spot_img
Homeຂ່າວຕ່າງປະເທດຄົນຈີນສັ່ງຈອງໄອໂຟນ 6 ພຽງແຕ່ 6 ຊົ່ວໂມງຍອດພຸ່ງເຖິງ 2 ລ້ານເຄື່ອງ

ຄົນຈີນສັ່ງຈອງໄອໂຟນ 6 ພຽງແຕ່ 6 ຊົ່ວໂມງຍອດພຸ່ງເຖິງ 2 ລ້ານເຄື່ອງ

Published on

 

ຄົນຈີນຈອງຊື້ ໄອໂຟນ 6 ຍອດພຸ່ງ 2 ລ້ານເຄື່ອງພາຍໃນ 6 ຊົ່ວໂມງ ເຜີຍຍອດສັ່ງຈະຂຶ້ນໄປອີກ ຫລັງເປີດໃຫ້ຈອງຜ່ານ

ເວັບໄຊຢ່າງເປັນທາງການ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ຕຸລານີ້ວ່າ ທາງການຈີນໃຫ້ໃບອະນຸຍາດແກ່ບໍລິສັດແອັບເປີ້ນ ເພື່ອຈັດຈຳ

ໜ່າຍສະມາດໂຟນລຸ້ນ ໄອໂຟນ 6 ແລະ ໄອໂຟນ 6 ພລັສ ແລ້ວ ໂດຍໄອໂຟນໃໝ່ລ່າສຸດນີ້ ຈະວາງຂາຍໃນຈີນຢ່າງເປັນ

ທາງການໃນວັນທີ 17 ຕຸລາ 2014 ທີ່ຈະມາເຖິງ. ລ່າສຸດເວັບໄຊເວິຍເຟິງ ເຊິ່ງເປັນເວັບດ້ານເຕັກໂນໂລຊີຂອງຈີນ ໄດ້ເປີດ

ເຜີຍວ່າ ຈາກຍອດການສັ່ງຈອງລ່ວງໜ້າຂອງຜູ້ໃຫ້ບໍລິການເຄືອຂ່າຍຍັກໃຫຍ່ຂອງຈີນ 3 ເຈົ້າ ເຊິ່ງປະກອບໄປດ້ວຍ:

ໄຊນ່າ ໂມບາຍ, ໄຊນ່າ ຢູນິຄອມ ແລະ ໄຊນ່າ ເທເລຄອມ ນັ້ນ ເມື່ອນຳເອົາໂຕເລກມາລວມກັນ ແມ່ນຈະມີຫລາຍເຖິງ 2

ລ້ານເຄື່ອງແລ້ວ ພາຍໃນໄລຍະພຽງແຕ່ 6 ຊົ່ວໂມງເທົ່ານັ້ນ.

 

ຢ່າງໃດກໍຕາມ ຕົວເລກສັ່ງຈອງ 2 ລ້ານເຄື່ອງດັ່ງກ່າວນີ້ ຍັງບໍ່ທັນໄດ້ນັບລວມກັບເຄື່ອງທີ່ຈະຖືກສັ່ງຈອງຜ່ານທາງເວັບ

ໄຊຢ່າງເປັນທາງການຂອງແອັບເປິ້ນໃນປະເທດຈີນ ເຊິ່ງຈະເປີດໃຫ້ເລີ່ມສັ່ງຈອງໄດ້ຕັ້ງແຕ່ວັນທີ 10 ຕຸລາ 2014 ທີ່ຈະມາ

ເຖິງນີ້ ລວມເຖິງຍອດສັ່ງຈອງຜ່ານເວັບໄຊຂອງຜູ້ໃຫ້ບໍລິການໂທລະສັບມືຖືລາຍໃຫຍ່ທັງ 3 ແລະ ຜູ້ໃຫ້ຈຳໜ່າຍລາຍ

ຍ່ອຍ ທີ່ໄດ້ຮັບອະນຸຍາດອີກ ກ່ອນທີ່ເຄື່ອງຈະວາງຈຳໜ່າຍແທ້ຈິງໃນວັນທີ 17 ຕຸລາ 2014 ນັ້ນ ຕົວເລກສັ່ງຈອງລ່ວງ

ໜ້າຂອງ ໄອໂຟນ 6 ສຳລັບຕະຫລາດຈີນ ແມ່ນຍັງຈະມີຈຳນວນເພີ່ມຂຶ້ນອີກຢ່າງແນ່ນອນ.

 

 

 

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...