spot_img
Homeຂ່າວພາຍ​ໃນສູນເລືອດແຫ່ງຊາດຈັດກິດຈະກຳ “ວັນບໍລິຈາກເລືອດໂລກ”

ສູນເລືອດແຫ່ງຊາດຈັດກິດຈະກຳ “ວັນບໍລິຈາກເລືອດໂລກ”

Published on

ໃນວັນທີ 14 ມິຖຸນາ 2016 ທີ່ສູນການຄ້າລາວ-ໄອເຕັກ (ຕຶກໃໝ່) ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ (14 ມິຖຸນາ) ໃນຫົວຂໍ້ “ເລືອດປອດໄພ-ເພື່ອທຸກຄົນ” ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ມີບັນດາຕາງໜ້າຈາກກະຊວງ ອົງກອນ ຫ້າງຮ້ານ ບໍລິສັດ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ກິດຈະກຳດັ່ງກ່າວແມ່ນໄດ້ຈັດມາແລ້ວໃນວັນທີ 6 ມິຖຸນາ 2016 ທີ່ແຂວງຊຽງຂວາງ ວັນທີ 12 ມິຖຸນາທີ່ແຂວງບໍລິຄຳໄຊ ແລະ ໃນວັນທີ 19 ມິຖຸນາແມ່ນຈະຈັດຢູ່ທີ່ແຂວງຈຳປາສັກ ສະຫວັນນະເຂດ ແລະ ອີກຫຼາຍແຂວງທົ່ວປະເທດ.

ທັງນີ້ ວັນທີ 14 ມິຖຸນາຂອງທຸກປີຖືເປັນວັນທີ່ກຳນົດການສະເຫຼີມສະຫຼອງວັນບໍລິຈາກເລືອດໂລກ (World Blood Donor Day) ຊຶ່ງບັນດາປະເທດທົ່ວໂລກກໍໄດ້ຈັດກິດຈະກຳດັ່ງກ່າວເຊັ່ນກັນ ຈຸດປະສົງກໍເພື່ອເປັນການສະແດງຄວາມຂອບໃຈຕໍ່ຜູ້ບໍລິຈາກເລືອດທີ່ເຂົາເຈົ້າໄດ້ມອບຂອງຂວັນທີ່ມີຄ່າທີ່ສຸດນັ້ນກໍຄື ການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຊ່ວຍເຫຼືອຄົນເຈັບທີ່ລໍຖ້າຄວາມຊ່ວຍເຫຼືອ.

ໂດຍຄາດໝາຍຂອງກິດຈະກຳດັ່ງກ່າວຄາດວ່າຈະມີຜູ້ເຂົ້າຮ່ວມບໍລິຈາກໂດຍສະໝັກໃຈຫຼາຍກວ່າ 1.000 ຄົນ ແລະ ຄາດວ່າຈະສາມາດຮັບບໍລິຈາກເລືອດໄດ້ຢ່າງຕ່ຳ 500 ຖົງ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...