spot_img
Homeຂ່າວພາຍ​ໃນລາວ-ໄທ ຕົກລົງຈະເອົາແຄນ ເປັນຮູບຊົງເສົາກາງຂົວມິດຕະພາບ 5 ປາກຊັນ-ບຶງການ (ມີຄລິບ)

ລາວ-ໄທ ຕົກລົງຈະເອົາແຄນ ເປັນຮູບຊົງເສົາກາງຂົວມິດຕະພາບ 5 ປາກຊັນ-ບຶງການ (ມີຄລິບ)

Published on

ແຜນການສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ລະຫວ່າງ ປາກຊັນ-ບຶງການ ເຊິ່ງຈະເລິ່ມຂຶ້ນມີການກໍ່ສ້າງໃນເດືອນ ມີນາ 2019 . ຂົວດັ່ງກ່າວນີ້ມີມູນຄ່າກໍ່ສ້າງທັງໝົດ 3.930 ລ້ານບາດ ປັດຈຸບັນທາງລັດຖະບານ ແລະ ຄະນະຮັບຜິດຊອບທັງສອງຝ່າຍ ໄດ້ຕົກລົງເປັນເອກະພາບກັັນ ເອົາຮູບແຄນເປັນສັນຍາລັກຮູບຊົງເສົາກາງນ້ຳ.

ຜູ້ປະສານງານໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ຂົວດັ່ງກ່າວແມ່ນມີມູນຄ່າການກໍ່ສ້າງ ທັງໝົດ 3.930 ລ້ານບາດຫລື ປະມານ1ພັນຕື້ກວ່າກີບ, ໃນນັ້ນ: ວຽກທາງເຊື່ອມຕໍ່ເບື້ອງໄທ 1.340 ລ້ານບາດ, ອາຄານດ່ານ 610 ລ້ານບາດ, ກໍ່ສ້າງຂົວ 680 ລ້ານບາດ ລວມເປັນ 2.630 ລ້ານບາດ ປະມານ 680ຕື້ກີບ. ສ່ວນເບື້ອງລາວ ມູນຄ່າການກໍ່ສ້າງທາງເຊື່ອມຕໍ່ 370 ລ້ານບາດ, ອາຄານດ່ານ 440 ລ້ານບາດ, ມູນຄ່າກໍ່ສ້າງຂົວ 490 ລ້ານບາດ ລວມທັງໝົດ 1.300 ລ້ານບາດ 340ຕື້ກີບ .

ສຳລັບຮູບຊົງສັນຍາລັກໜ້າອາຄານດ່ານ ເບື້ອງເມືອງປາກຊັນ ແຂວງບໍລິຄຳໄຊ ຈະເອົາສັນຍະລັກເປັນໂຕເສົາຫຼາ 3 ໂຕ (ໂຕຜູ້, ໂຕແມ່ ແລະ ລູກ) ຢູ່ເທິງແທ່ນ ຫຼື ເດີ່ນຫຍ້າ ຕໍ່ໜ້າອາຄານດ່ານ. ເນື່ອງຈາກວ່າ: ໂຕເສົາຫຼາ ເປັນສັດທີ່ຫາຍາກ ແລະ ມີຖິ່ນອາໄສ ຊຶ່ງພົບເຫັນຢູ່ແຂວງບໍລິຄຳໄຊ ເທົ່ານັ້ນ ໃນ ສປປ ລາວ ແລະ ສ່ວນຮູບຊົງສັນຍາລັກປະຕູເມືອງ ແມ່ນກຳນົດເອົາຈອມທາດພະບາດໂພນສັນມາໃສ່ເປັນສັນຍະລັກ.

ຈຸດທີ່ຕັ້ງຂອງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ, ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ ຫ່າງ ຈາກເທດສະບານແຂວງບໍລິຄຳໄຊ ມາທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລແມັດ ແລະ ຈາກທາງເລກ 13 ໃຕ້ ເຂົ້າໄປຫານ້ຳຂອງ ປະມານ 2,5 ກິໂລແມັດ.


ແຫຼ່ງຂ່າວ: ນສພ ເສດຖະກິດ-ການຄ້າ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...