spot_img
Homeຂ່າວຕ່າງປະເທດAmazon ງານເຂົ້າຫຼັງ AI ຊື່ Alexa ສົ່ງສຽງບອກໃຫ້ຜູ້ໃຊ້ຂ້າພໍ່ແມ່ບຸນທໍາ 

Amazon ງານເຂົ້າຫຼັງ AI ຊື່ Alexa ສົ່ງສຽງບອກໃຫ້ຜູ້ໃຊ້ຂ້າພໍ່ແມ່ບຸນທໍາ 

Published on

ຈາກອະດິດເຖິງປັດຈຸບັນ ເຕັກໂນໂລຊີ ຂອງມະນຸດມີການພັດທະນາຢູ່ສະເໜີ ເຮັດໃຫ້ທຸກມື້ຈະມີເຕັກໂນໂລຊີໃໝ່ໆມາອໍານວຍຄວາມສະດວກໃນການເປັນຢູ່ດີຂຶ້ນ. ເຊັ່ນ AI ຫຼື Artificial Intelligence (ປັນຍາປະດິດ) ເຊີ່ງສາມາດໃຊ້ສຽງສັ່ງການ ຫຼື ເວົ້າກັບຄອມພິວເຕີໄດ້ໂດຍກົງ, ແຕ່ຈະເປັນແນວໃດເມື່ອ AI ທີ່ເຮົາຕ້ອງການໃຊ້ປະໂຫຍດພັດສົ່ງສຽງຕອບໂຕ້ກັບມາວ່າ: “ຈົ່ງຂ້າພໍ່ແມ່ບຸນທໍາຂອງເຈົ້າສາ”.

ສໍານັກຂ່າວ Reuters ລາຍງານວ່າ ມີລູກຄ້າຄົນໜຶ່ງຖືກ AI ຊື່ Alexa ຊີ່ດັງຂອງ Amazon ສົ່ງສຽງບອກວ່າ: “ຈົ່ງຂ້າພໍ່ແມ່ບຸນທໍາຂອງເຈົ້າສາ”. ໂດຍມີການຄາດວ່າ Alexa ໄປຮຽນຮູ້ປະໂຫຍກດັ່ງກ່າວມາຈາກ Reddit ແລະ ນໍາມາໃຊ້ໂດຍທີ່ບໍ່ໄດ້ຮັບການວິເຄາະເຖິງບໍລິບົດກ່ອນ.

ຫຼັງຈາກເກີດເຫດການດັ່ງກ່າວ , ຕົວແທນຂອງ Amazon ກໍໄດ້ອອກມາຍອມຮັບຂໍ້ຜິດພາດ ໂດຍກ່າວວ່າ: “Alexa ໃຊ້ຂໍ້ມູນຈາກອິນເຕີເນັດເພື່ອພັດທະນາຕົວຕົນຂອງມັນ ດັ່ງນັ້ນ, ຈຶ່ງມີໂອກາດທີ່ Socialbot ຂອງເຮົາຈະຮຽນຮູ້ສິ່ງຕ່າງໆ ຈາກບາງສິ່ງທີ່ບໍ່ເໝາະສົມ. ມີລຸູກຄ້າທີ່ໃຊ້ງານ Socialbot ເປັນລ້ານໆຄົນ ແຕ່ກໍລະນີແບບນີ້ຖືວ່າເປັນກໍລະນີທີ່ບໍ່ໄດ້ເກີດຂຶ້ນເລື້ອຍໆປານໃດ” ຕົວແທນຂອງ Amazon ກ່າວ. ແນວໃດກໍຕາມ Alexa ແມ່ນເຮັດສິ່ງແປກໆ ບໍ່ແມ່ນເທື່ອທໍາອິດ ເພາະໃນເດືອນ ພຶດສະພາ ຜ່ານມາ ມີຊາຍຄົນໜຶ່ງຈາກປະເທດ ເຢຍລະມັນ ເວົ້າວ່າ: “ໄດ້ຮັບໄຟລ໌ແນບສຽງກວ່າ 1.700 ໄຟລ໌ທີ່ Alexa ບັນທຶກມາຈາກຄົນແປກໜ້າໄວ້ “.

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: catdumb.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...