spot_img
Homeຂ່າວທ້ອງຖິ່ນພົນລະເມືອງທີ່ຖືກສໍ້ໂກງໄດ້ຮັບຊັບຂອງຕົນຄືນ

ພົນລະເມືອງທີ່ຖືກສໍ້ໂກງໄດ້ຮັບຊັບຂອງຕົນຄືນ

Published on

 

ນາງ ອໍາພອນ ປະຊາຊົນບ້ານເວີນແຄນ ເມືອງມຸນລະປາໂມກ ໄດ້ຮັບຊັບຂອງຕົນຄືນ ເປັນຄໍາ 2 ບາດ ກັບ 5 ຫຸນ ພາຍຫຼັງຖືກທ້າວ ເຕື່ອຍ ແລະ ເມຍ ສໍ້ໂກງ, ນາງ ອໍາພອນ ດີໃຈ ແລະ ກ່າວ ຕໍ່ໄປວ່າ : ຈະບໍ່ເຊື່ອຄົນງ່າຍອີກແລ້ວ.
ການມອບຊັບຄັ້ງນີ້ມີຂຶ້ນໃນວັນທີ 19 ກັນຍາ 2014 ທີ່ຜ່ານມາ ຢູ່ພະແນກສືບສວນ-ສອບສວນ ປກສ ແຂວງຈໍາປາສັກ ເປັນກຽດມອບໂດຍທ່ານ ນາງ ຮ້ອຍເອກ ມະນີວອນ ຕາງໜ້າເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ, ຮັບໂດຍທ່ານ ນາງ ອໍາພອນ ຜູ້ທີ່ຖືກສໍ້ໂກງຊັບ ຊຶ່ງນາງໄດ້ກ່າວຄໍາຂອບໃຈຕໍ່ເຈົ້າໜ້າທີ່ ພ້ອມທັງກ່າວຢືນຢັນຕໍ່ໄປວ່າຈະບໍ່ເຊື່ອຄົນງ່າຍໆອີກແລ້ວ.
ທ່ານ ຮ້ອຍໂທ ພູວົງ ຕຸ້ມທອງພິມ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຈໍາປາສັກໃຫ້ຂໍ້ມູນວ່າ: ໃນວັນທີ 17 ກັນຍາ 2014 ທີ່ຜ່ານມາ ພາຍຫຼັງເຈົ້າໜ້າທີ່ພວກເຮົາໄດ້ຮັບແຈ້ງຄວາມຈາກທ້າວ ໂດ່ ແລະ ນາງ ອໍາພອນ ອາຊີບເຮັດນາ ຢູ່ບ້ານເວີນແຄນ ເມືອງມຸນລະປາໂມກວ່າ: ໃນວັນທີ 16 ກັນຍາ ມີຜົວເມຍຄູ່ໜຶ່ງຂີ່ລົດເກັງ ຍີ່ຫໍ້ເກຍ ສີຂາວ ບໍ່ຕິດປ້າຍທະບຽນ ໄປເຄື່ອນໄຫວໂຄສະນາເທີນລົດ ແລະ ດາວລົດ ດ້ວຍຮູບແບບຈ່າຍຜ່ອນບໍ່ມີດອກເບ້ຍ ແຕ່ໃຫ້ຈ່າຍກ່ອນຕາມທ່າແຮງ, ພວກຕົນເລີຍສົນໃຈຢາກໄດ້ລົດເລີຍເຂົ້າໄປສອບຖາມໂອ້ລົມກັບພວກກ່ຽວ ແລະ ໄດ້ຕົກລົງກັບພວກກ່ຽວວ່າຈະດາວລົດວີໂກ້ ໃນລາຄາ 148 ລ້ານກີບ ໂດຍໃຫ້ຈ່າຍຜ່ອນໃນກໍານົດ 6 ປີບໍ່ມີດອກເບ້ຍ ແລະ ໄດ້ຕົກລົງໃຫ້ພວກຕົນຈ່າຍກ່ອນເປັນຄໍາ 2 ບາດ ກັບ 5 ຫຸນ, ໃນນັ້ນສາຍຄໍ 1 ບາດ, ສາຍແຂນ 1 ບາດ ຕີເປັນເງິນ 9 ລ້ານກີບ ແລະ ແຫວນ 5 ຫຸນ, ເມື່ອຕົກລົງກັນໄດ້ແລ້ວ ວັນທີ 17 ກັນຍາ ພວກກ່ຽວກໍ່ພາຂຶ້ນມາປາກເຊ ເພື່ອເບິ່ງລົດ ເມື່ອມາຮອດປາກເຊພວກກ່ຽວຊວນໄປກິນເຂົ້າຢູ່ຕະຫຼາດໂອທັອບ(ຕະຫຼາດສູນການຄ້າ),ໂດຍບອກໃຫ້ພວກຕົນລົງລົດ ແລະ ເຂົ້າໄປນັ່ງຖ້າ ເພາະພວກກ່ຽວວ່າຈະຊອກບ່ອນຈອດລົດກ່ອນຈິ່ງຈະເຂົ້າໄປນໍາຫຼັງ, ພວກຕົນກໍ່ເຂົ້າໄປນັ່ງຖ້າດົນເຕີບ ແຕ່ບໍ່ເຫັນພວກກ່ຽວຕາມມາ. ເມື່ອໄດ້ຮັບແຈ້ງຄວາມແນວນັ້ນເຈົ້າໜ້າທີ່ພວກເຮົາກໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ສາຍກວດທີ່ປະຈໍາຢູ່ແຕ່ລະຈຸດ ກວດກາຕິດຕາມລົດເປົ້າໝາຍ ແລະ ໃນທີ່ສຸດກໍ່ສາມາດກັກຕົວພວກກ່ຽວໄດ້ຢູ່ເຂດກິໂລແມັດທີ 9 ບ້ານໜອງຫອຍ ເມືອງຊະນະສົມບູນ.
ທ່ານ ຮ້ອຍໂທ ພູວົງ ໃຫ້ຮູ້ຕື່ມວ່າ: ຜົວເມຍທີ່ເຄື່ອນໄຫວສໍ້ໂກງຊັບພົນລະເມືອງໃນຄັ້ງນີ້ ຜົວຊື່ທ້າວ ເຕື່ອຍ ອາຍຸ 29 ປີ, ເມຍຊື່ນາງ ວິໄລພອນ, ປັດຈຸບັນຢູ່ບ້ານໂຮງເລື່ອຍມີໄຊ ເມືອງຄົງເຊໂດນ ແຂວງສາລະວັນ, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ເຕື່ອຍຮັບສາລະພາບວ່າ: ຜ່ານມາໄດ້ຮ່ວມກັບເມຍເຄື່ອນໄຫວສໍ້ໂກງຊັບພົນລະເມືອງລັກສະນະດຽວກັນນີ້ໃນ 5 ແຂວງພາກໃຕ້ຄື: ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ ລວມທັງໝົດ 16 ຄັ້ງ ແລະ ການເຄື່ອນໄຫວສໍ້ໂກງໃນທີ່ຜ່ານມາໄດ້ເງິນຕໍ່າສຸດ 3 ລ້ານກີບ/ຄັ້ງ, ສູງສຸດ 20 ລ້ານກີບ/ຄັ້ງ, ຄັ້ງທີ 17 ຈິ່ງຖືກເຈົ້າໜ້າທີ່ກັກຕົວໄດ້.
ດັ່ງນັ້ນຖ້າວ່າປະຊາຊົນທ່ານໃດທີ່ຖືກຜົວເມຍຄູ່ນີ້ສໍ້ໂກງຊັບສິນໃນທີ່ຜ່ານມາ ກໍ່ຂໍໃຫ້ເຂົ້າໄປແຈ້ງຕໍ່ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຈໍາປາສັກໄດ້ໃນໂມງລັດຖະການ.ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ກໍາລັງຮວບຮວມຫຼັກຖານ ເພື່ອສົ່ງໄອຍະການດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍກໍານົດອອກ.

laopost laopost laopost laopost
ຂ່າວ-ພາບ: ທູນທອງໃຈ ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...