spot_img
Homeຂ່າວຕ່າງປະເທດIMF ປັບຫລຸດການເຕີບໂຕເສດຖະກິດໂລກປີນີ້ ແລະ ປີໜ້າລົງເລັກໜ້ອຍ

IMF ປັບຫລຸດການເຕີບໂຕເສດຖະກິດໂລກປີນີ້ ແລະ ປີໜ້າລົງເລັກໜ້ອຍ

Published on

 

ກອງທຶນການເງິນລະຫວ່າງປະເທດ ປັບຫລຸດການເຕີບໂຕເສດຖະກິດໂລກປີນີ້ ແລະ ປີໜ້າລົງເລັກໜ້ອຍ ຫລັງເສດ

ຖະກິດຍີ່ປຸ່ນ, ເອີລົບ ແລະ ປະເທດອາເມຣິກາໃຕ້ອ່ອນໂຕ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ຕຸລານີ້ວ່າ ກອງທຶນລະຫວ່າງປະເທດ ຫລື ໄອເອັມເອັບ ໄດ້ປັບຫລຸດແນວ

ໂນ້ມການຂະຫຍາຍຕົວຂອງເສດຖະກິດໂລກປີນີ້ ແລະ ປີໜ້າລົງເລັກໜ້ອຍ ເຊິ່ງສ່ວນໃຫຍ່ເປັນເພາະການຂະຫຍາຍ

ຕົວຂອງເສດຖະກິດຍີ່ປຸ່ນ, ອາເມຣິກາໃຕ້ ແລະ ເອີລົບຂ້ອນຂ້ອງອ່ອນໂຕ ໂດຍໄອເອັມເອັບຖະແຫລງວ່າ ເສດຖະກິດ

ຂອງໂລກຈະເຕີບໂຕໄດ້ຢູ່ 3.3% ໃນປີນີ້ ເຊິ່ງຫລຸດລົງຈາກທີ່ຄາດການໄວ້ທີ່ 3.4% ໃນເດືອນກໍລະກົດທີ່ຜ່ານມາ ສ່ວນ

ໃນປີໜ້າຄາດວ່າຈະຂະຫຍາຍຕົວ 3.8% ເມື່ອທຽບກັບການຄາດການກ່ອນໜ້ານີ້ ທີ່ວາງໄວ້ຢູ່ 4.0%

 

ການຫລຸດຕົວເລກເສດຖະກິດຄັ້ງນີ້ ສະທ້ອນໃຫ້ເຫັນການຫລຸດລົງຢ່າງຮຸນແຮງ ຂອງແນວໂນ້ມເສດຖະກິດໃນເອີລົບ,

ຣັດເຊຍ, ຕາເວັນອອກກາງ ແລະ ຍີ່ປຸ່ນ.

 

ຢ່າງໃດກໍຕາມ ໄອເອັມເອັບ ຍອມຮັບວ່າ ມີການປັບກລຸດການຄາດການຫລາຍຄັ້ງໃນຊ່ວງຫລາຍປີຜ່ານມານີ້ ແລະ

ບາງສ່ວນກໍເປັນເພາະການທີ່ເສດຖະກິດຂອງປະເທດທີ່ກ້າວໜ້ານັ້ນ ເລີ່ມຊະລໍຕົວຍາວນານ.

 

 

ບົດຄວາມຫຼ້າສຸດ

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...