UN ເຕືອນປະຊາຄົມໂລກ ເອົາໃຈໃສ່ຫລາຍຂຶ້ນຕໍ່ການລະບາດຂອງໄວຣັສອີໂບລາ

571801-01

 

ສະຫະປະຊາຊາດ ເຕືອນປະຊາຄົມໂລກ ເອົາໃຈໃສ່ເຖິງອັນຕະລາຍຂອງໄວຣັສອີໂບລາໃຫ້ຫລາຍຂຶ້ນອີກຫລາຍສິບເທົ່າ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ຢານ ເອລຽດສັນ ຮອງເລຂາທິການອົງການສະຫະປະຊາຊາດ ໄດ້ຖະແຫລງ

ເມື່ອວັນສຸກ (10 ຕຸລາ) ຜ່ານມານີ້ ຮຽກຮ້ອງໃຫ້ສະມາຊິກ UN ທັງ 137 ປະເທດ ເອົາໃຈໃສ່ເຖິງມະຫັນຕະໄພຈາກເຊື້ອ

ໄວຣັສອີໂບລາໃຫ້ຫລາຍຂຶ້ນອີກ ໂດຍສະເພາະຢ່າງຍິ່ງແມ່ນການເນັ້ນໃຫ້ຄວາມຊ່ວຍເຫລືອກຸ່ມປະເທດໃນອາຟຣິກາ

ຕາເວັນຕົກ ເຊິ່ງເປັນພື້ນທີ່ຕົ້ນຕໍຂອງການລະບາດ ໃນຂະນະທີ່ກອງທຶນຕໍ່ສູ້ເຊື້ອໄວຣັສອີໂບລາຂອງສະຫະປະຊາຊາດ

ທີ່ມີການຕັ້ງເປົ້າລະດົມທຶນໃຫ້ໄດ້ 1,000 ລ້ານໂດລາ ກໍຫາແຕ່ມີເງິນບໍລິຈາກເຂົ້າມາພຽງແຕ່ 25% ເທົ່ານັ້ນ.

 

ດ້ານ ທ່ານ ເດວິດ ນາໂບໂຣ ຜູ້ປະສານງານກ່ຽວກັບໄວຣັສອີໂບລາ ຂອງອົງການອະນາໄມໂລກ ໄດ້ກ່າວກະຕຸ້ນໃຫ້ທຸກ

ຝ່າຍຕື່ນຕົວຫລາຍຂຶ້ນເຊັ່ນກັນ ເນື່ອງຈາກຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນເທົ່າຕົວ ໃນທຸກ 3-4 ອາທິດ ແລະ ຈຳນວນ

ຜູ້ເສຍຊີວິດນັບຕັ້ງແຕ່ເດືອນມີນາມາຮອດປັດຈຸບັນ ກໍໄດ້ເພີ່ມຂຶ້ນເປັນ 4,000 ສົບແລ້ວ.