spot_img
Homeຂ່າວຕ່າງປະເທດອິນໂດເນເຊຍຍົກລະດັບເຕືອນໄພພູເຂົາໄຟ "ອານັດ ກຣາກາຕົວ"

ອິນໂດເນເຊຍຍົກລະດັບເຕືອນໄພພູເຂົາໄຟ “ອານັດ ກຣາກາຕົວ”

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ທັນວາ 2018 ວ່າ ສຳນັກງານອຸຕຸນິຍົມວິທະຍາ ແລະ ທໍລະນີຟີຊິກຂອງອິນໂດເນ ເຊຍ (BNKG) ແລະ ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດ (BNPB) ອອກຖະແຫຼງການຮ່ວມກັນເມື່ອວັນພະຫັດທີ 27 ທັນວາ 2018 ວ່າ ໄດ້ຍົກລະດັບເຕືອນໄພ “ອັນຕະລາຍ” ທີ່ອາດເກີດຂຶ້ນຈາກຄວາມປ່ຽນແປງຂອງພູເຂົາໄຟອານັດ ກຣາກາຕົວ ເປັນລະດັບຮອງຈາກສູງສຸດ ແລະ ຂະຫຍາຍພື້ນທີ່ອັນຕະລາຍຮອບຖານພູເຂົາໄຟຈາກ 2 ກິໂລແມັດເປັນ 5 ກິໂລແມັດ ພ້ອມທັງຄຳສັ່ງໃຫ້ປະຊາຊົນຫ້າມເຂົ້າໃກ້ຕາມແຄມຝັ່ງທາງຕອນໃຕ້ຂອງເກາະສຸມາຕຣາ ແລະ ຕອນເໜືອຂອງເກາະຊວາ ຈົນກວ່າຈະມີການປ່ຽນແປງ.

ດ້ານສຳນັກງານການບິນພົນລະເຮືອນແຫ່ງຊາດຂອງອິນໂດເນເຊຍຢືນຢັນວ່າ ສະໜາມບິນນານາຊາດຊູກາຣໂນ-ຮັດຕາ ທີ່ຕັ້ງຢູ່ເຂດຊານເມືອງນະຄອນຫຼວງຈາກາຕາ ເທິງເກາະຊວາ ບໍ່ໄດ້ຮັບຜົນກະທົບຈາກຄວັນ ແລະ ເຖົ່າຖ່ານຂອງພູເຂົາໄຟ ເນື່ອງຈາກຕັ້ງຢູ່ຫ່າງອອກໄປທາງຕະເວັນອອກປະມານ 155 ກິໂລແມັດ ແຕ່ຖ້ຽວບິນທັງໝົດຕ້ອງໄດ້ປ່ຽນເສັ້ນທາງບິນ ໂດຍສຳນັກງານການບິນພົນລະເຮືອນຂອງອິນໂດເນເຊຍໄດ້ແຈ້ງເຕືອນໄພດ້ານການບິນໃນລະດັບສີແດງ ເຊິ່ງເປັນຂັ້ນສູງສຸດ.

ນັບຕັ້ງແຕ່ວັນວັນທີ 22 ທັນວາ 2018 ເປັນຕົ້ນມາ ຫຼັງເກີດເຫດສຶນາມິ ແລະ ແຜ່ນດິນໄຫວເນື່ອງຈາກການປະທຸຂອງພູເຂົາໄຟອານັດ ກຣາກາຕົວ ເຮັດໃຫ້ມີປະຊາຊົນເສຍຊີວິດ 430 ຄົນ ໄດ້ຮັບບາດເຈັບ 1.500 ຄົນ ແລະ ຍັງສູນຫາຍອີກ 150 ຄົນ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...