spot_img
Homeຂ່າວຕ່າງປະເທດອາເມຣິກາພັດທະນາເຄື່ອງທົດສອບໃຊ້ວັດແທກຮໍໂມນຄວາມຄຽດ

ອາເມຣິກາພັດທະນາເຄື່ອງທົດສອບໃຊ້ວັດແທກຮໍໂມນຄວາມຄຽດ

Published on

ຄວາມຄຽດ ຫຼື ທີ່ຄົນສ່ວນໃຫຍ່ມັກເອີ້ນວ່າຄາຕະກອນງຽບ ເນື່ອງຈາກສົ່ງຜົນກະທົບຕໍ່ທຸກສ່ວນໃນຮ່າງກາຍບໍ່ວ່າຈະເປັນລະບົບຫົວໃຈ ສຸຂະພາບຈິດ ແລະ ອື່ນໆ ຊຶ່ງໃນໄລຍະ 2-3 ປີຜ່ານມາປະເດັນເລື່ອງຄວາມຄຽດກໍຖືເປັນຄວາມກັງວົນທີ່ຖືກຍົກຂຶ້ນມາເວົ້າ ແລະ ຫຼາຍອົງກອນທົ່ວໂລກກໍຮ່ວມຄົ້ນຫາວິທີທາງແກ້ໄຂຢ່າງຮີບດ່ວນ.

ໂດຍນັກວິໄຈຈາກມະຫາວິທະຍາໄລຊິນຊິນເນຕິໃນອາເມຣິກາໄດ້ເປີດເຜີຍວ່າ ອາການເຈັບປ່ວຍທາງຮ່າງກາຍຫຼາຍຢ່າງບໍ່ວ່າຈະເປັນພະຍາດເບົາຫວານ ຄວາມດັນເລືອດສູງ ແລະ ເກີດຄວາມຜິດປົກກະຕິທາງລະບົບປະສາດ ຫຼື ທາງຈິດໃຈ ສ່ວນໃຫຍ່ເກີດມາຈາກ ຄວາມຄຽດຂອງຜູ້ປ່ວຍ ດັ່ງນັ້ນ ການເຮັດຄວາມເຂົ້າໃຈວ່າຄວາມຄຽດສົ່ງຜົນກະທົບຕໍ່ຄົນເຮົາດ້ານໃດແດ່ນັ້ນຈິ່ງເປັນເລື່ອງທີ່ຄວນຮຽນຮູ້ ແລະ ຕິດຕາມຢ່າງໃກ້ຊິດ.

ຫຼ້າສຸດ ນັກວິໄຈຈາກມະຫາວິທະຍາໄລດັ່ງກ່າວໄດ້ພັດທະນາເຄື່ອງທົດສອບແບບໃໝ່ທີ່ມີປະສິດທິພາບສາມາດກວດຈັບຮໍໂມຄວາມຄຽດ ຊຶ່ງຈະໃຊ້ທົດສອບເຫື່ອ ປັດສະວະ ຫຼື ນ້ຳລາຍໄດ້ຢ່າງຕໍ່ເນື່ອງ ໂດຍອຸປະກອນແມ່ນໃຊ້ແສງອັລຕຣາໄວໂອເລຕໃນການວັດແທກຮໍໂມນຄວາມຄຽດ ແຕ່ບໍ່ໄດ້ໝາຍຄວາມວ່າອຸປະກອນນີ້ຈະເຂົ້າມາແທນທີ່ການກວດເລືອດທີ່ມີຄວາມລະອຽດກວ່າໃນຫ້ອງປະຕິບັດການຕາມໂຮງໝໍ ຫຼື ຄລີນິກ ແຕ່ມັນເໝາະສົມສຳລັບການທົດສອບດ້ວຍຕົນເອງທີ່ເຮືອນຖ້າຫາກຮູ້ສຶກບໍ່ສະບາຍ ຊຶ່ງຖ້າຫາກຮູ້ວ່າຮໍໂມນຄວາມຄຽດຂອງເຮົາຢູ່ໃນລະດັບໃດ? ປ່ຽນຈາກເລັກນ້ອຍ ຫຼື ເພີ່ມຂຶ້ນກໍຈະຊ່ວຍໃຫ້ເຮົາໆທ່ານໆແກ້ໄຂ ແລະ ປ້ອງກັນໄດ້ຖືກຈຸດ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...