spot_img
Homeຂ່າວຕ່າງປະເທດApple ເປີດໂຕ IOS 12 ປະສິດທິພາບໄວກວ່າເກົ່າ

Apple ເປີດໂຕ IOS 12 ປະສິດທິພາບໄວກວ່າເກົ່າ

Published on

ບໍລິສັດ Apple  ຜູ້ຜະລິດອຸປະກອນຄອມພິວເຕີ້ຊັ້ນນຳຂອງໂລກ ຈັດງານປະຊຸມນັກພັດທະນາປະຈຳປີ 2018 WWDC ທີ່ສູນປະຊຸມ ແມັກເອເນີລີ ໃນເມືອງຊານໂຮເຊ, ລັດຄາລິຟໍເນຍ ປະເທດສະຫະລັດອາເມລິກາ ຕັ້ງແຕ່ວັນທີ 4-8 ມິຖູນາ ໂດຍໃນງານມື້ທຳອິດ Apple ໄດ້ເປີດໂຕລະບົບປະຕິບັດການ IOS 12 ທີ່ເນັ້ນເລື່ອງການນຳຂີດຄວາມສາມາດຂອງອຸປະກອນຕ່າງໆທີ່ຮອງຮັບ IOS 11 ຕັ້ງແຕ່ IPhone 5S ຂື້ນໄປ ມາໃຊ້ຢ່າງມີປະສິດທິພາບທີ່ສຸດ.

IOS 12 ເນັ້ນການເພີ່ມປະສິດທິພາບຂອງການໃຊ້ງານອຸປະກອນເກົ່າທີ່ສາມາດນຳໃຊ້ IOS12 ໄດ້ເຊັ່ນກັນເຊັ່ນ IPhone 6Plus ຈະເປີດ Apps ໄດ້ໄວຂື້ນ 40%, ສະແດງຜົນແປ້ນພິມໄວຂື້ນ 50%, ເປີດກ້ອງໄວຂື້ນ 70%, ສະແດງຫນ້າຈໍແຊຣ໌ ຫລື ແບ່ງປັນໄວຂື້ນ 2 ເທົ່າ ເຖີງວ່າເຄື່ອງຈະຖືກນຳໃຊ້ມາຫມົດມື້.

Apple ເພີ່ມແອັບ AR ใหม่ชื่อ ‘Measure’ ແອັບທີ່ຈະຊ່ວຍວັດແທກຂະຫນາດວັດຖຸແບບ ສາມມິຕິ ຜ່ານກ້ອງ ດ້ວຍການສຳພັດແລ້ວລາກເສັ້ນຕາມຄວາມຍາວຂອງວັດຖຸທີ່ປະກົດເທີງຈໍອີກດ້ວຍ. ໃນສ່ວນຂອງ Augmented Reality (AR) ແອບເປີ້ນ ຮ່ວມມືກັບພິກຊາຣສ໌ ພັດທະນາ Format file ໃຫມ່ສຳລັບ AR ໃນຊື່ USDZ (Universal Scene Detection) ເຫມາະສຳລັບການແບ່ງປັນໂມເກຣ 3D/AR ໃຫ້ຄົນອື່ນ . ນອກຈາກນີ້, Apple  ຍັງເປີດໂຕ ARKit 2.0 ຊື່ງປັບປຸງລະບົບກວດຈັບໃບໜ້າ, ລະບົບການ Render ພາບທີ່ຄ້າຍຄືຈິງ, ເພີ່ມການກວດຈັບວັດຖຸ ສາມມິຕິ ແລະ ຍົກລະດັບປະສົບການຫລີ້ນເກມ AR ໄປອີກລະດັບ ດ້ວຍການແຊຣ໌ ຫລື ແບ່ງປັນຮູບພາບ AR ເທີງຈໍໂທລະສັບຂອງຜູ້ໃຊ້ໄປຍັງ IPhone ເຄື່ອງອື່ນໄດ້, ສາມາດຫລີ້ນ AR ເທີງອຸປະກອນຫລາຍໆຫນ່ວຍພ້ອມກັນໄດ້ດ້ວຍ (Multiplayer AR).

Apple ຍັງປັບປຸງລະບົບການຄົ້ນຫາຂອງ App ຮູບພາບ ໂດຍສາມາດແຍກຕາມບຸກຄົນ, ສະຖານທີ່, ວັດຖຸໃນຮູບ,ເຫດການຕ່າງໆ ເຊັ່ນ: ງານກິລາ ເພີ່ມແທັບໃຫມ່ທີ່ເອີ້ນວ່າ For You ສຳລັບແຊຣ໌ ຫລື ແບ່ງປັນຮູບພາບເຫດການສຳຄັນຂອງຜູ້ໃຊ້ກັບຄົນອື່ນໆ ດ້ວຍລະບົບ Sharing Suggestions.

Siri ກໍມີຟີເຈີຣ໌ໃຫມ່ທີ່ເອີ້ນວ່າ Shortcuts ເຮັດໃຫ້ແອັບຕ່າງໆສາມາດເຊື່ອມຕໍ່ກັບ Siri ໄດ້ດ້ວຍປຸ່ມ Add to Siri ທີ່ປະກົດໃນແອັບຕ່າງໆ ແລະ ປັບຄຳສັ່ງສຽງໄດ້ຕາມຕ້ອງການ.

ນອກຈາກນີ້ຍັງສາມາດໃຊ້ງານ Shortcut ຈາກ Apple Watch ແລະ HomePod ຜ່ານຄຳສັ່ງສຽງໄດ້ດ້ວຍ Siri ສາມາດຮຽນຮູ້ກິດຈະກຳປະຈຳວັນ ແລະ ແຈ້ງເຕືອນກິດຈະກຳນັ້ນໆໃນມື້ຕໍ່ໆໄປເຊັ່ນ ເຄີຍສັ່ງກາເຟດື່ມໃນຕອນເຊົ້າ Siri ກໍຈະເຕືອນເທີງໜ້າຈໍ. Apple ປັບປຸງ Application ຕ່າງໆໃຫ້ດີຍີ່ງຂື້ນ Apple News ມີລະບົບຄົ້ນຫາໃຫມ່, ເພີ່ມແຖບດ້ານຂ້າງ Sidbar ສຳລັບ IPad ເພື່ອເບີ່ງຂ່າວ ຫລື App ຮຸ້ນ ຊື່ງເພີ່ມເສັ້ນ Graph Sparkline ແລະ ໃສ່ App Voice Memo ໃນ IPad ເປັນຄັ້ງທຳອິດ ສາມາດ Sync file ສຽງກັບອຸປະກອນຕ່າງໆຜ່ານ ICloud.

ດ້ານ IBook ປ່ຽນຊື່ເປັນ Apple Books ເພີ່ມຟີເຈີຣ໌ Reading Now ສາມາດຈົດຈຳ ແລະ ໃຫ້ຜູ້ໃຊ້ງານສາມາດອ່ານປື້ມຕໍ່ຈາກຈຸດທີ່ອ່ານຄ້າງໄວ້ໄດ້. ສ່ວນ Carplay ສະຫນັບສະຫນຸນການໃຊ້ລະບົບນຳທາງຈາກບໍລິສັດພາຍນອກແລ້ວ ຊື່ງຫມາຍຄວາມວ່າສາມາດນຳໃຊ້ ຮ່ວມກັບ Waze ຫລື GoogleMap ແລະ ອື່ນໆໄດ້.

Apple ຍັງເພີ່ມຟີເຈີຣ໌ທີ່ຊ່ວຍລົດການຕິດໂທລະສັບ ທັງ ຟີເຈີຣ໌ຫ້າມລົບກວນໃນເວລາກາງຄືນ Do-not-Disturb ຈະປິດການແຈ້ງເຕືອນໃນເວລາກາງຄືນ ຫລື ເວລາທີ່ກຳນົດ, ເຖີງແມ່ນວ່າຜູ້ໃຊ້ຈະຕື່ນຂື້ນມາຕອນກາງຄືນ ແລະ ກົດໂທລະສັບເພື່ອເບີ່ງເວລາ ກໍຈະບໍ່ປະກົດຂໍ້ຄວາມໃດໆຂື້ນເທີງຫນ້າຈໍ. ໃນຫນ້າຈໍລັອກ ຟີເຈີຣ໌ Instant tuning ສາມາດປິດການແຈ້ງເຕືອນຂອງ App ອື່ນໆ ຈາກແຖບແຈ້ງເຕືອນໄດ້ທັນທີໂດຍບໍ່ຕ້ອງເຂົ້າໄປຫນ້າ Setting. ຟີເຈີຣ໌ Screen Time ຈະແຈ້ງຜູ້ໃຊ້ເປັນແຕ່ລະອາທິດວ່າໃຊ້ງານ IPhone ຫລື IPad ໄປເທົ່າໃດ ແລະ ຟີເຈີຣ໌ App Limits ຕັ້ງຄ່າຈຳກັດເວລາໃຊ້ງານ App ຕ່າງໆໃຫ້ເໝາະ ສຳລັບການຈຳກັດເວລາການຫລີ້ນໂທລະສັບຂອງລູກຫລານ.

IOS12 ຍັງສະຫນັບສະຫນູນການແຈ້ງເຕືອນແບບກຸ່ມ ແລະ ບໍ່ພຽງແຄ່ແຍກການແຈ້ງເຕືອນຕາມ App ແຕ່ແຍກຕາມຫມວດຫມູ່ ແລະ ປະເດັນຕ່າງໆໄດ້ອີກດ້ວຍ.

ສ່ວນໃນດ້ານການສື່ສານ Apple ພັດທະນາລະບົບ Messages ໂດຍຮູບ Animoji ສາມາດແລບລີ້ນໄດ້ແລ້ວ ແລະ ມີຮູບພາບໃຫມ່ໆເຊັ່ນ: ຜີ, ໂຄອາລາ, ເສືອ ແລະ ທີເຮັກ. ນອກຈາກນີ້ຍັງມີຟີເຈີຣ໌ໃຫມ່ຄື Memoji ເຮັດໃຫ້ສາມາດສ້າງ Animoji ສ່ວນຕົວໄດ້ທີ່ຫນ້າຕາຄືກັບຜູ້ໃຊ້ງານໄດ້ ດ້ານລະບົບ Facetime ແມ່ນໄດ້ເພີ່ມ Group Facetime ເຮັດໃຫ້ສາມາດສົນທະນາ Video ພ້ອມກັນຫລາຍຄົນໄດ້ອີກດ້ວຍ.

 

ແຫລ່ງຂ່າວຕ່າງປະເທດ TRN

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...