spot_img
Homeຂ່າວທ້ອງຖິ່ນໜັກໃຈ! ທາງລົດແລ່ນ ຫຼື ທາງສັດຍ່າງ?

ໜັກໃຈ! ທາງລົດແລ່ນ ຫຼື ທາງສັດຍ່າງ?

Published on

ຫຼາຍເທື່ອທີ່ເຮົາຂັບຂີ່ຕາມເສັ້ນທາງຫຼວງ ແລ້ວເຫັນສັດອອກມາຍ່າງຕາມແຄມທາງໂດຍສະເພາະສັດລ້ຽງເຊັ່ນ:​ ໝາ, ງົວ, ແບ້ ຫຼືບາງຄັ້ງກໍເຫັນມ້າຍ່າງອອກມາກິນຫຍ້າຢູ່ຂ້າງທາງພ້ອມ! ບາງຄັ້ງສັດເຫຼົ່ານັ້ນໄດ້ສ້າງຄວາມຫຍຸ້ງຍາກໃນການຈະລາຈອນ ແລະ ຖ້າໃນກໍລະນີເກີດອຸບັດເຫດຈະເຮັດແນໃດ? ໃຜຈະເປັນຄົນຮັບຜິດຊອບ? ບໍລິສັດປະກັນໄພ, ເຈົ້າຂອງລົດ ຫຼື ເຈົ້າຂອງສັດລ້ຽງນັ້ນ?

ອີງຕາມລະບຽບກົດໝາຍແຫ່ງ ສປປ ລາວ ວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງເລກທີ 23/ສພຊ, ລົງວັນທີ 12 ທັນວາ 2012 ຕາມມາດຕາທີ 11 (ປັບປຸງ) ຂອງລະບຽບການຄຸ້ມຄອງສັດລ້ຽງ ແມ່ນບໍ່ອະນຸຍາດໃຫ້ລ້ຽງ ຫຼື ປ່ອຍສັດທຸກຊະນິດຕາມເສັ້ນທາງຫຼວງ. ການເຄື່ອນຍ້າຍສັດຕາມເສັ້ນທາງຕ້ອງມີຜູ້ຄວບຄຸມ ແລະ ຕ້ອງປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ. ໃນກໍລະນີເກີດອຸບັດຕິເຫດຍ້ອນສັດລ້ຽງເຈົ້າຂອງ ຫຼື ຜູ້ຄອບຄອງສັດ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ສັດລ້ຽງນັ້ນໄດ້ກໍ່ຂື້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ. ຢູ່ບ່ອນທີ່ມີການລ້ຽງ ຫຼື ຍ້າຍສັດຕ້ອງມີປ້າຍເຕືອນໃຫ້ລະວັງສັດ ເພື່ອໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ໃນກໍລະນີເກີດອຸປະຕິເຫດໃນເຂດທີ່ມີປ້າຍເຕືອນນັ້ນ ຜູ້ຂັບຂີ່ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂື້ນ.

ເຖິງຢ່າງໃດກໍຕາມ, ຍັງມີບາງປະກົດການທາງສັງຄົມອອກມາໃຫ້ເຫັນຢູ່ ບາງຄັ້ງເມື່ອເກີດອຸບັດເຫດລົດຕໍາສັດ ກໍບໍ່ມີໃຜອອກມາຮັບຜິດຊອບ ເຈົ້າຂອງລົດຈິ່ງຕ້ອງໄດ້ຈ່າຍຄ່າເສຍຫາຍເອງ, ເປັນເຫດທີ່ເຮັດໃຫ້ມີປະເດັນຂື້ນມາວ່າ ທາງຄົນ ຫຼື ທາງຄວາຍ?

ນອກຈາກນັ້ນ, ສັດລ້ຽງທີ່ຖືກປ່ອຍອອກມາກິນອາຫານເອງຕາມແຄມທາງ (ດັ່ງທີ່ເຮົາເຫັນກັນເລື້ອຍໆກໍຄື ສັດປະເພດງົວ ແລະ ແບ້) ແມ່ນມີການກິນອາຫານຢ່າງຊະຊາຍ ຖ້າກິນຫຍ້າກໍດີ ແຕ່ບາງຄັ້ງກໍເຫັນສັດເຫຼົ່ານັ້ນໄປຄຸ້ຍຂີ້ເຫຍື້ອກິນ ເຊິ່ງສິ່ງທີ່ສັດເຫຼົ່ານັ້ນກິນເຂົ້າໄປອາດຈະມີສານພິດປົນເປື້ອນຈາກຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ກໍເປັນໄດ້. ຖ້າຫາກເຮົາບໍລິໂພກສັດເຫຼົ່ານັ້ນເຂົ້າໄປ ຄົນທີ່ຈະໄດ້ຮັບຜົນກະທົບກໍຈະແມ່ນ ຜູ້ກິນເອງ. ສະນັ້ນ, ເຮົາຄວນຈະເປັນຫູເປັນຕາຊ່ວຍກັນ ຖ້າຫາກພົບເຫັນສັດເຫຼົ່ານັ້ນຕາມແຄມທາງແມ່ນໃຫ້ແຈ້ງເຈົ້າໜ້າທີ່ ເພື່ອຈັດຄວາມເປັນລະບຽບຮຽບຮ້ອຍຕາມທາງຫຼວງໃຫ້ດີຂຶ້ນ.

 

 

 

 

 

 

 

 

 

ຂຽນໂດຍ: ບຸນມີ ຄໍາມີໄຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...