spot_img
Homeເກັບຕົກ-ເລື່ອງແປກຮືຮາ! ໜຸ່ມນັກສຶກສາຈີນ ປະກາດໃຫ້ເຊົ່າແຟນຂອງຕົນເອງ ເກັບເງິນໄວ້ຊື້ໄອໂຟນ 6!

ຮືຮາ! ໜຸ່ມນັກສຶກສາຈີນ ປະກາດໃຫ້ເຊົ່າແຟນຂອງຕົນເອງ ເກັບເງິນໄວ້ຊື້ໄອໂຟນ 6!

Published on

 

ຮືຮາທົ່ວໂລກອອນລາຍຂອງຈີນ ເມື່ອມີພາບນັກສຶກສາໜຸ່ມ ມະຫາວິທະຍາໄລຊື່ດັງ ປະກາດໃຫ້ເຊົ່າແຟນສາວຂອງຕົນ

ເອງ ເພື່ອເກັບເງິນຊື້ໄອໂຟນ 6.

 

ໃນວັນທີ 18 ກັນຍາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ໜຸ່ມນັກສຶກສາຈີນ ໄດ້ສ້າງຄວາມຮືຮາໄປທົ່ວ

ສັງຄົມອອນລາຍຂອງຈີນ ເມື່ອເຂົາໄດ້ປະກາດໂຄສະນາໃຫ້ເຊົ່າແຟນສາວຂອງຕົນເອງ ຢູ່ແຄມມະຫາວິທະຍາໄລ ດ້ວຍ

ການຍົກປ້າຍປະກາດວ່າ ” ແຊຣ໌ແຟນ ” ໂດຍມີເງື່ອນໄຂຂອງການແຊຣ໌ ຫລື ໃຫ້ເຊົ່າແຟນໃນຄັ້ງນີ້ ແມ່ນມີທັງບໍລິການ

ກິນເຂົ້ານຳກັນ, ນັ່ງຮຽນໜັງສືນຳກັນ, ຫລິ້ນເກມສ໌ເປັນໝູ່ ຫລື ຈົນເຖິງສາມາດອອກເດດນຳກັນໄດ້ ເຊິ່ງເຂົາໄດ້ຄິດໄລ່

ຄ່າບໍລິການ ຕັ້ງແຕ່ 10 ຢວນ (ປະມານ 13,000 ກີບ) ຈົນເຖິງ 500​ ຢວນ (656,000 ກີບ) ແຖມເຂົາຍັງໄດ້ຂຽນລະບຸອີກ

ວ່າ ” ເປັນທຸລະກິດຈິງຈັງ ບໍ່ແມ່ນການເວົ້າຫລິ້ນ ”

 

ແຫລ່ງຂ່າວຍັງໄດ້ລະບຸອີກວ່າ ຊາຍໜຸ່ມຄົນດັ່ງກ່າວແມ່ນເຕັມໃຈບອກລາຍລະອຽດຮູບຮ່າງຂອງແຟນສາວຂອງຕົນ

ເອງ ແລະ ຍິນດີສົ່ງຮູບຂອງນາງໃຫ້ແກ່ຜູ້ທີ່ສົນໃຈ ໂດຍເຂົາຍັງໄດ້ລະບຸອີກວ່າ ແຟນຂອງເຂົາເອງມີຄວາມເຕັມໃຈຮ່ວມ

ງານສຳລັບການຫາເງິນໃນຄັ້ງນີ້ດ້ວຍ.

 

557000011106502

557000011106503

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...