Homeຂ່າວ​ໄອ​ທີວິທີແກ້ໄຂເວລາຖືກໄວຮັສໃນເຟສບຸກ

ວິທີແກ້ໄຂເວລາຖືກໄວຮັສໃນເຟສບຸກ

Published on

ຖ້າຫາກທ່ານເຫັນໝູ່ເພື່ອນຂອງທ່ານໃນ Facebook ໂພສລິ້ງແປກໆເຊັ່ນ ຄລິບລາມົກອະນາຈານ ຫຼື ຂ່າວທີ່ບໍ່ເປັນຄວາມຈິງ ເຊິ່ງເປັນສິ່ງທີ່ເຮົາໝັ້ນໃຈວ່າໝູ່ຂອງເຮົາບໍ່ໂພສແບບນີ້ແນ່ນອນ, ສິ່ງທີ່ໂພສນັ້ນອາດຈະແມ່ນ ໄວຣັສ (ຫຼືເອີ້ນວ່າ Malwares) ແລະ ໃນບາງຄັ້ງໝູ່ຂອງທ່ານກໍບໍ່ຮູ້ວ່າເຂົາເຈົ້າຖືກໄວຣັສໂຕນີ້ໄປແລ້ວ. ຖ້າຫາກເຮົາບັງເອີນໄປກົດທີ່ລິ້ງໃນໂພສນັ້ນ, ເຮົາກໍອາດຈະຖືກໄວຣັສ ເອົາເຟສບຸກຂອງເຮົາໄປໂພສລິ້ງນັ້ນຕໍ່ ແລະ ແທັກຕໍ່ໝູ່ຂອງເຮົາທຸກຄົນ ສ້າງຕ່ອງໂສ້ໄວຣັສໄປເລື້ອຍໆ. ເຮົາສາມາດກວດສອບ ແລະ ແກ້ໄຂບັນຫານີ້ຄື:

  1. ປ່ຽນລະຫັດເຂົ້າເຟສບຸກຂອງທ່ານທັນທີ

ປ່ຽນລະຫັດຜ່ານເຟສບຸກທັນທີທີ່ຮູ້ວ່າທ່ານຕິດໄວຣັສນີ້ ໂດຍກົດເລືອກເຄື່ອງໝາຍ ∇ ສາມຫຼ່ຽມ ຢູ່ແຖບດ້ານເທິງ (1) >> ເລືອກການຕັ້ງຄ່າ ຫຼື Setting (2) >> >> ກົດເຂົ້າຄວາມປອດໄພ ຫຼື Securit and Login (3) >> ຈາກນັ້ນກໍປ່ຽນລະຫັດຜ່ານ (4) ທີ່ຄາດເດົາໄດ້ຍາກຂຶ້ນ (ແຕ່ທ່ານຢ່າລືມລະຫັດໃໝ່ຂອງທ່ານເດີ້).

2. ລຶບແອ໋ບໃນ Facebook ທີ່ຕ້ອງສົງໃສ

ເມື່ອປ່ຽນລະຫັດຜ່ານຮຽບຮ້ອຍແລ້ວ, ຂັ້ນຕອນຕໍ່ໄປແມ່ນລຶບແອ໋ບທີ່ຕິດໄວຣັສນັ້ນອອກຈາກເຟສບຸກຂອງທ່ານ ໂດຍຢູ່ໜ້າຕ່າງເກົ່າ ແລ້ວຄລິກ ແອັບ ແລະ ເວັບໄຊ້ ຫຼື Apps and Websites ເພື່ອເບິ່ງວ່າທ່ານຕິດຕັ້ງແອ໋ບໃດແນ່ໃນເວັບໄຊ້ຂອງທ່ານ ເຊິ່ງແອັບດັ່ງກ່າວອາດຈະເປັນແອັບທີ່ທ່ານຕັ້ງໃຈ ຫຼື ບໍ່ໄດ້ຕັ້ງໃຈຕິດຕັ້ງໄວ້ກໍໄດ້. ຖ້າຫາກແອັບໃດທີ່ທ່ານບໍ່ໄດ້ໃຊ້ໃນຊີວິດປະຈໍາວັນ, ທ່ານຄວນຈະລຶບແອັບນີ້ຖິ້ມໄປ ຫຼື ທ່ານສາມາດລຶບແອັບທັງໝົດອອກເລີຍກໍໄດ້ ແລ້ວຈິ່ງຕິດຕັ້ງແອັບທີ່ທ່ານໃຊ້ຕົວຈິງ.

3. ລົງໂປຣແກຣມແອນຕີ້ໄວຣັສ ຫຼື ໂປຣແກຣມປ້ອງກັນຊອບແວ

ເພື່ອປ້ອງກັນໃຫ້ເຟສບຸກຂອງທ່ານປອດໄພຢູ່ສະເໝີ, ທ່ານຄວນຈະລົງໂປຣແກຣມປ້ອງກັນຊອບແວ ຫຼື ກວດແອນຕີ້ໄວຣັສຢູ່ສະເໝີ. zdnet.com ແນະນໍາບາງໂປຣແກຣມສຳລັບປ້ອງກັນຊອບແວຂອງທ່ານໄດ້ແກ່ Microsoft Security Essentials, Malwarebytes, Avira ແລະ Avast ເຊິ່ງເປັນໂປຣແກຣມຟຣີທັງໝົດ. ໂປຣແກຣມທີ່ກ່າວມາເປັນໂປຣແກຣມສຳລັບຜູ້ໃຊ້ງານ Windows, ຖ້າຫາກທ່ານໃຊ້ Mac ທ່ານສາມາດລອງໃຊ້ໂປຣແກຣມແອນຕີ້ໄວຣັສຈາກ Sophos ໄດ້.

 

ແລ້ວເຮົາຈະກວດສອບວ່າເຮົາໂພສລິ້ງໄວຣັສນັ້ນຕອນໃດໄດ້ແນວໃດ?

ທ່ານສາມາດເບິ່ງໄດ້ວ່າທ່ານໄດ້ເຄື່ອນໄຫວຫຍັງແນ່ໃນເຟສບຸກ ໄດ້ໄປ Like ຫຼື Share ລິ້ງໃດບໍ່ ແລະ ໄດ້ໂພສຫຍັງຕອນໃດ. ເມື່ອພົບແລ້ວ, ທ່ານສາມາດລົບໂພສດັ່າງກ່າວອອກໄດ້ເລີຍ

 

 

 

ຂຽນໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂ່າວ: it24hrs.com, tech.mthai.com, zdnet.com

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...