spot_img
Homeຂ່າວຕ່າງປະເທດເຕືອນໄພ! ເດັກຕິດມືຖືສ່ຽງສາຍຕາສັ້ນຂັ້ນຮຸນແຮງ

ເຕືອນໄພ! ເດັກຕິດມືຖືສ່ຽງສາຍຕາສັ້ນຂັ້ນຮຸນແຮງ

Published on

ເປັນເລື່ອງລາວທີ່ຖືກແຊຣຕໍ່ໃນໂລກໂຊຊຽວ ແລະ ກຳລັງໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງໃນຂະນະນີ້ ສຳລັບກໍລະນີເດັກນ້ອຍອາຍຸ 2 ປີໃນມົນທົນຈຽງຊູ ທາງພາກກາງຂອງ ສປ ຈີນ ຕິດຫຼິ້ນໂທລະສັບມືຖື (ຫຼາຍເກີນໄປ) ຊຶ່ງສົ່ງຜົນໃຫ້ເດັກຄົນນີ້ຜະເຊີນກັບພາວະສາຍຕາສັ້ນຂັ້ນຮຸນແຮງພາຍຫຼັງທີ່ຫຼິ້ນໂທລະສັບມືຖືຢ່າງຕໍ່ເນື່ອງຫຼາຍຊົ່ວໂມງຕໍ່ວັນເປັນເວລາ 1 ປີ.

ທັງນີ້ ຜູ້ປົກຄອງຂອງເດັກນ້ອຍຄົນນີ້ໄດ້ໃຫ້ລູກຫຼິ້ນໂທລະສັບມືຖືຕັ້ງແຕ່ອາຍຸ 1 ປີເທົ່ານັ້ນ ດ້ວຍຄວາມທີ່ຮູ້ເທົ່າບໍ່ເຖິງການ ແລະ ບໍ່ຄາດຄິດວ່າຈະມີຜົນຮ້າຍຕາມມາຈິ່ງໄດ້ປ່ອຍໃຫ້ລູກນ້ອຍຫຼິ້ນມືຖືຫຼາຍກວ່າ 1 ຊົ່ວໂມງໃນແຕ່ລະວັນ ຫຼັງຈາກນັ້ນປະມານ 1 ປີ ເດັກນ້ອຍເລີ່ມມີພຶດຕິກຳຜິດປົກກະຕິເວລາຫຼິ້ນໂທລະສັບ ດັ່ງນັ້ນ ຈຶ່ງໄດ້ພາລູກໄປພົບແພດ ແລະ ແພດກໍໄດ້ລະບຸວ່າ ດວງຕາເບື້ອງໜຶ່ງຂອງເດັກມີຄ່າສາຍຕາສັ້ນສູງເຖິງ 900 ຊຶ່ງສູງກວ່າອີກເບື້ອງໜຶ່ງຫຼາຍເທົ່າ ແລະ ສູງກວ່າເດັກທົ່ວໄປທີ່ຢູ່ໃນຊ່ວງອາຍຸດຽວກັນ ແລະ ອາການດັ່ງກ່າວອາດຈະທະວີຄວາມຮຸນແຮງຂຶ້ນໃນເວລາທີ່ອາຍຸຂອງເດັກເພີ່ມຂຶ້ນ ຊຶ່ງອາດສົ່ງຜົນກະທົບຕໍ່ການດຳເນີນຊີວິດປະຈຳວັນອີກດ້ວຍ.

ຂະນະທີ່ແພດຜູ້ຊ່ຽວຊານໄດ້ເຕືອນວ່າ ເດັກອາຍຸຕ່ຳກວ່າ 3 ປີບໍ່ຄວນຫຼິ້ນອຸປະກອນເອເລັກໂຕຣນິກທຸກຊະນິດ ສ່ວນເດັກອາຍຸລະຫວ່າງ 3-6 ປີຫາກຈະຫຼິ້ນກໍບໍ່ຄວນໃຫ້ຫຼິ້ນເກີນ 30 ນາທີຕໍ່ວັນ ພ້ອມນີ້ ຜູ້ປົກຄອງກໍຄວນເຝົ້າສັງເກດເບິ່ງພຶດຕິກຳ ແລະ ອາການຕ່າງໆທີ່ອາດສົ່ງຜົນກະທົບ ແລະ ສົ່ງຜົນຮ້າຍຕໍ່ສາຍຕາຂອງລູກນ້ອຍ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: khaosod.co.th

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...