Homeຂ່າວຕ່າງປະເທດທູດເອີລົບ 5 ປະເທດ ຕຳນິອິດສະລາແອນ ສວຍໂອກາດຍຶດຄອງປາເລດຕິນ

ທູດເອີລົບ 5 ປະເທດ ຕຳນິອິດສະລາແອນ ສວຍໂອກາດຍຶດຄອງປາເລດຕິນ

Published on

 

ອິດສະລາແອນ ຖືກທູດຈາກ 5 ປະເທດເອີລົບຕຳໜິ ຫລັງປະກາດຈະຍຶດດິນແດນປາເລດຕິນ ເພື່ອຂະຫຍາຍອານາເຂດ

ຂອງຕົນເອງ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກັນຍາ 2014 ຜ່ານມາວ່າ ທູດຈາກ 5 ປະເທດຂອງເອີລົບ ເຊິ່ງປະກອບມີ:

ອັງກິດ, ຝຣັ່ງ, ອີຕາລີ, ແອັດສະປາຍ ແລະ ອຸປະທູດເຢຍລະມັນ ໄດ້ຕຳນິສະພາຄວາມໝັ້ນຄົງຂອງອິດສະລາແອນ ເມື່ອ

ວັນອັງຄານ (9 ກັນຍາ 2014) ທີ່ຜ່ານມາ ກ່ຽວກັບແຜນການຍຶດທີ່ດິນໃນເຂດ Gush Etzion ເພື່ອເສີມສ້າງດິນແດນ

ຂອງອິດສະລາແອນໃຫ້ກວ້າງຂຶ້ນອີກໃນ 30 ປີ.

 

ໂດຍໜຶ່ງໃນບັນດາທູດເອີລົບໄດ້ລະບຸວ່າ ໄດ້ໃຫ້ທາງການອິດສະລາແອນຊີ້ແຈງເລື່ອງດັ່ງກ່າວຢ່າງຊັດເຈນ ພ້ອມທັງຕຳ

ນິວ່າ ເປັນການຕັດສິນໃຈທີ່ສົ່ງຜົນດ້ານລົບຫຼາຍທີ່ສຸດ.

 

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...