spot_img
Homeຂ່າວທ້ອງຖິ່ນຊີ້ແຈງຂໍ້ຂັດແຍ່ງທີ່ດິນຢູ່ບ້ານນາໂນ ເຫດເອົາປືນອອກມາຍິງຂູ່

ຊີ້ແຈງຂໍ້ຂັດແຍ່ງທີ່ດິນຢູ່ບ້ານນາໂນ ເຫດເອົາປືນອອກມາຍິງຂູ່

Published on

ໃນວັນທີ 19 ມີນາ 2019, ທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ໄດ້ຊີ້ແຈງຕໍ່ກັບບັນຫາ ແລະ ສາເຫດຂອງຂໍ້ຂັດແຍ່ງດິນ ຢູ່ບ້ານນາໂນ ເມືອງໄຊເສດຖາ ວ່າ: ສາເຫດແມ່ນຍ້ອນການປະສານສົມທົບຂອງປະຊາຊົນ ກັບພາກລັດ ຍັງບໍ່ທັນແໜ້ນ ແລະ ປະຊາຊົນມີຄວາມຮີບຮ້ອນໃຫ້ໄດ້ຮັບການຊົດເຊີຍທີ່ດິນ ຈຶ່ງໄດ້ມີການໄປບຸກເບີກ ເຊິ່ງປະຊາຊົນທີ່ໄປບຸກເບີກດິນ ກໍ່ບໍ່ສາມາດກຳໄດ້ຂອບເຂດ ແລະ ຈຸດທີ່ຕັ້ງຂອງໃບຕາດິນ ເມື່ອທຳການບຸກເບີກກໍໄປກະທົບຕໍ່ຜົນປະໂຫຍດຂອງປະຊາຊົນ ທີ່ມີກຳມະສິດທີ່ຖືກຕ້ອງຕາມກົດໝາຍ ຈຶ່ງໄດ້ກໍ່ໃຫ້ເກີດມີບັນຫາຕໍ່ວ່າກັນ ແລະ ມີຂໍ້ຂັດແຍ່ງຢ່າງຮຸນແຮງ, ຍິ່ງໄປກວ່ານັ້ນໄດ້ມີການເອົາປືນອອກມາຍິງຂູ່ກັນ.

ດິນທີ່ປະຊາຊົນໄປບຸກເບີກແມ່ນມີປະມານ 17 ເຮັກຕາ ໃນນັ້ນມີເນື້ອທີ່ດິນຂອງກະຊວງປ້ອງກັນປະເທດ 5 ເຮັກຕາ, ດິນຂອງລັດ ທີ່ຈັດສັນໃຫ້ປະຊາຊົນທຸກຍາກ ມີ 7 ເຮັກຕາ ແລະ ດິນມີໃບຕາດິນຂອບທອງ ຖືກຕ້ອງຕາມກົດໝາຍມີ 18 ຕອນ ຈຳນວນ 5 ເຮັກຕາ. ຕໍ່ສະພາບການດັ່ງກ່າວ, ທາງອຳນາດການປົກຄອງເມືອງໄຊເສດຖາ ກໍ່ໄດ້ແຕ່ງຕັ້ງຄະນະສະເພາະກິດ ລົງກວດກາດິນລັດຄຸ້ມຄອງ ແລະ ລົງເກັບກຳຂໍ້ມູນຕອນດິນ, ພ້ອມທັງຄົ້ນຄ້ວາຈັດສັນດິນໃຫ້ປະຊາຊົນທີ່ຖືກຜົນກະທົບໃຫ້ລະອຽດ ເພາະຈຸດດັ່ງກ່າວ, ມີທັງດິນລັດ ແລະ ດິນຂອງປະຊາຊົນທີ່ມີໃບຕາດິນແລ້ວ.

ໃນການບຸກເບີກຂອງປະຊາຊົນ ທີ່ມີຜົນກະທົບຕໍ່ໂຄງການຂອງລັດ ທາງເມືອງໄຊເສດຖາກໍ່ໄດ້ມີການລົງໄປປະສານກັບປະຊາຊົນ ແລະ ໄດ້ອອກແຈ້ງການ ເພື່ອໃຫ້ຢຸດຕິໃນການບຸກເບີກກ່ອນ, ແຕ່ກໍບໍ່ໄດ້ຮັບຄວາມຮ່ວມມື ຈາກປະຊາຊົນ ຈຶ່ງເຮັດໃຫ້ເກີດບັນຫາຕາມມາ, ເຊິ່ງຄະນະສະເພາະກິດ ກໍ່ໄດ້ມີການປະຊຸມກັນ ແລະ ລົງໄປແກ້ໄຂຈັດສັນດິນຄືນໃໝ່ຢູ່ຂົງເຂດດັ່ງກ່າວ ໃນໂຄງການຂອງລັດ ທີ່ໄດ້ຈັດສັນດິນໃຫ້ປະຊາຊົນທີ່ທຸກຍາກແມ່ນມີ 7 ເຮັກຕາ.

ສຳລັບການແກ້ໄຂໃນຕໍ່ໜ້າ ແມ່ນແຈ້ງໃຫ້ປະຊາຊົນ ທີ່ທຳການບຸກເບີກດິນໃຫ້ຢຸດຕິກ່ອນ ແລ້ວຫັນໜ້າມາປຶກສາຫາລືນຳຄະນະສະເພາະກິດ ເພື່ອແກ້ໄຂບັນຫາດັ່ງກ່າວ, ອອກແຈ້ງການໃຫ້ປະຊາຊົນ ຫລື ພະນັກງານທີ່ໄດ້ທຳການກໍ່ສ້າງ ແລະ ທຳການພັດທະນາຕອນດິນໃນ 7 ເຮັກຕາ ທີ່ຍັງມີບັນຫາຂໍ້ຂັດແຍງ ໃຫ້ມາແຈ້ງຄືນ ເພື່ອກວດກາຄືນໃຫ້ສອດຄ່ອງກັບນິຕິກຳ ທີ່ໄດ້ອອກໃຫ້ໃນເມື່ອກ່ອນ ແລະ ຈະໄດ້ຈັດສັນດິນຄືນໃໝ່, ເຊິ່ງຈະໄດ້ໃຊ້ເວລາໃນການແກ້ໄຂບັນຫາດັ່ງກ່າວ ປະມານໜຶ່ງເດືອນ. ສຳລັບປະຊາຊົນທີ່ນຳເອົາລົດ ເຂົ້າໄປບຸກເບີກທີ່ດິນຈຳນວນດັ່ງກ່າວ ທີ່ບໍ່ໄດ້ຮັບການອະນຸຍາດຈາກການຈັດຕັ້ງຂອງພັກ-ລັດ ບໍ່ວ່າຈະເປັນດິນລັດ ຫລື ດິນບຸກຄົນກໍ່ຕາມ ຖ້າເຫັນວ່າຍັງມີການລະເມີດຕໍ່ກັບລະບຽບກົດໝາຍ ແລະ ກຸ່ມຄົນດັ່ງກ່າວ ຍັງບໍ່ລົດລະຍັງດື້ນດ້ານ ກໍໃຫ້ໃຊ້ມາດຕະການເດັດຂາດ ທາງດ້ານກົດໝາຍ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...