spot_img
Homeຂ່າວທ້ອງຖິ່ນສະພາບອາກາດໃນວັນທີ 21-25 ພະຈິກ 2018 ຈະມີອາກາດໜາວ ແລະ ຝົນຕົກບາງທ້ອງຖິ່ນ

ສະພາບອາກາດໃນວັນທີ 21-25 ພະຈິກ 2018 ຈະມີອາກາດໜາວ ແລະ ຝົນຕົກບາງທ້ອງຖິ່ນ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດແຫ່ງຊາດລາວ ຄາດຄະເນສະພາບອາກາດໃນໄລຍະວັນທີ 19-25 ພະຈິກ 2018ວ່າ ຄວາມກົດດັນອາກາດສູງຍັງຈະປົກຄຸມຢູ່ພາກເໜືອຫາພາກກາງຂອງປະເທດລາວ ດ້ວຍກຳລັງອ່ອນ, ພ້ອມດຽວກັນລົມຕາເວັນອອກ-ຕາເວັນອອກສຽງເໜືອຈະປົກຄຸມເປັນສ່ວນໃຫຍ່ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ງຖິ່ນແຂວງພາກເໜືອ ແລະ ພາກກາງ, ຈາກນັ້ນວັນທີ 22-25 ພະຈິກ 2018 ຄວາມກົດດັນສູງອາກາດເຢັນຍັງຈະມີກຳລັງແຮງເພີ່ມຂຶ້ນເລັກນ້ອຍ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ແລະ ອາກາດຈະເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ, ບາງທ້ອງຖິ່ນເຂດຮ່ອມພູ, ສຳລັບພາກໃຕ້ອາກາດຍັງຮ້ອນໃນຕອນກາງເວັນ ແລະ ລົມພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 19-21 ພະຈິກ 2018 ອາກາດເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຜົົ້ງສາລີ ແລະ ຊຽງຂວາງ ຈາກນັ້ນວັນທີ 22-25 ພະຈິກ 2018, ອຸນຫະພູມອາກາດຈະເຢັນ ຫາ ໜາວເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 19-21 ພະຈິກ 2018 ຈະມີຝົນຕົກລະດັບຄ່ອຍຢູ່ບາງທ້ອງຖິ່ນ ຈາກນັ້ນໃນວັນທີ 22-25 ພະຈິກ 2018 ອາກາດຈະເຢັນລົງ 1-2 ອົງສາ ພ້ອມມີໝອກບາງປົກຫຸ້ມຫຼາຍຂຶ້ນໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນຕອນກາງເວັນ.

ພາກກາງ: ໃນໄລຍະວັນທີ 19-21 ພະຈິກ 2018 ອາກາດຈະຮ້ອນໃນຕອນກາງເວັນ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຈາກນັ້ນ ໃນວັນທີ 22-25 ພະຈິກ 2018, ອາກາດຈະເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ໝາວເຢັນຢູ່ບາງທ້ອງຖິ່ນຢູ່ທາງດ້ານຕາເວັນອອກຂອງພາກພ້ອມມີລົມພັດແຮງບາງໂອກາດ.

ພາກໃຕ້: ໃນໄລຍະວັນທີ 19-25 ພະຈິກ 2018 ອາກາດຮ້ອນຢູ່ທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຈາກນັ້ນ ໃນວັນທີ 22-25 ພະຈິກ 2018, ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີໝອກບາງປົກຫຸ້ມໃນຕອນເຊົ້າ, ສ່ວນຕອນກາງເວັນອາກາດຍັງຈະຮ້ອນຢູ່ຕື່ມອີກ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 19-25 ພະຈິກ 2018, ອາກາດຍັງຈະສືບຕໍ່ເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ.

ສະເພາະແຂວງໄຊສົມບູນ: ໃນໄລຍະວັນທີ 19-25 ພະຈິກ 2018, ອາກາດຍັງຈະສືບຕໍ່ເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 19-21 ພະຈິກ 2018, ອາກາດຍັງເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນໃນວັນທີ 23-25 ພະຈິກ 2018, ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດໃນຕອນບ່າຍຫາຕ່ຳ.

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...