spot_img
Homeຂ່າວຕ່າງປະເທດການບິນໄທ ຍົກເລີກຖ້ຽວບິນໄປເອີຣົບ ຫຼັງປາກິດສະຖານຍິງເຮືອບິນຮົບອິນເດຍຕົກ ແລະ ປິີດນ່ານຟ້າ

ການບິນໄທ ຍົກເລີກຖ້ຽວບິນໄປເອີຣົບ ຫຼັງປາກິດສະຖານຍິງເຮືອບິນຮົບອິນເດຍຕົກ ແລະ ປິີດນ່ານຟ້າ

Published on

ຈາກກໍລະນີ ໂຄສົກກອງທັບປາກິດສະຖານ ຖະແຫຼງວ່າກອງທັບປະກິດສະຖານໄດ້ຍິງເຮືອບິນກອງທັບອາກາດອິນເດຍຕົກລົງ 2 ລໍາ ໃນບໍລິເວນພື້ນທີ່ ທີ່ມີຄວາມຂັດແຍ່ງໃນດິນແດນແຄສເມຍ ໂດຍເຄື່ອງບິນລໍາໜຶ່ງຕົກລົງພື້ນທີ່ໃນເຂດຄວບຄຸມຂອງອິນເດຍ ແລະ ອີກລໍາໜຶ່ງຕົກລົງໃນພື້ນທີ່ຄວບຄຸມຂອງປາກິດສະຖານ, ຖະແຫຼງການດັ່ງກ່າວມີຂຶ້ນ ຫຼັງມີລາຍງານວ່າເຄື່ອງບິນກອງທັບທາງອາກາດຂອງປາກິດສະຖານລະເມີດນ່ານຟ້າຂອງອິນເດຍກ່ອນ.

ເວັບໄຊ ຂ່າວສົດ ຂອງໄທ ລາຍງານ ຕອນເຊົ້າຂອງວັນທີ 28 ກຸມພາ 2019, ວ່າ: ທ່ານ ສຸເມດ ດໍາຣົງໄຊຍະທໍາ ກໍາມະການຜູ້ອໍານວຍການໃຫ່ຍ ບໍລິສັດການບິນໄທ ຈໍາກັດ ເປີດເຜີຍວ່າ ຫຼັງຈາກເກີດສະຖານະການຄວາມຂັດແຍ່ງລະຫວ່າງປະເທດ ປາກິດສະຖານ ແລະ ປະເທດ ອິນເດຍ ຈຶ່ງເຮັດໃຫ້ມີການປະກາດປິດນ່ານຟ້າ ໂດຍໃນເບື້ອງຕົ້ນການບິນໄທ ໄດ້ປະສານກັບເຮືອບິນທີ່ກໍາລັງບິນຢູ່ເທິງນ່ານຟ້າ ເພື່ອໄປເອີຣົບປະມານ 3-4 ລໍາ ໃຫ້ກັບມາລົງທີ່ປະເທດໄທກ່ອນ ໂດຍມີຖ້ຽວບິນຈາກບາງກອກ-ແຟງເຟີຣດ, ບາງກອກ-ລອນດອນ.

ພ້ອມນັ້ນ, ເວັບໄຊຂ່າວສົດ ລາຍງານຕື່ມວ່າ: ໃນການປິດນ່ານຟ້າຄັ້ງນີ້, ຈະສົ່ງຜົນກະທົບກັບຖ້ຽວບິນທີ່ບິນໄປເອີຣົບທຸກເສັ້ນທາງ. ສໍາລັບຖ້ຽວບິນທີ່ກໍາລັງຈະອອກເດີນທາງໃນຕອນຄໍ່າມື້ນີ້ ຈະໄດ້ເອີ້ນປະຊຸມດ່ວນ ເພື່ອພິຈາລະນາຜົນກະທົບຈາກເຫດການດັ່ງກ່າວ. ທັງນີ້, ການບິນໄທ ມີເສັ້ນທາງການບິນໄປເອີຣົບເຖີງ 13 ເສັ້ນທາງ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: khaosod.co.th​

ຮູບພາບຈາກ: thainews.prd.go.th

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...