spot_img
Homeຂ່າວຕ່າງປະເທດສໍ່ແວວວຸ້ນວາຍອີກຄັ້ງ! "ຄິມ" ຂູ່ຍົກເລີກການພົບປະຫາລືກັບ "ໂດນັລ ທຣັມ"

ສໍ່ແວວວຸ້ນວາຍອີກຄັ້ງ! “ຄິມ” ຂູ່ຍົກເລີກການພົບປະຫາລືກັບ “ໂດນັລ ທຣັມ”

Published on

ເມື່ອວັນທີ 20 ພຶດສະພາ 2018 ເອເອຟພີລາຍງານວ່າ ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳສະຫະລັດ ຫາລືກັນທາງໂທລະສັບກັບປະທານາທິບໍດີ ມຸນ ແຈອິນ ຜູ້ນຳເກົາຫຼີໃຕ້ ຫຼັງທາງການເກົາຫຼີເໜືອຂູ່ຈະຍົກເລີກການເດີນທາງມາເຂົ້າຮ່ວມການປະຊຸມຄັ້ງປະຫວັດສາດກັບຜູ້ນຳສະຫະລັດທີ່ປະເທດສິງກະໂປໃນວັນທີ 12 ມິຖຸນານີ້ ເນື່ອງຈາກບໍ່ພໍໃຈເງື່ອນໄຂຂອງສະຫະລັດທີ່ຕ້ອງການໃຫ້ເກົາຫຼີເໜືອຢຸດຕິການຄອບຄອງອາວຸດນິວເຄຣຍພຽງຝ່າຍດຽວ

ຄວາມບໍ່ແນ່ນອນດັ່ງກ່າວຍັງຖືກຕອກຢ້ຳອີກຄັ້ງ ຫຼັງເກົາຫຼີເໜືອຍົກເລີກການປະຊຸມລະດັບສູງຮ່ວມກັບເກົາຫຼີໃຕ້ ຫຼັງກອງທັບສະຫະລັດ ແລະ ເກົາຫຼີໃຕ້ຮ່ວມເປີດປະຕິບັດການຊ້ອມຮົບ “ແມັກຊ໌ ທັນເດີ” ໃນແຫຼມເກົາຫຼີ ແຕ່ທັງສອງຊາດຍັງຖື່ວ່າການປະຊຸມທີ່ສິງກະໂປຈະຍັງມີຢູ່ຕາມກຳນົດການເດີມ

ວັນດຽວກັນເກົາຫຼີເໜືອຮຽກຮ້ອງໃຫ້ທາງເກົາຫຼີໃຕ້ນຳພົນລະເມືອງເກົາຫຼີເໜືອ 10 ຄົນ ທີ່ເຄີຍປະກອບອາຊີບເປັນພະນັກງານເສີບອາຫານ ແລະ ຫຼົບໜີຈາກຈີນມາທີ່ເກົາຫຼີໃຕ້ ເມື່ອ 2 ປີທີ່ຜ່ານມາ ໂດຍເກົາຫຼີເໜືອອ້າງວ່າ ພົນລະເມືອງກຸ່ມດັ່ງກ່າວຖືກເກົາຫຼີໃຕ້ລັກພາຕົວ ແຕ່ທາງເກົາຫຼີໃຕ້ປະຕິເສດຂໍ້ກ່າວຫາດັ່ງກ່າວ ເຊິ່ງເກົາຫຼີເໜືອລະບຸວ່າ ເກົາຫຼີໃຕ້ຈະຕ້ອງສົ່ງຕົວພົນລະເມືອງເຫຼົ່ານີ້ກັບຄືນເພື່ອສະແດງຄວາມຈິງໃຈໃນການຟື້ນຟູຄວາມສຳພັນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...