Homeຂ່າວທ້ອງຖິ່ນສວນວັດທະນະທຳຊຽງຄວນຈັດກິດຈະກຳສະເຫຼີມສະຫຼອງວັນກຳມະກອນສາກົນ

ສວນວັດທະນະທຳຊຽງຄວນຈັດກິດຈະກຳສະເຫຼີມສະຫຼອງວັນກຳມະກອນສາກົນ

Published on

ເມື່ອວັນທີ 1 ພຶດສະພາ ຜ່ານມາ ທີ່ສວນວັດທະນະທຳຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 133 ປີ ໂດຍການເປັນປະທານຂອງ ທ່ານ ແກ່ນ ວໍລະສານ ຮອງເຈົ້າເມືອງຫາດຊາຍຟອງ, ທ່ານ ບົວໃສ ລຸນວົງສາ ຫົວໜ້າຫ້ອງວ່າການເມືອງຫາດຊາຍຟອງ, ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິຫານສວນວັດທະນະທຳຊຽງຄວນ ພ້ອມມີແຂກຖືກເຊີນ ພາກສ່ວນກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ນາງ ສ້ອຍສຸດາ ໄດ້ກ່າວວ່າ ຈຸດປະສົງຫຼັກຂອງການຈັດງານໃນຄັ້ງນີ້ກໍເພື່ອສົ່ງເສີມປີທ່ອງທ່ຽວລາວ-ຈີນ ທັງເປັນການສະເຫຼີມສະຫຼອງວັນກຳມະກອນສາກົນ ແລະ ຫາລາຍໄດ້ເພື່ອສົມທົບທຶນບູລະນະກຳແພງໂຮງຮຽນປະຖົມສົມບູນບ້ານຊຽງຄວນ ພ້ອມນີ້ ກໍເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວ ແລະ ທ່ຽວຊົມສະຖານທີ່ຊຶ່ງຖືເປັນແຫຼ່ງວັດທະນະທຳອັນຊົງຄຸນຄ່າອີກແຫ່ງໜຶ່ງຂອງປະເທດ.

ສຳລັບກິດຈະກຳໃນຄັ້ງນີ້ປະກອບມີການສະແດງຄອນເສີດຈາກສິລະປິນຊື່ດັງ ຟ້ອນລຳວົງສາມັກຄີ, ຮັບປະທານອາຫານສາມັກຄີແລະ ກິດຈະກຳແຈກຂອງລາງວັນຢ່າງຫຼວງຫຼາຍ ໂດຍຄາດໝາຍທີ່ຕັ້ງເປົ້າໄວ້ແມ່ນຕ້ອງໃຫ້ໄດ້ກ້ອນທຶນປະມານ 2O ລ້ານກີບ ເພື່ອນຳໃຊ້ເຂົ້າໃນການບູລະນະສ້ອມແປງກຳແພງໃຫ້ກັບໂຮງຮຽນປະຖົມສົມບູນບ້ານຊຽງຄວນ.

 

 

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...