spot_img
Homeຂ່າວພາຍ​ໃນ"ເປ້ຍ" ຄວ້າຫຼຽນຄຳທຳອິດ ໃນກີລາຍົກນ້ຳໜັກ ທີ່ເອ​ຊຽນ​ພາ​ຣາ​ລິມປິກ 2018 ໃຫ້ທີມຊາດລາວ

“ເປ້ຍ” ຄວ້າຫຼຽນຄຳທຳອິດ ໃນກີລາຍົກນ້ຳໜັກ ທີ່ເອ​ຊຽນ​ພາ​ຣາ​ລິມປິກ 2018 ໃຫ້ທີມຊາດລາວ

Published on

ໃນ​ງານ​ມະ​ຫະ​ກຳ​ກີ­ລາ​ເອ​ຊຽນ​ພາ​ຣາ​ລິມປິກ 2018 ຄັ້ງ​ທີ XII ທີ່​ນະ­ຄອນ­ຫຼວງ​ຈາ​ກາ​ຕາ, ປະ­ເທດ​ອິນ​ໂດ​ເນ​ເຊຍ ລະ­ຫວ່າງ​ວັນ​ທີ 6-13 ຕຸ­ລາ 2018 ລາວ​ເຮົາ​ໄດ້ສົ່ງນັກກີລາຄົນພິການ​ເຂົ້າ​ຮ່ວມ​ແຂ່ງຂັນທັງ​ໝົດ 4 ປະ­ເພດ​ກີ­ລາ ປະ­ກອບ​ມີ: ກີ­ລາ​ແລ່ນ-ລານ ກີ­ລາ​ລອຍ­ນ້ຳ, ກີ­ລາ​ໂກນ​ບານ ແລະ ກີ­ລາ​ຍົກ​ນ້ຳ­ໜັກ ເຊິ່ງ 4 ປະ­ເພດ​ທີ່​​ສົ່ງ​ແຂ່ງ­ຂັນ​ມີ​ທັງ​ໝົດ 8 ລາຍ­ການ ປະ­ກອບ​ມີ ແລ່ນ-ລານ (ຍິງ-ຊາຍ) ມີ​ລາຍ­ການ​ແລ່ນ 100 ແມັດ 200 ແມັດ ແລະ 400 ແມັດ. ລອຍ­ນ້ຳ (ຍິງ-ຊາຍ) ມີ​​ທ່າ​ທຳ​ມະ​ດາ 50 ແມັດ ແລະ  100 ແມັດ, ​ທ່າ​ກົບ 100 ແມັດ. ຍົກ​ນ້ຳ­ໜັກ​ຊາຍ ລາຍ­ການ​ຮຸ່ນ 49 ກິ​ໂລ ແລະ ໂກນ​ບານ​ລາຍ­ການ​ທີມ​ຍິງ.

ໃນລາຍການແຂ່ງຂັນກີລາຍົກນ້ຳໜັກ ຮຸ້ນນ້ຳໜັກ 49 ກິໂລກຣາມ ເຊິ່ງຈັດຂຶ້ນໃນວັນທີ 7 ຕຸລາ 2018 ທີ່ຜ່ານມາ ທ້າວ ເປ້ຍ ເຫຼົາ​ພັກ­ດີ ສາ­ມາດ​ຍົກ​ໄດ້​ເຖິງ 133 ກິ​ໂລ ເອົາ​ຊະ­ນະ ທ້າວ ບາຊາ ຟາແມນ ​ນັກ­ກີ­ລາ​ຈາກ​ປະ­ເທດ​ອິນ​ເດຍ ທີ່​ຍົກ​ໄດ້ 128 kg ແລະ ອັນ​ດັບ 3 ນັກ­ກີ­ລາ​ຈາກ​ອິນ​ເດຍ ຍົກ​ໄດ້ 127 kg ຄວ້າ​ຫຼຽນ​ຄຳ​ປະ­ຫວັດ­ສາດໃນ​ເອ​ຊຽນ​ພາ​ຣາ​ລິມປິກ ເປັນ​ຫຼຽນ​ຄຳ​ທຳ​ອິດ​ຂອງ​ທັບ​ນັກ­ກີ­ລາ​ລາວ ໃນ​ເອ​ຊຽນ​ພາ​ຣາ​ລິມປິກ ຄັ້ງ​ນີ້.

ທ້າວ ເປ້ຍ ມີເວລາຝຶກຊ້ອມກ່ອນຈະເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ພຽງ 6 ເດືອນເທົ່ານັ້ນ ແຕ່ກໍ່ສາມາດຍາດເອົາຫຼຽນຄຳມາຕ້ອນພີ່ນ້ອງຊາວລາວໄດ້ສຳເລັດ ແລະ ຄັ້ງຕໍ່ໄປທ້າວ ເປ້ຍ ຈະເດີນທາງໄປແຂ່ງຂັນທີ່ດູໄບ ເຊິ່ງເປັນລາຍການແຂ່ງຂັນລະດັບໂລກ, ຫຼັງຈາກນັ້ນທ້າວ ເປ້ຍ ຈະເດີນທາງໄປຮ່ວມແຂ່ງຂັນໃນງານ ພາລາລິມປິກ 2020 ທີ່ໂຕກຽວ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: vientianemaiparalympic
ຮູບປະກອບຂ່າວ: paralympic, ຂ່າວກິລາ Lao National TV

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...