spot_img
Homeຂ່າວຕ່າງປະເທດຝຣັ່ງລຸກເປັນໄຟກຸ່ມປະທ້ວງນັດຮວມຕົວອີກຄັ້ງ 8 ທັນວາ 2018ນີ້

ຝຣັ່ງລຸກເປັນໄຟກຸ່ມປະທ້ວງນັດຮວມຕົວອີກຄັ້ງ 8 ທັນວາ 2018ນີ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນທີ 5 ທັນວາ 2018 ວ່າ ທ່ານ ຄຣິສຕອຟ ຄາສຕາເນີ ລັດຖະມົນຕີກະຊວງປ້ອງກັນປະເທດຂອງຝຣັ່ງ ຖະແຫຼງການເມື່ອວັນພຸດ ຫຼັງປະຊາຊົນຮວມຕົວກັນໃນນາມແນວຮ່ວມເສື້ອກັ໊ກສີເຫຼືອງ ນັດໝາຍກັນຜ່ານເຄືອຂ່າຍສັງຄົມອອນລາຍເຟສບຸກ ແລະ ທະວີດເຕີ ໃຫ້ຮວມຕົວປະທ້ວງຕໍ່ຕ້ານລັດຖະບານຄັ້ງໃໝ່ໃນວັນເສົາທີ 8 ທັນວາ 2018 ນີ້ ໂດຍຈຸດຮວມພົນຍັງຄົງຢູ່ຕາມຕົວເມືອງໃຫຍ່ຂອງປະເທດ ແລະ ຊ໊ອງເຊລີເຊໃນເຂດໃຈກາງນະຄອນຫຼວງປາຣີ ວ່າເປັນ “ການກະທຳທີ່ບໍ່ສົມຄວນ” ເພາະສ້າງຄວາມເສື່ອມເສຍໃຫ້ແກ່ພາບລັກຂອງຝຣັ່ງ ເນື່ອງຈາກວັນດັ່ງກ່າວເປັນວັນດຽວກັບທີ່ມີອີກຫຼາຍກວ່າ 120 ເມືອງໃຫຍ່ກຽມຈັດການເດີນຂະບວນລົນນະລົງດ້ານສິ່ງແວດລ້ອມ ເພື່ອສະໜັບສະໜູນການປະຊຸມພັກພາຄີອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ ທີ່ກຳລັງຈັດຂຶ້ນທີ່ເມືອງ ຄາໂທວິເຂີ ທາງພາກໃຕ້ຂອງໂປແລນ.

ຢ່າງໃດກໍ່ຕາມ ທ່ານ ຄຣິສຕອຟ ຄາສຕາເນີ ໄດ້ສຳຮອງກຳລັງຕຳຫຼວດປາບປາມເອົາໄວ້ 65.000 ຄົນ ເພື່ອກຽມຮັບມືກັບສະຖານະການຮຸນແຮງທີ່ອາດຈະເກີດຂຶ້ນ ຫຼັງເຫດການໃນຫຼາຍເຂດຂອງນະຄອນຫຼວງປາຣີ ໃນວັນທີ 1 ທັນວາ 2018 ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ 130 ຄົນ ແລະ ຖືກຈັບກຸມຕົວຫຼາຍກວ່າ 400 ຄົນ ເສຍຊີວິດຈາກທົ່ວປະເທດຢ່າງໜ້ອຍ 4 ຄົນ.

ຂະນະທີ່ປະທານາທິບໍດີ ເອມມານູເອລ ມາຄົງ ຍັງບໍ່ສະແດງທ່າທີນັບຕັ້ງແຕ່ມອບໝາຍໃຫ້ນາຍົກລັດຖະມົນຕີເອດູອາຣ໌ ຟິລິບ ເປັນຜູ້ປະກາດລໍຖ້າການບັງຄັບໃຊ້ນະໂຍບາຍນ້ຳມັນອອກໄປກ່ອນ ຢ່າງໜ້ອຍ 6 ເດືອນ ແຕ່ກຸ່ມຜູ້ປະທ້ວງເຫັນວ່າເປັນພຽງການຊື້ເວລາ ແລະ ຜູ້ປະທ້ວງໄດ້ຮຽກຮ້ອງໃຫ້ປະທານາທິບໍດີມາຄົງ ແລະ ຟິລິບຕ້ອງລາອອກເທົ່ານັ້ນ ຈົນເຮັດໃຫ້ນາຍົກລັດຖະມົນຕີຝຣັ່ງກ່າວເຕືອນກຸ່ມປະທ້ວງວ່າ ຫາກມີການກໍ່ຄວາມຮຸນແຮງເກີດຂຶ້ນອີກໃນໄລຍະອາທິດນີ້ ລັດຖະບານຈະໃຊ້ມາດຕະການທີ່ຈຳເປັນຕາມກົດໝາຍ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:  dailynews.co.th
ຮູບປະກອບ: mgronline.com

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...