spot_img
Homeນານາສາລະວິທີເລືອກ "ເຈວລ້າງມື-ແອວກໍຮໍ" ແບບໃດໃຊ້ຂ້າເຊື້ອໂຄວິດ-19ໄດ້ແທ້

ວິທີເລືອກ “ເຈວລ້າງມື-ແອວກໍຮໍ” ແບບໃດໃຊ້ຂ້າເຊື້ອໂຄວິດ-19ໄດ້ແທ້

Published on

ເຈວລ້າງມືທີ່ມີສ່ວນປະສົມຂອງແອວກໍຮໍ ເປັນຜະລິດຕະພັນທາງເລືອກໜຶ່ງໃນການໃຊ້ທຳຄວາມສະອາດມື ເພື່ອສຸຂະອານາໄມທີ່ດີໃນການປ້ອງກັນເຊື້ອໄວຣັດໂຄວິດ-19 ໂດຍໄດ້ມີການປະກາດຈາກທາງກະຊວງທາລະນະສຸກຂອງຕ່າງປະເທດ ເລື່ອງກຳນົດລັກສະນະຂອງເຄື່ອງສຳອາງທີ່ມີສ່ວນປະສົມຂອງແອວກໍຮໍເພື່ອສຸຂະອະນາໄມສຳລັບມື ຕ້ອງມີຄວາມເຂັ້ມຂຸ້ນຂອງປະລິມານແອວກໍຮໍບໍ່ໃຫ້ຫຼຸດ 70% ເນື່ອງຈາກວ່າ ຫາກປະລິມານແອວກໍຮໍນ້ອຍກວ່າ 70% ຈະບໍ່ສາມາດຂ້າເຊື້ອໂຣກໄດ້.

ແອລກໍຮໍທີ່ປະສົມໃນຜະລິດຕະພັນເຈວລ້າງມືຈະເປັນປະເພດ:​ ເອທິລແອລກໍຮໍ ຫຼື ເອທານນໍ (Ethyl alcohol ຫຼື Ethanol), ໄອໂຊໂພຣພິລແອລກໍຮໍ ຫຼື ໄອໂຊໂພພານໍ (isopropyl alcohol ຫຼື isopropanol), ເອັນ-ໂພຣພິລແອລກໍຮໍ ຫຼື ເອັນ-ໂພຣພານໍ (n-propyl alcohol ຫຼື n-propanol) ໂດຍອາດເປັນພຽງສານດຽວ ຫຼື ປະສົມລວມກັນຢູ່ຕັ້ງແຕ່ 70% ຂຶ້ນໄປ.

ການເລືອກຊື້ຜະລິດຕະພັນເຈວລ້າງມືເພື່ອໃຊ້ສຳລັບຂ້າເຊື້ອໄວຣັດໂຄວິດ-19 ໄດ້ແທ້ ຫຼື ບໍ່? ທ່ານຄວນກວດສອບສ່ວນປະສົມໃຫ້ດີກ່ອນ ແລະ ກວດສອບເລກທະບຽນທີ່ຈົດແຈ້ງເຈວລ້າງມືໃຫ້ດີກ່ອນ ເພື່ອສ້າງຄວາມໝັ້ນໃຈວ່າຜະລິດຕະພັນມີສ່ວນປະສົມຂອງແອວກໍຮໍ 70% ຂຶ້ນໄປ.

 

ຮຽບຮຽບບົດ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...