spot_img
Homeຂ່າວຕ່າງປະເທດຍານສໍາຫຼວດ ອິນໄຊ ຂອງນາຊາ ສໍາເລັດການລົງຈອດຢູ່ດາວອັງຄານ

ຍານສໍາຫຼວດ ອິນໄຊ ຂອງນາຊາ ສໍາເລັດການລົງຈອດຢູ່ດາວອັງຄານ

Published on

ຍານອາວະກາດ ອິນໄຊ (InSight) ຂອງນາຊາ ໄດ້ລົງຈອດຢູ່ດາວອັງຄານໄດ້ຢ່າງປອດໄພໃນວັນທີ 26 ພະຈິກນີ້  ຫຼັງຈາກທີ່ຜ່ານຜ່າອຸປະສັກການລົງຈອດກວ່າ 7 ນາທີ ທີ່ຄາດວ່າຈະສາມາດລົງຈອດໄດ້ສໍາເລັດ ຫຼື ບໍ່ ແລະ ກຽມພ້ອມກວດສອບໂຄງສ້າງພາຍໃນຂອງດາວອັງຄານເປັນເທື່ອທໍາອິດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊີງຕັນ ສະຫະລັດອາເມລິກາວ່າ: ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ (ນາຊາ) ອອກຖະແຫຼງການໃນວັນທີ 26 ພະຈິກ 2018 ວ່າ:ພາຍຫຼັງ 7 ນາທີ ທີ່ອັນຕະລາຍໃນການໂຄຈອນຂອງຍານອິນໄຊ ເຂົ້າໃກ້ດາວອັງຄານຫຼາຍທີ່ສຸດເພື່ອຫາທາງລົງຈອດໄດ້ສໍາເລັດຢ່າງປອດໄພ; ແຕ່ກ່ອນຈະຈອດນັ້ນ, ໄດ້ມີການສົ່ງສັນຍານຜ່ານຄື້ນວິທະຍຸພ້ອມຮູບພາບມາທີ່ສູນປະຕິບັດການຂອງນາຊາທີ່ ລອສແອນເຈີລິສ ເວລາ 19:53 ຕາມເວລາສາກົນ (ກົງກັບເວລາ 2:53 ເວລາທ້ອງຖິ່ນຂອງວັນອັງຄານທີ 27 ພະຈິກນີ້).

https://www.facebook.com/NASA/videos/259004648105914/

ຍານ ອິນໄຊ ຈະສໍາຫຼວດໂຄງສ້າງພາຍໃນຂອງດາວອັງຄານ ລວມທັງສະພາບຂອງຊັ້ນຫິນ ແລະ ໂຄງສ້າງທາງທໍລະນິວິທະຍາ ເພື່ອຮວບຮວມຂໍ້ມູນຕ່າງໆ ທີ່ເປັນປະໂຫຍດໃນການສຶກສາວິວັດທະນາການຂອງດາວເຄາະໃນລະບົບສຸລິຍະຈັກກະວານ ເຊິ່ງຍານອິນໄຊ ໄດ້ອອກເດີນທາງຈາກໂລກໃນວັນທີ 5 ພຶດສະພາ 2018 ໂດຍມີກໍານົດປະຕິບັດງານ 24 ເດືອນ (1 ປີໃນດາວອັງຄານ) ໃນການຝັງໄຊໂມມິເຕີ ໃຫ້ເລີກລົງເຖິງພື້ນປະມານ 3-5 ແມັດ ເລີກລົງໄປຫຼາຍກວ່າໃນຄັ້ງກ່ອນ 15 ເທົ່າ ເພື່ອສໍາຫຼວດຊັ້ນຫີນ ແລະ ວັດອຸຫະພູມໃນດາວອັງຄານ.

ການສໍາເລັດໃນຄັ້ງນີ້, ເປັນການຢໍ້າເຕືອນຄວາມກ້າວໜ້າຂອງນາຊາ ທີ່ຍັງເປັນອົງການອາວະກາດພຽງແຫ່ງດຽວຂອງໂລກທີ່ສາມາດສົ່ງຍານສໍາຫຼວດໄປຈອດລົງຢູ່ດາວອັງຄານໄດ້ສໍາເລັດ ໂດຍຕະຫຼອດໄລຍະ 4 ທົດສະວັດຜ່ານມາ ມີຫຼາຍປະເທດພະຍາຍາມຫຼາຍກວ່າ 43 ຄັ້ງໃນການສົ່ງຍານໄປສໍາຫຼວດດາວອັງຄານ ເຊິ່ງສາມາດເຂົ້າສູ່ວົງໂຄຈອນພຽງເຄິ່ງເທົ່ານັ້ນ.

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th, dailynews.co.th, tnamcot.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...