ຕອນທີ 4 ພິສູດບາງຢ່າງ
ແອ໊ດ…..!!!
ປັ໊ງ…!!!
ອາຣິຊ່າທີ່ນອນຕົວສັ່ນຢູ່ທີ່ຕຽງເມື່ອໄດ້ຍິນສຽງຄ້າຍປະຕູເປີດອອກແລະອັດປະຕູເຂົ້າ ນາງກໍ່ຫັນໄປທາງຕົ້ນທາງສຽງດ້ວຍຄວາມຕົກໃຈ ໃນຕານາງເຕັມໄປດ້ວຍຄວາມຢ້ານກົວປົນສົງໃສ ນາງຄ່ອຍໆພະຍາຍາມດັນຮ່າງກາຍຂອງນາງໃຫ້ລູກຂຶ້ນນັ່ງ ຊາຍຮ່າງສູງຄົນນັ້ນໄດ້ຄ່ອຍໆຍ່າງເຂົ້າມາ ແລະ ເປວທຽນໃນຫ້ອງກໍ່ຄ່ອຍໆລຸກຂຶ້ນເທື່ອລະເຫຼັ້ມເທື່ອລະເຫຼັ້ມ ຈົນໃນທີ່ສຸດທຽນໃນຫ້ອງກໍ່ຖືກຈຸດຂຶ້ນມາເອງ ມັນແຮງເຮັດໃຫ້ຂົນແຂນຂາຂອງ ອາຣິຊ່າ ລຸກຮືຂຶ້ນເພາະຄວາມພະຫວາໜາວຄີງ ຊາຍຮ່າງສູງໜ້າຕາຫຼໍ່ເຫຼົາ ແຕ່ກັບມີຜິວກາຍຂາວຈືດດັ່ງຜິວຄົນຕາຍໄດ້ມາປະກົດກາຍຢູ່ທີ່ຂອບຕຽງໃກ້ໆນາງ ອາຣິຊ່າຕົກໃຈສະດຸ້ງຕື່ນ ເຖິງທຽນໃນຫ້ອງຈະມີເປວໄຟລຸກຂຶ້ນທຸກເຫຼັ້ມ ແຕ່ແສງທຽນພວກນັ້ນກໍ່ເປັນພຽງແຕ່ແສງສະຫຼົວສະຫຼົວເທົ່ານັ້ນ ນາງຫຼີ່ຕາລົງເລັກນ້ອຍ ເພື່ອໃຫ້ພາບທີ່ຢູ່ຕໍ່ໜ້າຊັດເຈນຂຶ້ນ
“ເຈົ້າ…!!!
“ເຫດໃດຜູ້ຊາຍທີ່ຢູ່ໃນຜັບເຖິງມາຢູ່ບ່ອນນີ້ໄດ້…ແລ້ວເຮົາມາຢູ່ນີ້ໄດ້ແນວໃດ…ແລ້ວນີ້ມັນແມ່ນບ່ອນໃດ…” ໃນສະໝອງຂອງອາຣິຊ່າເກີດຄຳຖາມຂຶ້ນມາບໍ່ຂາດ
“ຂ້ອຍມີຊື່ວ່າ ຣິສຊາສ໌…” ເຂົາກ່າວຂຶ້ນດ້ວຍນ້ຳສຽງທຸ້ມໜ້າຟັງ
“ແລ້ວບ່ອນ….ຂ້ອຍ…” ອາຣິຊ່າຍັງບໍ່ທັໄດ້ເອີ່ຍຖາມຈົບ
“ນີ້ເປັນຫ້ອງນອນຂອງຂ້ອຍ! ຕອນນີ້ເຈົ້າຢູ່ທີ່ບ້ານຂອງຂ້ອຍ” ຣິສຊາສ໌ຕອບນາງດ້ວຍນ້ຳສຽງລຽບ
ຫ໊ະ…! ອາຣິຊ່າເປີດຕາກວ້າງຂຶ້ນຫຼັງຈາກທີ່ນາງໄດ້ຮູ້ຄວາມຈິງ ນາງຟ້າລົງຈາກຕຽງໄປຢືນທີ່ພື້ນຫ້ອງທັນທີ
“ເຈົ້າຈະເຮັດສິ່ງໃດ” ຣິສຊາສ໌ ເອີ່ຍຖາມສຽງທຸ້ມ
“ຂ້ອຍຈະກັບບ້ານ” ນາງກຶ່ງເວົ້າກຶ່ງຍ່າງເວົ້າອ້ອມຕຽງເພື່ອຈະຍ່າງມຸ່ງໜ້າໄປຫາປະຕູຫ້ອງ ມືບາງຈັບກອນປະຕູແລ້ວບິດເພື່ອໃຫ້ມັນເປີດອອກແຕ່…
“ເປີດບໍ່ອອກ” ນາງພະຍາຍາມບິດກອນປະຕູຫຼາຍຄັ້ງທັງຍູ້ທັງຖີບປະຕູໄປຫຼາຍເທື່ອ ຖີບປະຕູຈົນສຸດແຮງຂອງນາງ ແຕ່ບໍ່ເຫັນມີທ່າທີວ່າປະຕູຈະສະທົບສະທ້ານແມ້ແຕ່ໜ້ອຍດຽວ ຕອນນີ້ນາງຮູ້ສຶກວ່າຕົວນາງກຳລັງຈະໝົດແຮງລົງເລື້ອຍໆ ເພາະນາງອອກແຮງພັງປະຕູຫຼາຍເທົ່າໃດນາງກໍ່ເໝື່ອຍເພີ່ມຂຶ້ນເທົ່ານັ້ນ “ເປີດແມ້…ໃຜກໍ່ໄດ້ຊ່ວຍເປີດປະຕູໃຫ້ແນ່”
“ເຄິ້ງໆໆໆໆໆໆ” ສຽງຟາດປະຕູດັງຕໍ່ເນື່ອງ
“ເຮີ້ຍເອີ້ຍ…ແມ໊ງເອີ້ຍ…ເປັນຫຍັງຕູຕ້ອງມາເຈິເລື່ອງແບບນີ້ຫວະ…! ນີ້ເຈົ້າມາຊ່ວຍຂ້ອຍໄຂປະຕູ ຫຼື ບໍ່ຈັ່ງຊັ້ນກໍ່ຊ່ວຍໂທຫາຄົນໃນເຮືອນເຈົ້າມາຊ່ວຍໄຂປະຕູໃຫ້ໄດ້ບໍ່ ເຮີ…ເຮີ…ຂ້ອຍ…ຂ້ອຍຄິດວ່າປະຕູອາດຖືກລັອກຈາກທາງນອກ” ນາງຫັນໜ້າໄປເວົ້າກັບ ຣິສຊາສ໌ດ້ວຍສີໜ້າແລະນ້ຳສຽງຫອບເໝື່ອຍ
“……” ແຕ່ສິ່ງທີ່ຕອບນາງກັບມາມີແຕ່ຄວາມວ່າງເປົ່າ ຣິສຊາສ໌ ພຽງຢືນເບິ່ງດ້ວຍສີໜ້ານິ້ງເຢັນຊາເດົາລົມຍາກ
ເມື່ອອາຣິຊ່າເຫັນພຽງຄວາມວ່າງເປົ່າທີ່ບໍ່ສະແດງອາການໃດໆຢ່າງເດືອດຮ້ອນຂອງ ຮິສຊາສ໌ ນາງເຖິງກັບຫົວຮ້ອນຂຶ້ນມາທັນທີ ອາຣິຊ່າຫັນຫຼັງໃຫ້ປະຕູ ແລ້ວຍ່າງກັບໄປຫາ ຣິສຊາສ໌
“ຂ້ອຍບໍ່ຕະລົກໃດ໋…ເຈົ້າຊ່ວຍໂທບອກຄົນຂອງເຈົ້າມາໄຂປະຕູໃຫ້ຂ້ອຍດຽວນີ້! ຂ້ອຍຈະກັບບ້ານ ມື້ອື່ນຂ້ອຍມີເສັງແຕ່ເຊົ້າ” ນາງເວົ້າສຽງແຮງໃສ່ພ້ອມຊີ້ໜ້າຂອງ ຣິສຊາສ໌
ຣິສຊາສ໌ ຈ້ອງເບິ່ງໃບໜ້າງາມຂອງນາງທີ່ຕອນນີ້ກຳລັງບູດບຶ້ງດ້ວຍຄວາມໂມໂຫເຖິງຈະເປັນແບບນັ້ນມັນກໍ່ເບິ່ງໜ້າຮັກສຳລັບເຂົາ ຊາຍໜຸ່ມຮ່າງສູງບໍ່ໄດ້ຕອບເປັນຄຳເວົ້າກັບມາ ພຽງແຕ່ຍົກຍິ້ມມຸມປາກ ແລະ ຫົວໃນລຳຄໍເບົາໆ
ເມື່ອຊາຍຮ່າງສູງທີ່ຢູ່ຕໍ່ໜ້ານາງສະແດງອາການພໍໃຈທີ່ເຫັນນາງຮ້ອນຮົນແບບນີ້ ມັນໄດ້ສ້າງຄວາມບໍ່ພໍໃຈໃຫ້ນາງເກີນເກັບກັ້ນເອົາໄວ້
“ເຈົ້າຍິ້ມແບບນີ້ໝາຍຄວາມວ່າແນວໃດ! ເຈົ້າຫົວແບບນີ້ເຈົ້າເປັນໂຣກຈິດຫວາ…ຫ໊ະ..!ມັນບໍ່ຕະລົກເລີຍໃດ໋” ຮ່າງບາງໃຊ້ມືທຸບຕີຮ່າງສູງຢ່າງແຮງຫລາຍບາດຕິດຕໍ່ກັນ ແຕ່ດ້ວຍແຮງຂອງນາງນັ້ນມັນສາມາດເຮັດໃຫ້ແວມພາຍໜຸ່ມຜູ້ນີ້ສະທົກສະທ້ານໃດໆເລີຍ
ໝັບ..!!!
ນີ້…! ປ່ອຍຂ້ອຍແມ໋ະ…! ປ່ອຍຂ້ອຍດຽວນີ້…! ເຮັດບ້າອີ່ຫຍັງຂອງເຈົ້ານິ
ຮ່າງບາງດີດດິ້ນໃນອ້ອມກອດທີ່ເຢັນເຢືອກຂອງຊາຍໜຸ່ມຢ່າງຍາກລຳບາກ ເພາະຊາຍໜຸ່ມໂອບກອດນາງໄວ້ແໜ້ນ ທ່າມກາງຄວາມງຽບ ແລະ ຄວາມໜາວເຢັນນາງໄດ້ຍິນແຕ່ສຽງຫົວໃຈຂອງນາງເຕັ້ນແຮງຄ້າຍມັນຈະລະເບີດອອກມາ
“ຢູ່ເສີຍໆສາວນ້ອຍ…! ຂ້ອຍພຽງຕ້ອງການພິສູດບາງຢ່າງເທົ່ານັ້ນ” ຊາຍໜຸ່ມກ່າວກັບນາງດ້ວຍນ້ຳສຽງທຸ້ມ
ຄຳເວົ້າສັ້ນໆຂອງ ຣິສຊາສ໌ ເຮັດໃຫ້ອາຣິຊ່າເຖິງກັບສະຫງົບນິ້ງເຊື່ອຟັງເຂົາໂດຍງ່າຍ
ຣິສຊາສ໌ໂອບກອດນາງໄວ້ແໜ້ນແນບເອິກໃນຕາເຂົາປະກົດພາບນິມິດຂຶ້ນ ຍ້ອນກັບໄປເມື່ອ 600ປີກ່ອນ ມັນເປັນຊ່ວງເວລາທີ່ເຂົາມີຄວາມສຸກທີ່ສຸດ ເຂົາເຫັນພາບຍິງສາວທີ່ເປັນຮັກທຳອິດ ແລະ ຮັກດຽວຂອງເຂົາໃສ່ຊຸດຂາວກະໂປງຍາວລາຍລູກໄມ້ ຜົມຣອນສີຂາວເທົາ… ແສງແດດກະທົບສີຜົມເຂົ້າກັບຜິວໜ້າຜິວກາຍອັນຂາວຜ່ອງດັ່ງຍອງຝ້າຍຂອງນາງມັນແຮງເຮັດໃຫ້ນາງງົດງາມດັ່ງກັບເທບທິດາ ນາງກຳລັງແລ່ນໄລ່ແມງກະເບື້ອໄປມາໃນທົ່ງດອກລາເວນເດີ້ອັນແສນກວ້າງໃຫຍ່ໄພສານ ສຽງຂອງນາງ ຮອຍຍິ້ມ ແລະ ແວວຕາຂອງນາງທີ່ສົ່ງມາມັນຊ່າງອົບອຸ່ນເຮັດໃຫ້ເຂົາຍາກທີ່ຈະລືມທັງເຈັບປວດທຸກຄັ້ງເມື່ອຄິດເຖິງ
ຣິສຊາສ໌…! ຣິສຊາສ໌…!! ສຽງຫວານເອີ່ຍຊື່ຊາຍໜຸ່ມຢ່າງແຜ່ວເບົາ ກ່ອນທີ່ພາບຍິງຄົນຮັກຂອງເຂົາທີ່ມີໃບໜ້າຄືກັບ ອາຣິຊ່າ ຈະຄ່ອຍໆຈາງຫາຍໄປຈາກດວງຕາຂອງເຂົາ
ໜາວ…! ໜາວ…! ຍິງສາວໃນອ້ອມກອດກ່າວຂຶ້ນດ້ວຍນ້ຳສຽງສັ່ນເຄື່ອເບົາໆ
ເພາະໄອເຢັນຂອງຣິສຊາສ໌ໄດ້ແຜ່ລາມເຂົ້າສູ່ຮ່າງກາຍຂອງຍິງສາວ ຈິ່ງເຮັດໃຫ້ຕອນນີ້ນາງໜາວສັ່ນສະທ້ານໄປທັງຕົວ ເມື່ອເຫັນດັ່ງນັ້ນຊາຍໜຸ່ມຈິ່ງອຸ້ມນາງຂຶ້ນແລ້ວຄ່ອຍພານາງຍ່າງມາທີ່ຕຽງຂອງເຂົາກ່ອນຈະຄ່ອຍໆວາງນາງນອນລົງຕຽງຢ່າງເບົາມື ຣິສຊາສ໌ ດຶງພາຫົ່ມຈາກປາຍຕຽງຂຶ້ນມາຫົ່ມໃຫ້ນາງຢ່າງອ່ອນໂຍນ ກ່ອນທີ່ເຂົາຈະນັ່ງລົງຕຽງນຸ້ມໆແລະ ຢູ່ຂ້າງກາຍນາງທີ່ພວມຫຼັບໄຫລ
“ເມລີນ່າ” ຣິສຊາສ໌ກ່າວຂຶ້ນເບົາໆ
“ກິ້ນຂອງເຈົ້າ…ຮ່າງກາຍຂອງເຈົ້າ…ໃບໜ້າຂອງເຈົ້າ… ມາລີນ່າ….ຂ້ອຍຄິດຮອດເຈົ້າເຫຼືອເກີນ” ຣິສຊາສ໌ໃຊ້ມືໄປລູບໜ້ານາງເບົາໆໃນເວລາທີ່ເຂົາເອີ່ຍ
ເມລິນ່າ ຍິງຄົນຮັກຂອງຣິສຊາສ໌ ໄດ້ຕາຍໄປເມື່ອ 600ປີກ່ອນ ເພາະຖືກຂ້າຕາຍ ແລະ ໃນເວລານີ້ ອາຣິຊາຍິງສາວທີ່ຢູ່ຕໍ່ໜ້າເຂົາມັນໄດ້ສ້າງຄວາມຫວັງໃໝ່ປົນກັບຄວາມວຸ້ນວາ ໃຫ້ກັບເຂົາ
ຫຼືວ່າ…ນາງຈະເກີດໃໝ່? ຄວາມຄິດນີ້ເຮັດໃຫ້ເຂົາຕ້ອງຢຸດສະງັກໄປຊົ່ວຄາວ
ຣິສຊາສ໌ ຈຳໄດ້ແມ້ນຢຳວ່າ ມາລີນາ ຍິງສາວຄົນຮັກຂອງນາງໃນອະດີດ ມີຂີ້ແມງວັນນ້ອຍໆຢູ່ກ້ານຄໍເບື່ອງຊ້າຍ ເພື່ອພິສູດຂໍ້ສົງໃສເຂົາຈິ່ງໃຊ້ຄ່ອຍໆຈັບຜົມຂອງນາງທີ່ຕອນນີ້ມັນບົດບັງກ້ານຄໍອັນຂາວນວນຂອງນາງຢູ່
“ນາງ…!” ຊາຍໜຸ່ມຫຼັງຈາກເຫັນຂີ້ແມງວັນນ້ອຍໆທີ່ກ້ານຄໍເບື້ອງຊາຍ ເປັນຕຳແໜ່ງດຽວກັນກັບທີ່ມີຢູ່ເທິງກ້ານຄໍຂອງຍິງຄົນຮັກຂອງເຂົາເມື່ອ 600 ປີກ່ອນ
“ແມ່ນ! ແມ່ນນາງແທ້ໆ…ໃນທີ່ສຸດເຈົ້າກໍ່ກັບມາຫາຂ້ອຍອີກຄັ້ງ!” ຢູ່ໆນ້ຳຕາແວມພາຍໜຸ່ມທີ່ເຄີຍແຫ້ງຫາຍໄປເມື່ອ 600ປີກ່ອນ ກໍ່ໄຫລອອກມາຢ່າງທີ່ຄວບຄຸມບໍ່ໄດ້