spot_img
Homeຂ່າວພາຍ​ໃນໃນປີ 2019 ລັດຈະບູລະນະທາງຫຼວງ 18 ເສັ້ນໃຫ້ແລ້ວສຳເລັດ

ໃນປີ 2019 ລັດຈະບູລະນະທາງຫຼວງ 18 ເສັ້ນໃຫ້ແລ້ວສຳເລັດ

Published on

ໃນປີ 2018 ຜ່ານມາ, ການກໍ່ສ້າງ-ສ້ອມແປງຂົວ-ທາງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ມີຜົນສໍາເລັດຫຼາຍດ້ານ ບໍ່ວ່າຈະເປັນໂຄງການກໍ່ສ້າງເສັ້ນທາງຕ່າງໆໃນຂອບເຂດທົ່ວປະເທດ ແລະ ວຽກສ້ອມແປງທາງຫຼວງແຫ່ງຊາດ ແບບກໍານົດເວລາທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ.

ທ່ານ ວຽງສະຫວັດ ສີພັນດອນ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ ໃນປີ 2018 ຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖືເອົາການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນວຽກງານຂົວ-ທາງ ນອກຈາກຈະສຸມໃສ່ໃນການປັບປຸງລາຄາຫົວໜ່ວຍການກໍ່ສ້າງສ້ອມແປງຂົວ-ທາງທີ່ເປັນວຽກຈຸດສຸມຂອງກະຊວງແລ້ວ ການຄຸ້ມຄອງບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ເຊິ່ງປະກອບມີທາງ ແລະ ຂົວ ກໍແມ່ນວຽກງານໜຶ່ງທີ່ກະຊວງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ເຊິ່ງສະແດງອອກໃນຜົນສໍາເລັດໃນປີຜ່ານມາ ເຊັ່ນ: ໂຄງການກໍ່ສ້າງທາງບ້ານຮວກ-ເມືອງຄອບ-ປາກຄອບ-ຄອນຕື້ນ, ໂຄງການກໍ່ສ້າງຂົວເຊກອງ, ໂຄງການປັບປຸງຂະຫຍາຍເສັ້ນທາງເລກທີ 21 ແຕ່ຜາເມືອງ-ທາງ 1 D ບ້ານທ່າສີ ແຂວງບໍລິຄໍາໄຊ, ໂຄງການກໍ່ສ້າງທາງ 16 A ປາກຊ່ອງ-ຫຼັກ 52 ແຂວງອັດຕະປື, ໂຄງການກໍ່ສ້າງທາງເບີ 4 ແຕ່ພູຫົວຊ້າງ-ບ້ານອ່າວໃຕ້ ເມືອງ ອານຸວົງ ແຂວງໄຊສົມບູນ ແລະ ໂຄງການກໍ່ສ້າງທາງ 16 B ເຊກອງ-ດາກຈຶງ ຊ່ວງ 96,6 ກິໂລແມັດ.

ກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ຄຸ້ມຄອງຈັດ ຕັ້ງປະຕິບັດບັນດາໂຄງການກໍ່ສ້າງຂົວທາງໃນປັດຈຸບັນ ແລະ ພິເສດ ບັນດາໂຄງການທີ່ໃກ້ຈະສໍາເລັດ ເຊັ່ນ: ໂຄງການກໍ່ສ້າງທາງສາມແຍກນາຊາງ-ທົ່ງທູ້ ແລະ ເທດສະບານເມືອງຊໍາໃຕ້, ໂຄງການກໍ່ສ້າງທາງທ່າເຫຼົ້າ-ຊໍາໃຕ້, ໂຄງການທາງຊົນນະບົດ KFW (RIP VI), ໂຄງການກໍ່ສ້າງທາງຫົງສາ-ຊຽງແມນ, ໂຄງການກໍ່ສ້າງທາງ 16 B ດາກຈຶງ-ຫວຽດນາມ ຊ່ວງ 21 ກິໂລແມັດ ແລະ ອື່ນໆ; ນອກນີ້, ຍັງຈະປະຕິບັດວຽກບູລະນະສ້ອມແປງຕາໜ່າງເສັ້ນທາງ ທົ່ວປະເທດ ເພື່ອຮັບປະກັນໃຫ້ການ ສັນຈອນບໍ່ຕິດຂາດ ໂດຍສືບຕໍ່ປະຕິບັດການບູລະນະທາງຫຼວງແຫ່ງຊາດ ຈໍານວນ 18 ເສັ້ນ ໃຫ້ສໍາເລັດ ແລະ ຈັດຕັ້ງປະຕິບັດ 26 ໂຄງການ 120 ສັນຍາ ທີ່ມີມູນຄ່າສ້ອມແປງ 605,09 ຕື້ກີບ ໃຫ້ສໍາເລັດຕາມແຜນປີ 2019 ນີ້.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ lsecuritynews

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...