Homeຂ່າວພາຍ​ໃນ6 ເດືອນທ້າຍປີຈະສຸມໃສ່ 7 ໜ້າວຽກທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ

6 ເດືອນທ້າຍປີຈະສຸມໃສ່ 7 ໜ້າວຽກທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ

Published on

ກະຊວງແຜນການ ແລະ ການລົງທຶນຊີ້ໃຫ້ເຫັນວ່າ ບັນດາຂະແໜງການ ແລະ ທ້ອງຖິ່ນຈະໄດ້ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 6 ເດືອນທ້າຍປີ 2019 ໃຫ້ບັນລຸ ແລະ ລື່ນຄາດໝາຍ ໂດຍຈະສຸມໃສ່ 7 ໜ້າວຽກທີ່ສຳຄັນ.

 ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈຳປີ 2019 ວ່າ ເພື່ອປະຕິບັດວຽກງານຈຸດສຸມຕົ້ນຕໍໃຫ້ບັນລຸ ບັນດາຂະແໜງການ ແລະ ທ້ອງຖິ່ນຈະໄດ້ສຸມໃສ່ປະຕິບັດໂຄງ ການລົງທຶນຂອງລັດທີ່ໄດ້ອະນຸມັດແລ້ວໃນແຜນປະຈຳປີ 2019 ເພື່ອໃຫ້ນຳໃຊ້ເຂົ້າໃນການຜະລິດໄດ້ໄວ ເລັ່ງປັບປຸງ 10 ຕົວຊີ້ວັດ ທີ່ຍັງຄ້າງຄາໃຫ້ສຳເລັດໃນທ້າຍປີ ໂດຍສະເພາະຕົວຊີ້ວັດທີ 4 ການຂຶ້ນທະບຽບຊັບສິນ ຕົວຊີ້ວັດທີ 7 ການຊຳລະອາກອນ ຕົວຊີ້ວັດທີ 9 ການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດທີ 10 ການແກ້ໄຂການຫຼົ້ມລະລາຍ ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ການລົງທຶນພາກເອກກະຊົນໃຫ້ມີຄວາມວ່ອງໄວ ງ່າຍດາຍ ແລະ ຕົ້ນທຶນຕ່ຳ ຂະນະດຽວກັນກໍຈະສຸມໃສ່ຍູ້ແຮງການຜະລິດ ແລະ ການບໍລິການ ເປັນຕົ້ນການຜະລິດກະສິກຳເປັນສິນຄ້າທີ່ມີຕະຫຼາດແລ້ວເຊັ່ນ ເຂົ້າ ພືດຜັກ ສັດໃຫຍ່ ຊາ ກາເຟ ແລະ ອື່ນໆ ຊຸກຍູ້ການຜະລິດອຸດສາຫະກຳທີ່ມີທ່າແຮງສົ່ງອອກເຊັ່ນ ການຜະລິດໄຟຟ້າ ແຮ່ທາດ ອຸດສາຫະກຳປຸງແຕ່ງໃນເຂດເສດຖະກິດພິເສດ ເລັ່ງແກ້ໄຂບັນຫາ ແລະ ຂອດອັດຕັນຕໍ່ການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ເປັນຕົ້ນແມ່ນ ທຶນ ກົນໄກ ເຕັກນິກ ການປະສານງານ ແລະ ອື່ນໆ ໄປພ້ອມກັບຍູ້ແຮງການທ່ອງທ່ຽວໂດຍສະເພາະປີທ່ອງທ່ຽວລາວ-ຈີນ ໂດຍເອົາໃຈໃສ່ແກ້ໄຂບັນຫາຂໍ້ຫຍຸ້ງ ຍາກເຊັ່ນ ກົນໄກເຂົ້າອອກເມືອງ ປັບປຸງຄຸນນະພາບການບໍລິການ ປັບປຸງສະຖານທີ່ທ່ອງທ່ຽວ ສ້້າງຜະລິດຕະພັນການທ່ອງທ່ຽວທີ່ຫຼາກຫຼາຍໃຫ້ມີຄຸນນະພາບສູງຂຶ້ນ ເພີ່ມທະວີການໂຄສະນາ ແລະ ປັບປຸງເຄືອຂ່າຍການທ່ອງທ່ຽວໃຫ້ກວ້າງຂວາງເຂັ້ມແຂງ ຄົ້ນຄວ້າສ້າງຍຸດທະສາດດຶງດູດນັກທ່ອງທ່ຽວທີ່ມີຄວາມສາມາດໃຊ້ຈ່າຍເງິນສູງໃຫ້ຫຼາຍຂຶ້ນຕື່ມເພື່ອສ້າງລາຍຮັບເຂົ້າສູ່ປະເທດ ລວມທັງຊຸກຍູ້ການບໍລິການໃຫ້ຂະຫຍາຍຕົວ ເປັນຕົ້ນ ການຂົນສົ່ງ ການຄ້າ-ຂາຍ ການສົ່ງອອກໂດຍສະເພາະແມ່ນກະແສໄຟຟ້າ​ ແຮ່ທາດ ອຸດສາຫະກຳປຸງແຕ່ງ ຜົນຜະລິດກະສິກຳເພື່ອດຶງດູດເງິນຕາເຂົ້າປະເທດ ພ້ອມດຽວກັນນັ້ນ ກໍສະເໜີຂັ້ນເທິງພິຈາລະນາແກ້ໄຂໜີ້ສິນບູລິມະສິດການລົງທຶນຂອງລັດ (ໂຄງການທີ່ສຳເລັດ 100% ທີ່ມີປະສິດທິຜົນ) ເພື່ອສ້າງສະພາບຄ່ອງຕົວໃຫ້ພາກທຸລະກິດ ທັງເປັນການອັດສີດເງິນເຂົ້າລະບົບເສດຖະກິດ ເພື່ອຊຸກຍູ້ການພັດທະນາ ແລະ ການເຕີບໂຕທາງດ້ານເສດຖະກິດ.

ນອກຈາກນັ້ນ ປະຕິບັດມາດຕະການເຂັ້ມງວດ ຄົບຊຸດຕໍ່ວິໄນດ້ານການເງິນ-ເງິນຕາເຊັ່ນ ຫັນການຈັດເກັບລາຍຮັບໄປສູ່ທັນສະໄໝ ແກ້ໄຂການຂາດດຸນງົບປະມານ ເພີ່ມລາຍຮັບຄຸ້ມຄອງລາຍຈ່າຍ ແກ້ໄຂໜີ້ສິນ ແລະ ຄຸ້ມຄອງ ຕິດຕາມແຫຼ່ງເງິນຕາຕ່າງປະເທດ ຈາກຂາອອກ ການລົງທຶນ ທຶນຊ່ວຍເຫຼືອລ້າ ການບໍລິການທະນາຄານ ແລະ ການບໍລິການອື່ນໆ ຫຼຸດຜ່ອນການນຳເຂົ້າທີ່ບໍ່ຈຳເປັນ ສ້າງຄວາມເຊື່ອໝັ້ນດ້ານກົນໄກການບໍລິການ-ການເງິນຂອງທະນາຄານ ຄຸ້ມຄອງແຫລ່ງເງິນຕາ ແລະ ອັດຕາແລກປ່ຽນຂອງຮ້ານແລກປ່ຽນຢ່າງເຂັ້ມງວດໃນຂອບເຂດທົ່ວປະເທດ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...