spot_img
Homeຂ່າວທ້ອງຖິ່ນໜ້າກາກອະນາໄມຂາດຕະຫຼາດ ຫຼາຍປະເທດຂຶ້ນລາຄາ! ສາທາສັ່ງຫ້າມຂຶ້ນລາຄາອຸປະກອນການແພດ

ໜ້າກາກອະນາໄມຂາດຕະຫຼາດ ຫຼາຍປະເທດຂຶ້ນລາຄາ! ສາທາສັ່ງຫ້າມຂຶ້ນລາຄາອຸປະກອນການແພດ

Published on

ໜ້າກາກອະນາໄມ ຫຼື ຜ້າອັດປາກໃນປັດຈຸບັນແມ່ນເປັນທີ່ຕ້ອງການຜູ້ຄົນຈຳນວນຫຼາຍທີ່ກຳລັງຢູ່ໃນຄວາມກັງວົນ ຫຼັງຈາກເກີດເຊື້ອໄວຣັສໂຄໂຣນາລະບາດໃນວົງກວ້າງ, ຫຼາຍປະເທດມີຜູ້ຕິດເຊື້ອ ແລະ ມີບາງປະເທດມີຜູ້ເສຍຊີວິດຈາກການຕິດເຊື້ອໄວຣັດໂຄໂຣນາ ເມື່ອສັງຄົມມີຄວາມຕ້ອງການໜ້າກາກອະນາໄມຫຼາຍຂຶ້ນ ຈຶ່ງເຮັດໃຫ້ໜ້າກາກຂາດຕະຫຼາດ ແລະ ເຮັດໃຫ້ມີການສວາຍໂອກາດຂຶ້ນລາຄາໜ້າກາກອະນາໄມ. ຈາກເມື່ອກ່ອນໜ້າກາກອະນາໄມມີລາຄາພຽງກັບລະ 20.000-25.000 ກີບ ແຕ່ປັດຈຸບັນລາຄາເພີ່ມສູງຂຶ້ນເປັນກັບລະ 60.000-85.000 ກີບ ການຂຶ້ນລາຄາຂອງໜ້າກາກອະນາໄມບໍ່ແມ່ນຈະເກີດແຕ່ໃນປະເທດລາວເທົ່ານັ້ນ ປະເທດເພື່ອນບ້ານເຊັ່ນປະເທດໄທກໍ່ພົບບັນຫານີ້ເຊັ່ນດຽວກັນ ຈາກລາຄາປົກກະຕິໂຫຼລະ 60-80 ບາດ ປັບລາຄາຂຶ້ນເປັນ 120-140 ບາດ ແລະ ຢູ່ທີ່ຫວຽດນາມລາຄາໜ້າກາກອານາໄມມີລາຄາສູງເຖິງ 1 ກັບຕໍ່ 300.000 ດົງ.

ເພື່ອຄວບຄຸມລາຄາບໍ່ໃຫ້ມີການສວາຍໂອກາດເກີດຂຶ້ນ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ອອກແຈ້ງການສະບັບເລກທີ 1012/ກອຢ, ວັນທີ 3 ກຸມພາ 2020 ຫ້າມບັນດາຫົວໜ່ວຍທຸລະກິດ ແລະ ຂະແໜງການຢາສວຍໂອກາດຂຶ້ນລາຄາອຸປະກອນການແພດທີ່ນຳໃຊ້ເຂົ້າໃນການປ້ອງ ກັນການແຜ່ລະບາດຂອງພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກ Novel Coronavirus. ຖ້າພະແນກກ່ຽວຂ້ອງພົບເຫັນຜູ້ລະເມີດຂຶ້ນລາຄາຈະຖືກປັບໃໝ ແລະ ປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຂອງກະຊວງກ່ຽວຂ້ອງ.

ອຸປະກອນການແພດ ແລະ ຢາ ທີ່ຫ້າມສວຍ ໂອກາດຂຶ້ນລາຄາໃນໄລຍະທີ່ຕ້ານ ແລະ ປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ປະກອບມີ: ຜ້າອັດປາກ, ເຈວລ້າງມືເພື່ອຂ້າເຊື້ອ ພະຍາດ ແລະ ອື່ນໆ. ປະເທດລາວຍັງບໍ່ທັນພົບເຫັນຜູ້ຕິດເຊື້ອ ແຕ່ການປ້ອງກັນຕົນເອງຈາກການເຈັບເປັນ ແລະ ການປ້ອງກັນບໍ່ໃຫ້ພະຍາດຕິດຕໍ່ໃສ່ຄົນອື່ນ ແມ່ນຕ້ອງໄດ້ເອົາໃຈໃສ່ ແລະ ປະຕິບັດຕາມການ ແນະນຳຂອງອົງການອະນາໄມໂລກຢ່າງຈິງຈັງ.

ເບີໂທກົມອາຫານ ແລະ ຢາ: 021 214013 / 021 214014

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...