spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງຄອງອັນດັບ1 ເກີດອັກຄີໄພຫຼາຍທີ່ສຸດໃນລາວ

ນະຄອນຫຼວງຄອງອັນດັບ1 ເກີດອັກຄີໄພຫຼາຍທີ່ສຸດໃນລາວ

Published on

ພັນໂທ ຄົມ ອິນທະລາດ, ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ເກີດອັກຄີໄພ ຕົ້ນຕໍຍັງເປັນສາເຫດເກົ່າທີ່ເຄີຍເກີດຂຶ້ນໃນໄລຍະຜ່ານມາຄື: ໄຟຟ້າລັດວົງຈອນ 54 ຄັ້ງ, ຮອງມາຄົນຈູດ 35 ຄັ້ງ, ໄຕ້ທູບຈູດທຽນບູຊາ 13 ຄັ້ງ, ຈູດຂີ້ເຫຍື້ອລາມໃສ່ 9 ຄັ້ງ ແລະ ອື່ນໆ. ສະເພາະປີ 2018 ທົ່ວປະເທດມີອັກຄີໄພເກີດຂຶ້ນ ທັງໝົດ 177 ຄັ້ງ, ມີຜູ້ເສຍຊີວິດ 6  ຄົນ. ໃນນັ້ນ, ນະຄອນຫຼວງວຽງຈັນເກີດຂຶ້ນຫຼາຍກວ່າໝູ່.

ພັນໂທ ຄົມ ອິນທະລາດ ກ່າວຕື່ມວ່າ: ຜ່ານມາ ເຖິງວ່າເຈົ້າໜ້າທີ່ເອົາໃຈໃສ່ຫຼາຍດ້ານເປັນຕົ້ນ ການໂຄສະນາເຜີຍແຜ່ກ່ຽວກັບວິທີການປ້ອງກັນອັກຄີໄພໃນຂອບເຂດທົ່ວປະເທດຢ່າງຕໍ່ເນື່ອງກໍຕາມ ແຕ່ສັງຄົມບໍ່ໃຫ້ການຮ່ວມມືໄດ້ດີເທົ່າທີ່ຄວນ ໂດຍສະເພາະນະຄອນຫຼວງວຽງຈັນ ຍ້ອນສະຕິກ່ຽວກັບການສະກັດກັ້ນຕ້ານອັກຄີໄພຍັງບໍ່ສູງ ແລະ ຈໍານວນພົນກໍຫຼາຍ ຈຶ່ງມີອັກຄີໄພເກີດຂຶ້ນຫຼາຍກວ່າແຂວງອື່ນ. ພ້ອມກັນນັ້ນ, ຍັງພົບຄວາມຫຍຸ້ງຍາກຫລາຍຢ່າງ ເຊັ່ນ: ພາຫະນະຮັບໃຊ້, ພະນັກງານມອດໄຟບໍ່ພຽງພໍກັບຄວາມຕ້ອງການ, ແຫຼ່ງນ້ຳໃຊ້ມອດໄຟມີໜ້ອຍ ເຮັດໃຫ້ການໄປເອົານ້ຳມາມອດໄຟເວລາເກີດອັກຄີໄພບາງຄັ້ງຊັກຊ້າ. ນອກນີ້, ການເດີນທາງໄປຫາຈຸດເກີດເຫດບາງຄັ້ງຍັງຊັກຊ້າ ໂດຍສະເພາະໃນໂມງເຂົ້າການ-ເລີກການ ຍ້ອນການສັນຈອນແອອັດ ຈົນບາງຄັ້ງເກີດຫາງສຽງວິພາກວິຈານຈາກສັງຄົມ ບໍ່ເຂົ້າໃນສະພາບການຕົວຈິງທີ່ເກີດຂຶ້ນ.

ຈໍານວນແຂວງທີ່ເກີດອັກຄີໄພໃນປີ 2018 ທົ່ວປະເທດ ມີລາຍລະອຽດມີດັ່ງນີ້:

• ນະຄອນຫລວງວຽງຈັນ 49 ຄັ້ງ
• ແຂວງ ຈຳປາສັກ 21 ຄັ້ງ, ເສຍຊີວິດ 2 ຄົນ
• ແຂວງ ບໍລິຄຳໄຊ 14 ຄັ້ງ, ບາດເຈັບ 2 ຄົນ
• ແຂວງ ຄຳມ່ວນ 12 ຄັ້ງ
• ແຂວງ ສະຫວັນນະເຂດ 11 ຄັ້ງ
• ແຂວງ ໄຊຍະບູລີ 10 ຄັ້ງ, ເສຍຊີວິດ 2 ຄົນ
• ແຂວງ ອຸດົມໄຊ 9 ຄັ້ງ, ບາດເຈັບ 5 ຄົນ
• ແຂວງ ເຊກອງ 8 ຄັ້ງ
• ແຂວງ ອັດຕະປື 8 ຄັ້ງ
• ແຂວງ ຊຽງຂວາງ 7 ຄັ້ງ, ບາດເຈັບ 1 ຄົນ
• ແຂວງ ຫລວງພະບາງ 6 ຄັ້ງ
• ແຂວງ ສາລະວັນ 6 ຄັ້ງ
• ແຂວງ ຜົ້ງສາລີ 5 ຄັ້ງ, ເສຍຊີວິດ 2 ຄົນ
• ແຂວງ ຫລວງນ້ຳທາ 4 ຄັ້ງ
• ແຂວງ ບໍ່ແກ້ວ 3 ຄັ້ງ
• ແຂວງ ຫົວພັນ 2 ຄັ້ງ
• ແຂວງ ວຽງຈັນ 2 ຄັ້ງ
• ແຂວງ ໄຊສົມບູນ ບໍ່ມີອັກຄີໄພເກີດຂຶ້ນ

ແນວໃດກໍຕາມ ເພື່ອເຮັດໃຫ້ຈຳນວນອັກຄີໄພໃນປີ 2019 ຫຼຸດລົງ, ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ, ນັບທັງຊາວຕ່າງຊາດທີ່ມາອາໄສໃນລາວທຸກຄົນ ເພີ່ມສະຕິລະວັງໃນການຊົມໃຊ້ໄຟແຕ່ລະຊະນິດໃຫ້ເຂັ້ມງວດກ່ວາເກົ່າ, ຖືເອົາວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພເປັນສິ່ງສຳຄັນ, ຄວນມີອຸປະກອນມອດໄຟປະຈຳຢູ່ແຕ່ລະເຮືອນ, ເອົາໃຈໃສ່ກວດກາສາຍໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າຕ່າງໆ ໃຫ້ຢູ່ໃນສະພາບດີໄດ້ມາດຕະຖານ. ຖ້າຫາກພົບເຫັນສາຍໄຟ ຫຼື ເຄື່ອງໃຊ້ໄຟຟ້າເປ່ເພ, ບໍ່ຮັບປະກັນຕ້ອງປ່ຽນໃໝ່; ອີກວິທີໜຶ່ງທຸກຄັ້ງທີ່ໃຊ້ຟືນໄຟ, ເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຫຼື ກ່ອນອອກຈາກເຮືອນ, ບ່ອນເຮັດວຽກ, ບ່ອນຄ້າ-ຂາຍ ຕ້ອງກວດກາຖອດປັກສຽບ ແລະ ມອດໄຟຟ້າໃຫ້ລະອຽດ; ການໄຕ້ທູບທຽນບູຊາຕ້ອງຕິດຕາມ ຫຼື ມອດກ່ອນເພື່ອຮັບປະກັນຄວາມປອດໄພ ແລະ ອື່ນໆ; ກໍລະນີເກີດອັກຄີໄພສາມາດໂທແຈ້ງເຈົ້າໜ້າທີ່ມອດໄຟໄດ້ ທີ່ໝາຍເລກ 1190 ຕະຫລອດ 24 ຊົ່ວໂມງ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...