spot_img
Homeຂ່າວພາຍ​ໃນເປີດສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ຢ່າງເປັນທາງການ

ເປີດສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ຢ່າງເປັນທາງການ

Published on

 

ປະຕິບັດຕາມຂໍ້ຕົກລົງວ່າດວ້ຍການຮັບຮອງເອົາຄະນະຂົນຂວາຍສ້າງຕັ້ງສະມາຄົມກູ້ໄພສະບັບສ້າງທີ່ 656/ ຈນວ,

ລົງວັນທີ 30 ມິຖຸນາ 2014 ແລະ ອີງຕາມ ໃບສະເໝີຂອງພະແນກພາຍໃນນະຄອນຫຼວງວຽງຈັນ ສະບັບເລກທີ 0882

ພພນ.ນວ, ລົງວັນທີ 11 ກໍລະກົດ 2014, ເຈົ້າຄອງນະຄອນຫຼວງວຽງຈັນຈຶ່ງ ຕົກລົງເຫັນດີໃຫ້ສ້າງຕັ້ງສະມາຄົມດັ່ງກ່າວ

ຂຶ້ນ ໂດຍໃສ່ຊື່ວ່າ: “ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ” ຕາມລະບຽບການ ແລະ ໃນວັນທີ 3 ຕຸລານີ້ ໜ່ວຍກູ້

ໄພນະຄອນຫຼວງວຽງຈັນກໍໄດ້ ຈັດພິທີເປີດສະມາຄົນດັ່ງກ່າວຂຶ້ນຢ່າງເປັນທາງການ, ຢູ່ໂຮງແຮມນະຄອນສັກ ນະຄອນ

ຫຼວງວຽງຈັນ ແລະ ກອງປະຊຸມໃຫຍ່ຄັ້ງທີ່ໜຶ່ງຂອງສະມາຄົມກູ້ໄພນະຄອນຫຼວງວຽງຈັນຢ່າງເປັນທາງການ.

 

ທ່ານຫົວໜ້າພະແນກພາຍໃນຄອນຫຼວງວຽງຈັນ ບຸນໜາ ຜາທຸມມະວົງ ກ່າວວ່າ: ສະມາຄົມ ກູ້ໄພແມ່ນການຈັດຕັ້ງ

ໜຶ່ງທີ່ສ້າງຂຶ້ນດ້ວຍຄວາມສະໜັກໃຈ ແລະ ເຄື່ອນໄຫວເປັນປະຈຳ, ບໍ່ຫວັງຜົນກຳໄລ ເພື່ອປົກປ້ອງສິດ ແລະ ຜົນປະ

ໂຫຍດອັນຊອບທຳຂອງສັງຄົມ, ໂດຍສະເພາະແມ່ນການຊ່ວຍເຫຼືອຜູ້ທຸກຍາກ, ດ້ອຍໂອກາດ, ຜູ້ທີ່ມີສະພາບຄອບຄົວ

ຫຍຸ້ງຍາກ ດັ່ງທີ່ເຄີຍປະຕິບັດມາ, ສະນັ້ນ ສະຄົມກູ້ໄພຈະຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງແນວຄິດໃຫ້

ແກ່ສະມາຊິກ ໃຫ້ເຂົ້າໃຈເລິກເຊິ່ງ ແລະ ກຳແໜ້ນກົດໝາຍຂອງສະມາຄົມ, ພ້ອມກັນນັ້ນກໍຕ້ອງໄດ້ປະຕິບັດລະບຽບ

ແລະ ຂັ້ນຕອນຕ່າງໆ ເພື່ອຈະໄດ້ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງສະມາຄົມ ໃຫ້ແກ່ການນຳນະຄອນຫຼວງ

ວຽງຈັນໃນແຕ່ລະໄລຍະ ໂດຍສະເພາະແມ່ນຖານະທາງດ້ານການເງິນ ແລະ ການຈັດຕັ້ງຕ່າງໆ.

 

ທ່ານປະທານສະມາຄົມກູ້ໄພນະຄອນຫຼວງວຽງຈັນ ລຳເງິນ ວົງພະຈັນ ກ່າວວ່າ: ໜ່ວຍກູ້ໄພນະຄອນຫຼວງວຽງຈັນເຮັດ

ໜ້າ ທີ່ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຕ່າງໆເປັນຕົ້ນແມ່ນອຸປະຕິເຫດຕາມທ້ອງຖະໜົນ ໂດຍບໍ່ເກັບຄ່າບໍລິການໃດ, ວຽກ

ງານກູ້ໄພ ແມ່ນມີການຈັດຕັ້ງປະຕິບັດມາໄດ້ຫຼາຍປີແລ້ວ ຊຶ່ງຕົນໄດ້ເຂົ້າຮ່ວມໜ່ວຍງານດັ່ງກ່າວໃນປີ 2008 ແລະ

ຖີກແຕ່ງຕັ້ງເປັນຫົວໜ້າໜ່ວຍກູ້ໄພໃນປີ 2011 ເຊິ່ງໄດ້ດຳເນີນການຊ່ວຍເຫຼືອສັງຄົມຕະຫຼອດມາ ແລະ ຜ່ານຈາກການ

ກວດກາຂອງອຳນາດການປົກຄອງຢ່າງລະອຽດ ແລະ ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງເປັນສະມາຄົມຂຶ້ນ ແລະ ໃຫ້ເຄື່ອນໄຫວ

ຊ່ວຍເຫຼືອຜູ້ປະສົບໄພ ແລະ ຜູ້ປະສົບອຸປະຕິເຫດໃນຂອບເຂດນະຄອນຫຼວງວຽງຈັນຢ່າງເປັນປົກກະຕິ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...