spot_img
Homeຂ່າວຕ່າງປະເທດເອີຣົບສົ່ງດາວທຽມສໍາຫລວດກະແສລົມໂລກ (ມີວິດີໂອ)

ເອີຣົບສົ່ງດາວທຽມສໍາຫລວດກະແສລົມໂລກ (ມີວິດີໂອ)

Published on

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປາຣີ, ປະເທດ ຝຣັ່ງ ເມື່ອວັນທີ 23 ສິງຫາ ວ່າ: “ຈະຫລວດເວກາ” ຂອງອົງການອະວາກາດເອີຣົບ (ອີຊາ) ອອກເດີນທາງຈາກຖານປ່ອຍຈະຫຼວດພາຍໃນສູນອະວາກາດເກຍນາ ທີ່ເມືອງຄູຣູ ແຄມຝັ່ງທາງທິດຕະເວັນອອກສຽງເໜືອຂອງເຟຣນເກຍນາ ຊຶ່ງເປັນດິນແດນພົ້ນທະເລຂອງຝຣັ່ງ. ເມື່ອເວລາ 18.20 ນາທີ ຕາມເວລາທ້ອງຖິ່ນຂອງວັນພຸດ (03:20 ນາທີ ເວລາໃນປະເທດລາວ) ເພື່ອນໍາສົ່ງດາວທຽມ “ ເອໂອລັສ ” ຜະລິດໂດຍບໍລິສັດ ແອບັສ.

https://www.facebook.com/itvnews/videos/283455165584753/

ດາວທຽມເອໂອລັສ ເປັນຊື່ຂອງເທບພະເຈົ້າແຫ່ງສາຍລົມ ຕາມຕໍານານເລື່ອງເທບຂອງເກຣັກ ຈະໂຄຈອນຢູ່ທີ່ລະດັບ 320 ກິໂລແມັດເໜືອໜ້າໂລກ ເພື່ອເຮັດໜ້າທີ່ເກັບຮວບຮວມຂໍ້ມູນທັງໝົດທີ່ກ່ຽວຂ້ອງກັບລະບົບກະແສລົມເທິງໂລກ ແລ້ວສົ່ງຂໍ້ມູນດ້ວຍລະບົບເລເຊີທີ່ມີຄວາມຊັດເຈນສູງກັບມາຍັງຖານປະຕິບັດການພາກພື້ນດິນ ຕັ້ງຢູ່ທີ່ເມືອງສະວາບາ ໃນນໍເວ ເຊິ່ງທີມງານຈະນໍາຂໍ້ມູນເຫຼົ່ານັ້ນໄປວິເຄາະ ເພື່ອພັດທະນາປະສິດທິພາບຂອງວຽກງານດ້ານ ອຸຕຸນິຍົມວິທະຍາ ແລະ ການປ້ອງກັນໄພທໍາມະຊາດຕໍ່ໄປ ໂດຍສະເພາະໃນສ່ວນທີ່ກ່ຽວຂ້ອງກັບການພະຍາກອນ ການເກີດພາຍຸ.

ສໍາລັບດາວທຽມເອໂອລັສ ເຊິ່ງເປັນສ່ວນໜຶ່ງຂອງໂຄງການ “ ໂຄເປນິຄັສ ” ແລະ ຮັບພາລະກິດສໍາຫຼວດ-ສ້າງຄວາມເຂົ້າໃຈກັບໂລກ, ໂຄງການທີ່ 5 ຂອງອີຊາ ຕໍ່ຈາກປະຕິບັດການເລື່ອງແຮງໂນ້ມຖ່ວງ ແລະ ສະໜາມແມ່ເຫຼັກໂລກ. ການວິເຄາະຄວາມຊຸ່ມໃນດິນ, ການສຶກສາລະດັບຄວາມເຄັມຂອງມະຫາສະໝຸດ ແລະ ການສໍາຫຼວດລະບົບພູມອາກາດ “ ໄຄໂອເຟຍ ” ໝາຍເຖິງສ່ວນທີ່ເປັນນໍ້າກ້ອນທັງໃຕ້ພິພົບ ແລະ ເທິງໜ້າດິນ.

 

 

ແຫລ່ງຂ່າວຕ່າງປະເທດ: TDN, ITV News

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...