ຊາຍຮັບຂົນຢາເຮໂລອິນຖືກສານຂັ້ນ​ຕົ້ນນະ­ຄອນ­ຫຼວງ​ວຽງ​ຈັນຕັດ­ສິນ​ປະ­ຫານ​ຊີ­ວິດ

ໃນວັນທີ 31 ຕຸລາ 2018ທີ່ຜ່ານມາ ສານ​ປະ­ຊາ­ຊົນ​ຂັ້ນ​ຕົ້ນ ນະ­ຄອນ­ຫຼວງ​ວຽງ​ຈັນ ຕັດ­ສິນ​ປະ­ຫານ​ຊີ­ວິດທ້າວ ທໍ່​ລິ​ຊົງ (ຈຳ­ເລີຍ) ອາ­ຍຸ 30 ປີ ຢູ່​ບ້ານ​ໜອງ​ປອງ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ສະ­ຖານ​ຂົນ­ສົ່ງ​ຢາ​ເສບ​ຕິດ​ປະ­ເພດ​ເຮ​ໂຣ​ອິນ ຈຳ­ນວນ 10 ແທ່ງ.

ອີງ​ຕາມ​ສຳ­ນວນ​ຄະ­ດີ ແລະ ຄຳ​ສາ­ລະ­ພາບ​ຂອງ​ຈຳ­ເລີຍ ໃນ​ວັນ​ທີ 14 ທັນ­ວາ 2016 ທ້າວ ເບັງ​ຊົງ ໄດ້​ໂທລະ­ສັບ​ຫາ​ທ້າວ ທໍ່​ລິ​ຊົງ (ຈຳ­ເລີຍ) ບອກ​ວ່າ​ໃຫ້​ໄປ​ຫາ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ຈະ​ໃຫ້​ໄປ​ສົ່ງ​ຢາ​ເຮ​ໂຣ​ອິນ ໃຫ້​ຜູ້​ສັ່ງ​ຊື້ ໂດຍ​ຮັບ​ຄ່າ​ຈ້າງ 1.500 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 12 ລ້ານ​ກີບ ເມື່ອ​ຈຳ­ເລີຍ​ໄປ​ຮອດ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ້າວ ເບັງ​ຊົງ ກັບ​ໝູ່​ອີກ 1 ຄົນ ຂັບ​ລົດ​ກະ­ບະ​ສີ­ຂາວ ຍີ່­ຫໍ້​ຟອດ ບໍ່​ຕິດ​ປ້າຍ​ທະ­ບຽນ ໄປ​ຮັບ​ເອົາ​ຢູ່​ຄິວ​ລົດ​ສາຍ​ໃຕ້​ແລ້ວ​ພາ​ໄປ​ພັກ​ຢູ່​ເຮືອນ​ພັກ ມາ​ໃນ​ວັນ​ທີ 15 ທັນ­ວາ 2016 ພວກ​ກ່ຽວ​ໄດ້​ອອກ​ຈາກ​ເຮືອນ​ພັກ​ໄປ​ເຂດ​ຫໍ​ພັກ​ຊີ­ເກມ ພໍ​ໄປ​ຮອດ​ທ້າວ ເບັງ​ຊົງ ໄດ້​ລົງ​ລົດ​ໄປ​ກວດ​ເງິນ​ສັ່ງ​ຊື້ ແລ້ວ​ໝູ່​ຂອງ​ທ້າວ ເບັງ​ຊົງ ໄດ້​ຂັບ​ລົດ​ໄປ​ສົ່ງ​ຈຳ­ເລີຍ​ຢູ່​ຕໍ່­ໜ້າ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ເພື່ອ​ລໍ­ຖ້າ​ເອົາ​ຢາ​ເຮ​ໂຣ​ອິນ​ໄປ​ສົ່ງ​ຕາມ​ນັດ​ໝາຍ​ປະ­ມານ 20 ນາ­ທີ ມີ​ລົດ​ກະ­ບະ​ໄທ​ຕັນ​ສີ­ດຳ ໃນ​ລົດ​ມີ​ທ້າວ ເບັງ​ຊົງ ແລະ ໝູ່​ຜູ້­ກ່ຽວ​ໜຶ່ງ​ຄົນ ຈາກ​ນັ້ນ ທ້າວ ເບັງ​ຊົງ ບອກ​ໃຫ້​ຈຳ­ເລີຍ​ໄປ​ເອົາ​ແກັດ​ເຈ້ຍ​ທີ່​ບັນ­ຈຸ​ຢາ​ເສບ​ຕິດ 10 ແທ່ງ (ທີ່ມີນ້ຳໜັກເກີນ 3 ກິໂລ) ໄປ​ສົ່ງ​ໃຫ້​ຜູ້​ສັ່ງ​ຊື້​ທີ່​ລໍ­ຖ້າ​ຢູ່​ຕໍ່­ໜ້າ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ຈຶ່ງ​ຖືກ​ເຈົ້າ​ໜ້າ­ທີ່​ກັກ​ຕົວ​ພ້ອມ​ຂອງ​ກາງ​ຈຳ­ນວນ​ດັ່ງ­ກ່າວ ​ສ່ວນຢາ​ເຮ​ໂຣ​ອິນທີ່ຢຶດມາໄດ້ນັ້ນເຈົ້າ​ໜ້າ­ທີ່​ໄດ້​ນຳ­ໄປ​ກວດ​ພິ­ສູດ​ພົບ​ວ່າ​ມີ​ສານ​ເຄ​ມີ​ອອກ​ລິດ​ຕໍ່​ຈິດ​ປະ­ສາດ​ແທ້ ຕາມ​ໃບ­ຢັ້ງ­ຢືນ​ຜົນ​ກວດ​ວິ­ໄຈ ສະບັບເລກທີ 117.17/ກນວ, ລົງວັນທີ 21 ມິຖຸນາ 2017.

ຜ່ານ​ການ​ຄົ້ນ­ຄວ້າ​ສຳ­ນວນ​ຄະ­ດີ​ຢ່າງ​ລະ­ອຽດ ແລະ ເຫັນ​ວ່າ ມີ​ຂໍ້​ມູນ​ຫຼັກ​ຖານ​ຮັດ­ກຸມ ແລະ ພຽງ­ພໍ​ທີ່​ຢັ້ງ­ຢືນ​ວ່າ­ການ​ກະ­ທຳ​ຂອງ​ທ້າວ ທໍ່​ລິ​ຊົງ (ຈຳ­ເລີຍ) ເປັນ​ການ​ກະ­ທຳ​ຜິດ​ທາງ​ອາ­ຍາ​ໃນ​ສະ­ຖານ​ການ​ຂົນ­ສົ່ງ​ຢາ​ເສບ​ຕິດ​ປະ­ເພດ​ເຮ​ໂຣ​ອິນ ທີ່​ແຕະ­ຕ້ອງ​ຕໍ່​ເສດ­ຖະ­ກິດ​ຂອງ​ຊາດ ທັງ​ເຮັດ​ໃຫ້​ສັງ­ຄົມ​ບໍ່​ມີ​ຄວາມ​ສະ­ຫງົບ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້ ໃນ​ກົດ­ໝາຍ​ວ່າ​ດ້ວຍ​ການ​ປັບ­ປຸງ​ມາດ­ຕາ 146 ຂອງ​ກົດ­ໝາຍ​ອາ­ຍາ ແລະ ກົດ­ໝາຍ​ວ່າ​ດ້ວຍ​ຢາ​ເສບ​ຕິດ​ທີ່​ໄດ້​ກຳ­ນົດ​ວ່າ ບຸກ­ຄົນ​ໃດ​ຫາກ​ຜະ­ລິດ​ປຸງ​ແຕ່ງ ຫຼື ມີ​ໄວ້​ຄອບ​ຄອງ ຄ້າ­ຂາຍ ຈຳ­ໜ່າຍ ນຳ​ເຂົ້າ ສົ່ງ​ອອກ ຂົນ­ສົ່ງ ຫຼື ນຳ​ຢາ​ອີ​ຢາ​ບ້າ, ຢາ​ໄອສ ຫຼື ວັດ­ຖຸ​ອອກ​ລິດ​ຕໍ່​ຈິດ​ປະ­ສາດ​ຜ່ານ ສປປ ລາວ ເກີນ​ກວ່າ 3 ກິ​ໂລ​ຂຶ້ນ​ໄປ​ຈະ​ຖືກ​ລົງ­ໂທດ​ປະ­ຫານ​ຊີ­ວິດ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່, ໜັງສືພິມ ປກສ
ຮູບປະກອບ: ໜັງສືພິມ ປກສ