້ມາປາບຫ່າກິນຄົນ ແລະ ໃຫ້ອາບນໍ້າກ່ອນເວລາ 17:00. ເຊິ່ງຂໍຄວາມນີ້ມັນໄດ້ສ້າງຄວາມແຕກຕື່ນໃຫ້ກັບສັງຄົມບໍ່ໜ້ອຍ.

ຂໍ້ຄວາມປິດສະໜາດັ່ງກ່າວໄດ້ສ້າງຄວາມສົງໃສເຖິງຂໍ້ເທັດຈິງຂອງເລື່ອງນີ້ ເຊິ່ງຈາກຂໍ້ມູນທີ່ໄດ້ມານັ້ນ ຄວາມຈິງແລ້ວໃນວັນທີ 30 ມີນາ 2020 ຢູ່ນະຄອນຫຼວງພະບາງ ຈະມີພິທີ ບະຄອບ ປູ່ເຍີຍ່າເຍີ ເພື່ອໂຈະບຸນປີໃໝ່ລາວ ເນື່ອງຈາກສະພາບການແຜ່ລະບາດຂອງ ໂຄວິດ-19 ແລະ ເພື່ອບໍ່ໃຫ້ມີການທັກທ້ວງ ຕາມຄວາມເຊື່ອບູຮານຂອງຊາວເມືອງຫຼວງພະບາງ ບໍ່ແມ່ນການປ່ອຍຜີຟ້າໃຫ້ມາປາບຫ່າກິນຄົນແຕ່ຢ່າງໃດ.

ຄວາມເຊື່ອ, ຄວາມສັດທາ, ຄວາມງົມງວາຍ ກັບສັງຄົມລາວເປັນຂອງຄູ່ກັນ ເລີ່ມຕົ້ນຈາກຄົນໜຶ່ງທີ່ມີຄວາມເຊື່ອ ແລະ ຕ້ອງການໃຫ້ຜູ້ອື່ນເກີດຄວາມເຊື່ອຄືກັນຕົນ ຈຶ່ງເລີ່ມກະທຳການເຜີຍແຜ່ຄວາມເຊື່ອນັ້ນຕໍ່ໄປໃຫ້ຜູ້ອື່ນ ເພື່ອເຮັດໃຫ້ເກີດໝູ່ມວນຊົນທີ່ມີຄວາມເຊື່ອອັນດຽວກັນ ແລະ ກາຍເປັນສັງຄົມຄວາມເຊື່ອໃນທີ່ສຸດ, ຄົນທີ່ມີສະພາບຈິດໃຈທີ່ອ່ອນແອ, ຂາດຄວາມຮູ້, ຂາດສະຕິ ມັກຈະຕົກເປັນເຫຍື່ອຂອງຄວາມເຊື່ອໄດ້ງ່າຍ ແລະ ຖ້າເຊື່ອໂດຍບໍ່ຢຶດຫຼັກເຫດຜົນທີ່ເໝາະສົມກັບຄວາມເປັນຈິງນັ້ນ ກໍ່ຈະກາຍເປັນຄວາມງົມງວາຍ ດັ່ງນັ້ນ, ການເຊື່ອໃນສິ່ງໃດກໍ່ຕ້ອງມີຂອບເຂດ ສະຖານະການໃນປັດຈຸບັນເຮັດໃຫ້ຫຼາຍເກີດຄົນພາວະຄວາມຄຽດ, ສະພາບຮ່າງກາຍ ແລະ ຈິດໃຈອາດອ່ອນແອລົງກວ່າເວລາປົກກະຕິ ສະນັ້ນ ການຕັ້ງສະຕິໃນເວລານີ້ເປັນສິ່ງທີ່ສຳຄັນທີ່ສຸດ ພິຈາລະນາຂໍ້ມູນໃຫ້ຖີ່ຖ້ວນກ່ອນທີ່ຈະແຊຣ໌ຕໍ່ໃຫ້ຄົນອື່ນທຸກຄັ້ງ ເພື່ອຊ່ວຍໃຫ້ຕົນເອງຫຼີກລ່ຽງໃນການມີສ່ວນຮ່ວມສ້າງຄວາມປັ່ນປ່ວນໃຫ້ກັບສັງຄົມ.

 

 

ບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...