spot_img
Homeຂ່າວການພັດທະນາຈີນເປີດໂຕ ໄອພອລ ຫຸ່ນຍົນລ້ຽງເດັກນ້ອຍ

ຈີນເປີດໂຕ ໄອພອລ ຫຸ່ນຍົນລ້ຽງເດັກນ້ອຍ

Published on

ບໍລິສັດຈີນ ເປີດໂຕຫຸ່ນຍົນລ້ຽງເດັນ້ອນ iPal ທີ່ສາມາດເວົ້າໄດ້ 2 ພາສາ ແລະ ສອນຫນັງສືໄດ້ເຊັ່ນ: ວິຊາເລກ ແລະ ເລົ່າເລື່ອງຕະລົກ, ມີປະຕິກິລິຍາກັບເດັກນ້ອຍຜ່ານຈໍພາບຢູ່ເທີງເອີກ ເປັນຫຸ່ນຍົນເອື້ອຍລ້ຽງເດັກຮຸ່ນໃຫມ່ລ່າສຸດຂອງຈີນ ທີ່ພໍ່ແມ່ຜູ້ປົກຄອງທຸກຄົນຕ້ອງມີ

ສຳນັກຂ່າວ AFP ລາຍງານຈາກເມືອງຊຽງໄຮ້, ປະເທດຈີນ ເມື່ອວັນທີ 14 ມິຖຸນາ ວ່າ ໄອພອລ ຊື່ງເປັນສ່ວນຫນື່ງຂອງເຕັກໂນໂລຢີໃຫມ່ ທີ່ເປີດຕົວໃນງານການສະແດງ Consumer Electronics Show Asia ທີ່ເມືອງ ຊຽງໄຮ້ ໃນອາທິດນີ້ ສາມາດໃຫ້ການສຶກສາ ແລະ ເປັນຫມູ່ຫລີ້ນສຳລັບເດັກທີ່ໂດດດ່ຽວ ແລະ ເປັນສີ່ງສ້າງຄວາມສະຫງົບໃນຈິດໃຈສຳລັບຜູ້ໃຫຍ່.

https://youtu.be/orHBddTKWAg

ໄອພອລ ມີຂະຫນາດຄວາມສູງປະມານ 1.066 ແມັດ ປະມານເດັກອາຍຸ 5 ປີ ເຄື່ອນໄຫວ ແລະ ເຕັ້ນລຳເທີງລໍ້ ດວງຕາຕິດຕັ້ງເທັກໂນໂລຢີຈົດຈຳໃບຫນ້າ ພໍ່ແມ່ສາມາດເວົ້າ ຫລື ເບີ່ງຄວາມເຄື່ອນໄຫວຂອງລູກຈາກໄລຍະໄກຜ່ານ ໄອພອລ ຊື່ງເຊື່ອມຕໍ່ລະບົບກັບແອັບພິເຄເຊີນສະມາດໂຟນ ທີ່ເຮັດໃຫ້ສາມາດຕິດຕາມການເຄື່ອນໄຫວ ແລະ ໄດ້ຍິນທຸກຢ່າງໄດ້.

ຕີງຫຍູ ຮວງ, ຜູ້ຮ່ວມກໍ່ຕັ້ງບໍລິສັດອະວາຕາມາຍ ໂລບອດທ໌ ເຕັກໂນໂລຊີ ກ່າວວ່າ ແນວຄິດສຳລັບການຜະລິດຫຸ່ນຍົນຮຸ່ນນີ້ຂື້ນມາເພື່ອໃຫ້ເປັນຫມູ່ຂອງເດັກນ້ອຍ, ຮຸ່ນຍົນຕົວນີ້ມີລາຄາຕົວລະ 9,000 ຢວນ ຫລື ປະມານ 45,000 ບາດ ສາມາດຕອບໂຈດສຳລັບຄອບຄົວຄົນຫນຸ່ມສາວ, ໄວເຮັດວຽກ ແລະ ຄົນທີ່ບໍ່ມີພີ່ນ້ອງໄວ້ຄ່ອຍຊ່ວຍເບີ່ງແຍງລູກ, ເດັກນ້ອຍ ແລະ ຄົນຊະລາ.

ຕີງຫຍູ ເຜີຍວ່າ ອີກບໍ່ດົນ ບໍລິສັດ ອະວາຕາມາຍ ຈະເປີດໂຕຮຸ່ນຍົນ ທີ່ສາມາດໂອ້ລົມກັບຜູ້ສູງອາຍຸ ແຈ້ງເຕືອນເມື່ອຮອດເວລາທີ່ຕ້ອງກິນຢາ ຫລື ເອື້ນລົດໂຮງຫມໍເມື່ອຜູ້ປ່ວຍລົ້ມ

ລັດຖະບານຈີນ ລົງທຶນເງີນ ແລະ ກຳລັງຄົນ ໃນການພັດທະນາປັນຍາປະດິດ (AI)  ສ່ວນຫນື່ງຂອງແຜນການ ເມດອິນໄຊສ໌ນາ 2025 (Made in China 2025).

 

ຮຸບພາຍບອ້າງອີງ – AP
ວິດີໂອປະກອບ – THE NEWSROOM
ແຫລ່ງຂ່າວຕ່າງປະເທດ : TDN

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...