ລັດຖະບານກຳນົດ 6 ມາດຕະການໃຫຍ່ຮັບມືໂຄວິດ-19

ໜັງສືພິມເສດຖະກິດ-ການຄ້າລາຍງານວ່າ ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມີນາ 2020 ເມື່ອວັນທີ 18 ມີນາ 2020 ລັດຖະບານໄດ້ກໍານົດ 6 ມາດຕະການ ເລັ່ງແກ້ໄຂບັນຫາໂຄວິດ–19 ທີ່ກໍາລັງແຜ່ລະບາດຢູ່ຫຼາຍປະເທດທົ່ວໂລກ; ຂະນະທີ່ ທ່ານນາຍົກ ຍັງໄດ້ເນັ້ນໜັກໃຫ້ຄະນະສະເພາະກິດ, ຂະແໜງການ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ທຸກພາກສ່ວນໃນທົ່ວສັງຄົມເປັນເຈົ້າການໃນການຜັນຂະຫຍາຍເປັນມາດຕະການລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ຜ່ານການຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຂອງສະມາຊິກລັດຖະບານ, ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບຕໍ່ເນື້ອໃນ ແລະ ການກຳນົດມາດຕະການໃໝ່ຈຳນວນໜຶ່ງ ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ ໂຄວິດ–19 ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ, ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ, ລັດຖະບານຈະສືບຕໍ່ປະຕິບັດມາດຕະການຜ່ານມາທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມຕື່ມຕາມການຕົກລົງເຫັນດີໃນກອງປະຊຸມ ດັ່ງນີ້:

1. ມາດຕະການສະກັດກັ້ນ

ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີໃນຂອບເຂດທົ່ວປະເທດ, ສ່ວນດ່ານສາກົນໃຫ້ເບິ່ງຄວາມຮັບປະກັນຮອບດ້ານ. ໃນນັ້ນ, ລວມເຖິງຄວາມພ້ອມທາງດ້ານອຸປະກອນ ແລະ ພະນັກງານໃນການກວດກາ, ກັ່ນກອງຫາຜູ້ຕິດເຊື້ອພະຍາດຢ່າງໄດ້ມາດຕະຖານ ຈຶ່ງອະນຸຍາດເປີດໃຫ້ເຂົ້າ-ອອກປົກກະຕິໄດ້.

ໂຈະການອອກວີຊາກັບດ່ານທຸກປະເພດ ລວມທັງ ອີ–ວີຊາ ( E-Visa ) ແລະ ການອອກວີຊາທ່ອງທ່ຽວສຳລັບທຸກປະເທດ ໃນໄລຍະເວລາ 30 ວັນ. ສຳລັບຜູ້ທີ່ໄດ້ວີຊາເຂົ້າລາວແລ້ວກໍຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໃນໄລຍະ 14 ວັນຜ່ານມາ, ສຳລັບປະເທດທີ່ໄດ້ຮັບການຍົກເວັ້ນວີຊາ ແມ່ນເຫັນດີໃຫ້ຍົກເລີກການຍົກເວັ້ນວີຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາໃໝ່ຂອງລັດຖະບານ.

ຫຼີກລຽງການເດີນທາງໄປຕ່າງປະເທດໃນໄລຍະນີ້ຂອງພົນລະເມືອງລາວ ໂດຍສະເພາະການເດີນທາງດ້ວຍຍົນ ແລະ ພາຫະນະທີ່ມີຄົນຫຼາຍ.

2. ມາດຕະການປ້ອງກັນ

ປັບປຸງສູນຂໍ້ມູນ-ຂ່າວສານທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ເພື່ອແລກປ່ຽນ, ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະພາບການລະບາດຂອງ ໂຄວິດ-19 ຢູ່ພາຍໃນ, ພາກພື້ນ ແລະ ໃນໂລກ.

ໂຄສະນາເຜີຍແຜ່ຂໍ້ມູນເພື່ອໃຫ້ສັງຄົມ ກໍຄືປະຊາຊົນຮູ້ຈັກ ແລະ ເຂົ້າໃຈເປັນເອກະພາບກ່ຽວກັບໄພອັນຕະລາຍ ແລະ ຄວາມສ່ຽງໃນການຕິດເຊື້ອພະຍາດ ພ້ອມທັງເຜີຍແຜ່ຄໍາແນະນຳກ່ຽວກັບວິທີປ້ອງກັນ, ສະກັດກັ້ນ ແລະ ການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ.

ປຸກລະດົມ ແລະ ສຶກສາອົບຮົມໃຫ້ທົ່ວສັງຄົມ ເປັນເຈົ້າການໃນການປ້ອງກັນຕົນເອງ ແລະ ຫຼີກລຽງຈາກຄວາມສ່ຽງໃນການຕິດເຊື້ອພະຍາດ ເປັນຕົ້ນແມ່ນການຫຼີກລຽງການເດີນທາງໄປຕ່າງປະເທດ, ຫຼີກລຽງການໄປບ່ອນທີ່ມີຄວາມສ່ຽງ, ບ່ອນທີ່ມີຄົນແອອັດ, ຖ້າມີ ຄວາມຈຳເປັນຕ້ອງໄປກໍຕ້ອງມີມາດຕະການປ້ອງກັນຕົນເອງ ຕາມການແນະນໍາຂອງສາທາລະນະສຸກ ເຊັ່ນ: ໃຊ້ຜ້າອັດປາກ, ລ້າງມືດ້ວຍນໍ້າຢາ ແລະ ສະບູເລື້ອຍໆ, ກິນຢູ່ຖືກຕາມຫຼັກອະນາໄມ ແລະ ອື່ນໆຕາມການແນະນໍາຂອງຂະແໜງການກ່ຽວຂ້ອງ.

3. ມາດຕະການປິ່ນປົວກໍລະນີກວດພົບຜູ້ຕິດເຊື້ອ

ກຳນົດສະຖານທີ່ໃນການປິ່ນປົວຜູ້ຕິດເຊື້ອໄວ້ ໂດຍຢູ່ນະຄອນຫຼວງວຽງຈັນ ແມ່ນກໍານົດເອົາໂຮງໝໍ 103, ໂຮງໝໍມິດຕະພາບ ( 150 ຕຽງ ), ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊເສດຖາ, ສ່ວນຢູ່ແຕ່ລະແຂວງກໍານົດເອົາໂຮງໝໍແຂວງທຸກແຂວງ ໂດຍໃຫ້ແຍກຈາກເຂດການປິ່ນປົວທົ່ວໄປອອກ.

ກະກຽມພະນັກງານແພດໝໍໄວ້ໃຫ້ພຽງພໍ ພ້ອມທັງໃຫ້ມີການຝຶກອົບຮົມວິທີການຮັບມືຕົວຈິງໃຫ້ລະອຽດ. ພ້ອມກັນນັ້ນ, ກໍໃຫ້ພົວພັນປະສານຂໍການຊ່ວຍເຫຼືອຈາກຊ່ຽວຊານ ແລະ ແພດໝໍທີ່ມີຄວາມຊຳນານຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາກົນເພື່ອກຽມໄວ້ກໍລະນີມີຄວາມຈໍາເປັນ.

ກໍານົດຄວາມຕ້ອງການທາງດ້ານເຄື່ອງມື ແລະ ອຸປະກອນພ້ອມທັງສະເໜີແຜນຈັດຊື້ແຮໄວ້ ໂດຍສະເພາະຜ້າອັດປາກ, ນໍ້າຢາລ້າງມື, ຊຸດປ້ອງກັນຂອງແພດໝໍ ແລະ ອຸປະກອນຕ່າງໆທີ່ຈຳເປັນ, ອຸປະກອນເຄື່ອງມືໃດທີ່ເຫັນວ່າມີ ຄວາມຈໍາເປັນຕ້ອງໄດ້ຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ກໍໃຫ້ຮີບຮ້ອນສະເໜີໃຫ້ລັດຖະບານພິຈາລະນາ.

ໃຫ້ກະກຽມຢາປົວແຮໄວ້ໃນກໍລະນີມີການຄົ້ນພົບວັກຊີນ ແລະ ຢາປິ່ນປົວໃໝ່ທີ່ມີປະສິດທິຜົນຈາກຕ່າງປະເທດ ກໍໃຫ້ຮີບຮ້ອນປະສານເພື່ອຂໍຊື້ ຫຼື ແບ່ງປັນຈາກປະເທດເພື່ອນມິດ ເພື່ອກຽມໃຫ້ແກ່ການປິ່ນປົວຜູ້ຕິດເຊື້ອພະຍາດ.

4. ມາດຕະການຕິດຕາມ, ກວດກາ, ເຝົ້າລະວັງ ແລະ ປະເມີນສະພາບການ

ໃຫ້ປັບປຸງຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ໂດຍປັບປຸງພາລະບົດບາດ ແລະ ເພີ່ມບາງຂະແໜງການທີ່ກ່ຽວຂ້ອງທີ່ຍັງບໍໍ່ຄົບເຂົ້າຕື່ມ.

ປັບປຸງ ແລະ ຍົກລະດັບສູນຂໍ້ມູນ–ຂ່າວສານ ໂຄວິດ–19 ເພື່ອໃຫ້ສາມາດປະສານງານ, ແລກປ່ຽນຂໍ້ມູນ, ສັງລວມຂໍ້ມູນ, ກວດກາຄວາມຊັດເຈນຂອງຂໍ້ມູນ ແລະ ແຈ້ງຂ່າວກ່ຽວກັບການລະບາດ, ການສະກັດກັ້ນ, ການປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດດັ່ງກ່າວຢ່າງຊັດເຈນ ແລະ ທັນການ ລວມທັງການສ້າງເວັບໄຊ ເພື່ອເປັນເຄື່ອງມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂອງຄະນະສະເພາະກິດເພື່ອແຈ້ງຂ່າວ, ເປັນເຄື່ອງມືໃນການປະສານງານ, ປຶກສາຫາລື, ສັງລວມຂໍ້ມູນທີ່ສຳຄັນຈາກພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສາກົນຕໍ່ສະພາບການລະບາດດັ່ງກ່າວ, ອັນສຳຄັນແມ່ນເວັບໄຊທີ່ສ້າງຂຶ້ນຂອງຄະນະສະເພາະກິດນັ້ນ ແມ່ນເພື່ອຕິດຕາມ ແລະ ແຈ້ງຂ່າວກ່ຽວກັບສະພາບການ ແລະ ມາດຕະການຕ່າງໆທີ່ເປັນທາງການ ເພື່ອແກ້ຂໍ້ຂ້ອງໃຈ ແລະ ສະກັດກັ້ນຂໍ້ມູນ–ຂ່າວສານທີ່ບໍ່ມີມູນ ຄວາມຈິງມາປັ່ນປ່ວນຕໍ່ສັງຄົມ.

5. ມາດຕະການທາງດ້ານເສດຖະກິດ

ລັດຖະບານໄດ້ມອບໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະນໍາພາການຄົ້ນຄວ້າປະເມີນຜົນກະທົບຂອງ ໂຄວິດ–19 ຕໍ່ເສດຖະກິດ ແລະ ມາດຕະການແກ້ໄຂຮ່ວມກັບຂະແໜງການ ແລະ ພາກທຸລະກິດ ເຊິ່ງໄດ້ສະເໜີຕໍ່ກອງປະຊຸມລັດຖະບານໃນວັນທີ 19 ມີນາ 2020.

6. ມາດຕະການທົ່ວໄປ

ປຸກລະດົມທົ່ວສັງຄົມກໍຄືປະຊາຊົນບໍ່ໃຫ້ແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກລຽງພຶດຕິກໍາທີ່ເຮັດໃຫ້ສະພາບການທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫຼາຍຂຶ້ນ ເປັນຕົ້ນແມ່ນການກັກຕຸນສິນຄ້າເຄື່ອງອຸປະໂພກ–ບໍລິໂພກ ແລະ ວິພາກວິຈານທີ່ບໍ່ຖືກກັບຄວາມເປັນຈິງ. ພ້ອມກັນນີ້, ຈະມີມາດຕະການເຄັ່ງຂັດຕໍ່ກັບຜູ້ທີ່ສວຍໂອກາດໃນການກັກຕຸນສິນຄ້າ ໂດຍສະເພາະແມ່ນສິນຄ້າທີ່ຈຳເປັນ ເປັນຕົ້ນແມ່ນ: ຜ້າອັດປາກ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ ແລະ ອື່ນໆ.

ເພີ່ມທະວີການກວດກາ ແລະ ປະຕິບັດມາດຕະການຕໍ່ການກະທໍາທີ່ສ້າງຄວາມສັບສົນ ຫຼື ສ້າງຄວາມເຂົ້າໃຈຜິດໃນຮູບແບບຕ່າງໆ ເຊັ່ນ: ການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງທາງສື່ສັງຄົມອອນລາຍ ແລະ ສື່ອື່ນໆ.

ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະເຄື່ອງອຸປະໂພກ–ບໍລິໂພກທີ່ຄາດວ່າຈະມີການຂາດແຄນ, ມີການຈຳກັດການສົ່ງອອກຈາກປະເທດອື່ນ ໂດຍຖືວິກິດອັນນີ້ໃຫ້ເປັນໂອກາດໃນການເພີ່ມທະວີ ຄວາມສາມາດໃນການກຸ້ມຕົນເອງ ແລະ ເພິ່ງຕົນເອງດັ່ງທີ່ເຮົາມີມູນເຊື້ອຜ່ານມາ.

ສືບຕໍ່ການປະສານງານແລກປ່ຽນຂໍ້ມູນ–ຂ່າວສານ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫຼືອຈາກສາກົນ ໂດຍສະເພາະໃນດ້ານທີ່ພວກເຮົາຈໍາເປັນ ແລະ ຍັງບໍ່ທັນມີຄວາມພ້ອມ.

 

ຮຽບຮຽງຂ່າວ: ພຸດສະດີ