spot_img
Homeຂ່າວຕ່າງປະເທດອັຟການິສຖານປ່ອຍນັກໂທດຕາລີບັນເພື່ອສະແດງຄວາມເປັນມິດ

ອັຟການິສຖານປ່ອຍນັກໂທດຕາລີບັນເພື່ອສະແດງຄວາມເປັນມິດ

Published on

ລັດຖະບານອັຟອານິສຖານປະກາດປ່ອຍຕົວນັກໂທດກຸ່ມຕາລີບັນ 490 ຄົນຈາກເຮືອນຈຳຕ່າງໆທົ່ວປະເທດເພື່ອສະແດງເຖິງຄວາມເປັນມິດ ຊຶ່ງຖືເປັນສ່ວນໜຶ່ງຂອງຄວາມພະຍາຍາມຊຸກຍູ້ຂະບວນການສັນຕິພາບທີ່ຢຸດນິ້ງໃຫ້ເດີນໜ້າຕໍ່ໄປ.

ລາຍງານຂ່າວຈາກນະຄອນຄູບູລ ປະເທດອັຟການິສຖານເມື່ອວັນທີ 13 ມິຖຸນາຜ່ານມາໃຫ້ຮູ້ວ່າ ທ່ານ ເຟຣອຊ ບາຊາຣີ ຜູ້ອຳ ນວຍການສູນສື່ສານມວນຊົນຂອງອັຟການິສຖານໄດ້ກ່າວວ່າ ກຸ່ມນັກໂທດຕາລີບັນທີ່ໄດ້ຮັບການປ່ອຍຕົວເປັນອິດສະຫຼະແມ່ນເປັນກຸ່ມຄົນທີ່ເຈັບປ່ວຍ ແລະ ຖືກຕັດສິນໂທດຈຳຄຸກບໍ່ເຖິງ 1 ປີ.

ທັງນີ້ ນັກໂທດກຸ່ມດັ່ງກ່າວເປັນສ່ວນໜຶ່ງຂອງນັກໂທດຈຳນວນ 887 ຄົນທີ່ປະທານາທິບໍດີ ອັຊຣັຟ ການີ ຂອງອັຟອານິສຖານສັ່ງປ່ອຍຕົວເພື່ອສະຫຼອງເທສະການວັນຢຸດ ອີດິ້ລ ຟີຕຣີ ພາຍລັງສິ້ນສຸດເດືອນຣໍມະດອນ (ສິນອົດຂອງຊາວມຸດສະລິມ) ເມື່ອຕົ້ນເດືອນມິຖຸນາຜ່ານມາ ແຕ່ກໍຍັງບໍ່ທັນມີການລະບຸວ່ານັກໂທດທັງໝົດຈະຖືກປ່ອຍຕົວເມື່ອໃດ?.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews.co.th

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...