spot_img
Homeຂ່າວທ້ອງຖິ່ນເກີດເຫດໄຟໄໝ້ທີ່ເມືອງສຸຣັຕຂອງອິນເດຍ ມີນັກຮຽນເສຍຊີວິດ 19 ລາຍ

ເກີດເຫດໄຟໄໝ້ທີ່ເມືອງສຸຣັຕຂອງອິນເດຍ ມີນັກຮຽນເສຍຊີວິດ 19 ລາຍ

Published on

ມີເດັກນັກຮຽນໄວລຸ້ນເສຍຊີວິດ 19 ລາຍໃນເຫດການໄຟໄໝ້ໂຮງຮຽນສອນພິເສດຊຶ່ງເປັນອາຄານ 4 ຊັ້ນທີ່ເມືອງສຸຣັຕ ທາງຕາເວັນອອກຂອງອິນເດຍ ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 25 ພຶດສະພາ 2019.

ຂະນະທີ່ເຈົ້າໜ້າທີ່ຕຳຫຼວດໃນລັດຄຸຊຣາຕໄດ້ເປີດເຜີຍວ່າ ພົບຜູ້ເສຍຊີວິດເປັນເດັກນັກຮຽນໄວລຸ້ນຈຳນວນ 19 ລາຍ ແລະ ຍັງມີຜູ້ທີ່ໄດ້ຮັບບາດເຈັບຈາກໄຟລວກ ແລະ ສູດດົມຄວັນພິດອີກຫຼາຍກວ່າ 10 ຄົນ ຊຶ່ງອາຄານດັ່ງກ່າວແມ່ນເປັນອາຄານສອນພິເສດສຳລັບນັກຮຽນທີ່ກຽມຄວາມພ້ອມກ່ອນສອບເສັງ.

ລາຍງານຂ່າວດຽວກັນລະບຸຕື່ມວ່າ ເດັກນັກຮຽນທີ່ເສຍຊີວິດສ່ວນໃຫຍ່ແມ່ນຍ້ອນຕິດຢູ່ໃນຊາກອາຄານ ແລະ ບໍ່ສາມາດໜີອອກມາໄດ້ເພາະໄຟໄໝ້ຂັ້ນໄດທາງລົງ ຂະນະທີ່ມີນັກຮຽນ 3-4 ຄົນທີ່ເສຍຊີວິດຍ້ອນໂດດລົງມາຈາກຕຶກ ທັງນີ້ ເຈົ້າໜ້າທີ່ໄດ້ໃຊ້ລົດດັບເພີງຫຼາຍກວ່າ 20 ຄັນໃນການຄວບຄຸມເພີງ ຊຶ່ງຕົ້ນເພີງແມ່ນເກີດຈາກຊັ້ນ 3 ແລະ ຊັ້ນ 4.

ສ່ວນທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍກໍໄດ້ກ່າວສະແດງຄວາມເສຍໃຈຕໍ່ກັບເຫດການທີ່ເກີດຂຶ້ນ ພ້ອມສັ່ງໃຫ້ລັດຖະບານ ແລະ ເຈົ້າໜ້າທີ່ໃຫ້ການຊ່ວຍເຫຼືອທຸກຢ່າງທີ່ຈຳເປັນຕໍ່ຜົນກະທົບທີ່ເກີດຂຶ້ນ ຊຶ່ງເຫດການໄຟໄໝ້ໃນປະເທດອິນເດຍຖືເປັນເລື່ອງປົກກະຕິທີ່ເກີດຂຶ້ນເປັນປະຈຳເນື່ອງຈາກວ່າລະບົບຮັກສາຄວາມປອດໄພຍັງບໍ່ໄດ້ມາດຕະຖານ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: AP

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...