Homeຂ່າວຕ່າງປະເທດອີໂບລາລະບາດ ໃນກົງໂກມີຜູ້ຕິດເຊື້ອເສຍຊີວິດແລ້ວ 502 ຄົນ

ອີໂບລາລະບາດ ໃນກົງໂກມີຜູ້ຕິດເຊື້ອເສຍຊີວິດແລ້ວ 502 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານ ຈາກສາທາລະນະລັດປະຊາທິປະໄຕກົງໂກ (DR Congo) ເມື່ອວັນທີ 10 ກຸມພາ 2019 ວ່າ ກະຊວງສາທາລະນະສຸກຂອງກົງໂກອອກມາຖະແຫຼງການເມື່ອວັນເສົາທີ່ຜ່ານມາວ່າ ຈຳນວນຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສອີໂບລາໃນປະເທດນັບຕັ້ງແຕ່ເດືອນ ສິງຫາ 2018 ໄດ້ເພີ່ມຂຶ້ນຢ່າງໜ້ອຍ 502 ຄົນ, ສ່ວນຈຳນວນຜູ້ປ່ວຍສະສົມມີຢ່າງໜ້ອຍ 271 ຄົນ, ພາກຕາເວັນອອກສຽງເໜືອຂອງປະເທດຍັງເປັນພື້ນທີ່ ທີ່ມີການແຜ່ລະບາດເຊື້ອໄວຣັສອີໂບລາ ໂດຍສະເພາະແມ່ນແຂວງ ຄິວູເໜືອ ເຊິ່ງເປັນແຂວງໃຫຍ່ ມີປະຊາກອນອາໃສຢູ່ຫຼາຍເຖິງ 800.000ຄົນ ແລະ ມີຊາຍແດນຕິດກັບອູກັນດາ ແລະ ຊູດານໃຕ້.

ທ່ານ ໂອລີ ໄອລຸນກາ ຄາເລນກາ ລັດຖະມົນຕີກະຊວງສາທາລະນະສຸກຂອງກົງໂກ ກ່າວວ່າ ໂຄງການຢາຍວັກຊີນທີ່ໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ ທີ່ດຳເນີນງານມາຕັ້ງແຕ່ເດືອນເມສາ 2018 ສາມາດປ້ອງກັນຄວາມສ່ຽງການຕິດເຊື້ອ ແລະ ການເສຍຊີວິດຂອງປະຊາຊົນຈຳນວນຫຼາຍໄດ້ ໂດຍມີຜູ້ໄດ້ຮັບວັກຊີນແລ້ວຢ່າງໜ້ອຍ 76.425ຄົນ ແຕ່ຍອມຮັບວ່າຍ້ອນສະຖານະການດ້ານຄວາມໝັ້ນຄົງໃນພາກຕາເວັນອອກສຽງເໜືອຂອງປະເທດມັນໄດ້ສົ່ງຜົນກະທົບຕໍ່ການປະຕິບັດງານຂອງເຈົ້າໜ້າທີ່ ທີ່ລົງໄປແຈກຢາຍວັກຊີນ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: dailynews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...