spot_img
Homeເດືອນແຫ່ງການຂັບຂີ່ປອດໄພລົດຈັກບໍ່ມີປະກັນໄພຕ້ອງເສຍຄ່າປັບໄໝ ຫຼື ບໍ່? ໃນເວລາເກີດອຸບັດຕິເຫດເມື່ອໄປໄກ່ເກ່ຍຢູ່ກອງຄະດີ

ລົດຈັກບໍ່ມີປະກັນໄພຕ້ອງເສຍຄ່າປັບໄໝ ຫຼື ບໍ່? ໃນເວລາເກີດອຸບັດຕິເຫດເມື່ອໄປໄກ່ເກ່ຍຢູ່ກອງຄະດີ

Published on

ທີມງານລາວໂພສ ໄດ້ເຮັດເອກະສານໄປຂໍຂໍ້ມູນນຳທາງກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະ ການປະກັນໄພ (ຄລປ) ເພື່ອຫາຄຳຕອບກ່ຽວກັບປະເດັນນີ້. ເຊິ່ງທາງ ຄລປ ໄດ້ໃຫ້ຂໍ້ມູນກັບທາງເຮົາວ່າ ອີງຕາມກົດໝາຍວ່າດ້ວຍການຈາລະຈອນທາງບົກ ແມ່ນກຳນົດໃຫ້ຍານພາຫະນະທຸກຊະນິດຕ້ອງມີການປະກັນໄພ ເຊິ່ງກໍ່ລວມເຖິງລົດຈັກ. ສຳລັບການປັບໄໝໃນກໍລະນີເຈົ້າຂອງລົດບໍ່ມີປະກັນໄພ ກໍ່ຕ້ອງເສຍຄ່າປັບໄໝຕາມທີ່ໄດ້ກຳນົດໃນໝວດທີ 4, ມາດຕາ 29 ຂອງດຳລັດວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດກົດໝາຍກ່ຽວກັບການຈາລະຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ສະບັບເລກທີ 188/ນຍ, ລົງວັນທີ 03/07/2007 (ສຳລັບການຈັດຕັ້ງປະຕິບັດຕົວຈິງແມ່ນອີງໃສ່ການວິນິດໄສຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ).

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:  ກົມຄຸ້ມຄອງ, ພັດທະນາລັດວິສາຫະກິດ ແລະ ການປະກັນໄພ (ຄລປ)

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...