spot_img
Homeປະເພນີ-ວັດທະນະທຳປີໃໝ່ລາວ ແມ່ນການປ່ຽນ ປີຈຸລະສັງກາດ (ຈ.ສ), ບໍ່ແມ່ນການປ່ຽນປີ ພ.ສ ຫຼື ຄ.ສ!

ປີໃໝ່ລາວ ແມ່ນການປ່ຽນ ປີຈຸລະສັງກາດ (ຈ.ສ), ບໍ່ແມ່ນການປ່ຽນປີ ພ.ສ ຫຼື ຄ.ສ!

Published on

ບຸນປີໃຫມ່ລາວເຮົາໃກ້ຈະຫມູນວຽນຄົບຮອບມາອີກຄັ້ງຫນຶ່ງແລ້ວ ຫລາຍໆຄົນ ຫລາຍໆອົງກອນ ຫລາຍໆບໍລິສັດ ຫລາຍໆວັດວາອາຮາມ… ກໍ່ມີການກະກຽມເພື່ອສະເຫລີມສະຫລອງບູນປີໃຫມ່ລາວເຮົາຢ່າງຄຶກຄັກ ແຕ່ສິ່ງທີ່ເຄີຍກະທຳທີ່ຜ່ານໆມານັ້ນ ແມ່ນມີບາງສິ່ງທີ່ພາກັນເຮັດຜິດ ບໍຖືກຕ້ອງປານໃດ ນັ້ນກໍ່ຄື ການຂຽນ ປ້າຍ ສິ່ງຕ່າງໆ ວ່າ ສະບາຍດີປີໃຫມ່ລາວ ພສ 2561 ຫລື ຄສ 2018 ນັ້ນແມ່ນການຂຽນຜິດພາດຫລາຍ ເພາະບຸນປີໃຫມ່ລາວເຮົານັ້ນ ແມ່ນການປ່ຽນໂດຍການນັບເປັນປີ ຈຸລະສັກກຣາດ ຫລືຈຸລະສັງກຣາດ

ປີນີ້ ແມ່ນ ຈສ 1380 ລາວເຮົານຳໃຊ້ ຈຸລະສັກກຣາດ ຫລືຕົວຫຍໍ້ວ່າ ຈ.ສ ມາແຕ່ດົນນານແລ້ວ ໂດຍເຫັນໄດ້ໃນສິລຈາຣຶກແລະຫນັງສືຜູກບູຮານຕ່າງໆຢ່າງກວ້າງຂວາງ ຫລັກຖານທີ່ພົບເຫັນທີ່ເກົ່າແກ່ທີ່ສຸດເຊິ່ງມີການຍອມຮັບກັນແລ້ວ ແມ່ນສີລາຈາຣຶກພາສາລາວ ທີ່ບ້ານແຮ່ ເມືອງພັງໂຄນ ແຂວງສະກົນນະຄອນ ປະເທດໄທ ໃນປະຈຸບັນນີ້ເອງ ເຊິ່ງຈາຣຶກນີ້ສ້າງຂຶ້ນເມື່ອ ປີ ຈ.ສ 712 ສ່ວນທີ່ເກົ່າແກ່ສຸດໆ ນັ້ນແມ່ນສີລາຈາຣຶກ ຫລັກທີ່ 1 ຂອງວັດວິຊຸນນະຣາຊ ຫລວງພຣະບາງ ປະຈຸບັນແມ່ນຮັກສາໄວ້ທີ່ຫໍພິພິຕະພັນ ພຣະຣາຊວັງເກົ່າ ຫລວງພຣະບາງ ມີຂໍ້ຄວາມຈາຣຶກໄວ້ວ່າ ຈ.ສ 532 ຫິນຫລັກເມືອງວຽງຈັນ ກໍ່ມີການຈາຣຶກດ້ວຍ ຈຸລະສັກກຣາດວ່າມີຂຶ້ນ ເມື່ອມື້ແຮມ 10 ຄ່ຳ ປີກຸນ ຫລື ປີສັດໄຄ້ ຈຸລະສັກກຣາດ ( ຈ.ສ) 901 ກົງກັບວັນຈັນ ທີ່ 16 ກຸມພາ ຄສ 1540.

ປະຈຸບັນນີ້ມີການກ່າວເຖິງລູລະສັກກຣາດ ແຕ່ວົງແຄບໆ ແລະຄົນສ່ວນຫລາຍກໍ່ຍັງບໍຮູ້ດ້ວຍຊ້ຳວ່າ ຈສ ແມ່ນຫຍັງ ແຕ່ຈະຮູ້ຈັກສະເພາະບາງຄົນ ບາງວັດ ໃນໄລຍະບູນປີໃຫມ່ລາວເທົ່ານັ້ນ ເພາະຂາດຄວາມຮູ້ເລື່ອງ ຈສ ເພາະ ຈຸລະສັງກຣາດ ນັ້ນແມ່ນມີຄວາມສຳຄັນກັບປະຫວັດສາດລາວເຮົາມາແຕ່ດຶກດຳບັນ ຖ້າໃຜຄົ້ນຄວ້າ ເອກະສານບູຮານ ຈະເຫັນແຕ່ຈຸລະສັກກຣາດບັນທຶກໄວ້ ທີ່ມາແລະຄວາມຫມາຍຂອງປີ ຈສ ແມ່ນມີຄື : – ຈຸລະສັກກຣາດ ( ຈ.ສ ) ເປັນມື້ບຸນປີໃຫມ່ລາວ ແມ່ນມື້ປ່ຽນ ຈຸລະສັກກຣາດ ເຊິ່ງມີການຂຽນຫຍໍ້ວ່າ : ຈ.ສ ຄຳວ່າ ຈຸລະ ແປວ່າ:ນ້ອຍ, ລຸ້ນ/ຫລັງ ແລະຄຳວ່າ ສັກກະຣາດ ແປວ່າ: ການກຳນົດ ທີ່ມາຈາກຈຸລະສັກກຣາດນີ້ ໃນເອກະສານມີການບັນທຶກໄວ້ວ່າ : ສ້າງຂຶ້ນໃນເຂດແຄວ້ນພຸກາມ ( ມຽນມາ ) ພາຍຫລັງພຸດທະສັກກຣາດລ່ວງມາໄດ້ 1,181 ປີ ( ຄສ 638 ) ໂດຍມີຣາຊຄູ ຫລືສົມເດັດພຣະສັງຄະຣາຊ ອົງທີ່ 1 ຊືວ່າ : ປຸບພຣະໂສຣະທັນ ເຊິ່ງໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນຫລາຍ ຫລັງຈາກນັ້ນຈຶ່ງໄດ້ລາຊີກຂາເພດ ຫລືສິກອອກຈາກວັດມາຍຶດຣາຊະສົມບັດ ( ຍຶດອຳນາດ ) ຂອງກະສັດແລ້ວຕັ້ງຕົນເປັນເຈົ້າຊີວິດແທນ ເພື່ອສະຫລອງໄຊຊະນະອັນນີ້ ແລະໃຫ້ເປັນອະນຸສອນສຶບໄປເພິ່ນຈຶ່ງນຳໃຊ້ແລະຕັ້ງສັກກຣາດຂຶ້ນມາໃຫມ່ ນຳໃຊ້ໃນພູມເຂດແດນຂອງຕົນຕັ້ງ ແຕ່ວັນອາທິດ ປີກຸນ ພ.ສ 1881 ເປັນຕົ້ນມາ.

ອີງຕາມເວັບໄຊ ໄດ້ກ່າວໄວ້ວ່າ ຈຸລະສັກກຣາດ Chula Sakarat, MinorEra ພາສາບາລີວ່າ : Culasakaraj ເປັນສັກກຣາດທີ່ເລີ່ມເມື່ອ ພ.ສ 1181 ( ຄ.ສ 638 ) ນັບຮ້ອຍປີ ຕັ້ງແຕ່ 16 ເມສາ ເຖິງ 15 ເມສາ ຜູ້ກຳນົດໃຫ້ນຳໃຊ້ຈຸລະສັກກຣາດ ກໍ່ຄື : ພຣະຍາກະຣະວັນນະດິດ ເມື່ອຄັ້ງມີກອງປະຊຸມກະສັດໃນລ້ານນາ ທີ່ໄດ້ມາປະຊຸມເຫລົ່າກະສັດທຳການລຶບສັກກຣາດປີມະຫາສັກກຣາດ ແລ້ວພາກັນຕັ້ງຈຸລະສັກກຣາດຂຶ້ນມາແທນເດີມ ເຊິ່ງເຂົ້າໃຈວ່າເປັນສັກກຣາດຂອງມຽນມາ ເຊິ່ງປາກົດຢູ່ໃນຕຳລາໂຫລາສາດ ແຕ່ວ່າປີທີ່ຕັ້ງຈຸລະສັກກຣາດນັ້ນເປັນເວລາກ່ອນປີທີ່ ພຣະເຈົ້າອະໂນຣະທາມັງຊໍ ຈະປະສູດເມື່ອໄທອະໂຍທະຍາ ຮັບເອົາສັກກຣາດນີ້ໄປໃຊ້ ເລີຍເກີດມີຄວາມເຊື່ອກັນວ່າເປັນສັກກຣາດຂອງມຽນມາ ຈຸລະສັກກຣາດນຳມາໃຊ້ແຜ່ຫລາຍ ໃນຂົງເຂດອານາຈັກລ້ານນາ , ສຸໂຂໄທ ສະໄຫມຫລັງ ແລະອານາຈັກອະຍຸດທະຍາ ໃນສະໄຫມເຈົ້າປາສາດທອງ ຊົງມີການຕັດປີຈຸລະສັກກຣາດ ແລະໃຊ້ປີຈຸລາມະນີແທນ ເປັນຜົນເຮັດໃຫ້ປີນັກສັດມີການເຄື່ອນໄປສາມປີ ຕໍ່ມາຈຶ່ງປ່ຽນໄປໃຊ້ປີຈຸລະສັກກຣາດຕາມເດີມ.

ທີ່ມາຂອງ ພສ ຫລືວ່າ ພຸດທະສັກກຣາດ : ແມ່ນການນັບປີໂດຍກຳນົດເລິ່ມຕົ້ນພາຍຫລັງພຣະສັມມາສັມພຸດທະເຈົ້າສະເດັດດັບຂັນປະຣິນິພານ ໃນວັນເພັງເດືອນ 6 ຕາມຄຳເຫັນຂອງບັນດານັກປຣາດທັງຫລາຍກ່າວໄວ້ ພຣະສັມມາສັມພຸດທະເຈົາປະຣິນິພານລ່ວງໄປໄດ້ 3 ເດືອນ ເຫລົ່າບັນດາສົງສາວົກທັງຫລາຍ ໂດຍມີພຣະມະຫາສັດສະປະ ເປັນປະທານນຳພາຄະນະສົງສັງຄາຍະນາຄຳສອນພຣະສັມມາສັມພຸທທະເຈົ້າ ເພິ່ນຈິ່ງເລິ່ມພາກັນສ້າງ ພ.ສ 1 ຂຶ້ນມາ ການປ່ຽນພຸດທະສັກກຣາດ ແມ່ນບໍ່ມີຄວາມເປັນເອກະພາບກັນ ກ່າວຄືມີເຖິງ 3 ແບບ ດັ່ງນີ້ : – ປ່ຽນພ້ອມກັບ ຄ.ສ ແບບສາກົນ ດັ່ງຄືປະເທດໄທ ປ່ຽນ ພ.ສ ພ້ອມກັບ ຄ.ສ ມາແຕ່ ພ.ສ 2484 ເຮັດໃຫ້ ພ.ສ2483 ມີພຽງ 9 ເດືອນ ເທົ່ານັ້ນ ຄື : ເມສາ-ທັນວາ – ປ່ຽນພ້ອມຈຸລະສັກກຣາດໃນວັນປີໃຫມ່ສົງການ ( ການປ່ຽນແບບນີ້ຫລາຍສຸດ ຍ້ອນຄວາມເຂົ້າໃຈຜິດ ຄິດວ່າສົ່ງການເປັນປະເພນີປີໃຫມ່ ຂອງພຣະພຸດທະສາສະໜາ. – ປ່ຽນພາຍຫລັງວັນວິສາຂະບູຊາ

ທີ່ມາຂອງ ຄ.ສ ຫລື ຄຣິດຕະສັກກຣາດ: ຄຣິດຕະສັກກຣາດ ໃນພາສາອັງກິດ Anno Domini ຫຍໍ້ມາຈາກພາສາລາຕິນວ່າ : Anno Domini Nostri Lesu Christi ແປວ່າ ປຂອງພຣະຜູ້ເປັນເຈົ້າເຍຊູຄຣິດ ເປັນປີທີ່ໃຊ້ອ້າງອີງໂດຍເລິ່ມນັບຈາກປີທີ່ເຊື່ອກັນວ່າ ພຣະເຍຊູຄຣິດເກີດ ແລະມີອາຍຸຄົບຮອບ 1 ປີ ເປັນ ຄ.ສ ທີ່ 1 ເຊິ່ງກົງກັບປີພຸດທະສັກກຣາດ 544 ແລະມີໄລຍະຫວ່າງຈາກພຸດທະສັກກຣາດ 543 ປີ

ເນື້ອໃນຂໍ້ມູນໄດ້ຈາກບາງຕອນຂອງປື້ມ ສົງການລາວມາແຕ່ໃສ ? ຂອງພຣະໄພວັນ ມາລາວົງ

 

ຂໍ້ມູນຈາກ: Art and Culture of Laos

ບົດຄວາມຫຼ້າສຸດ

ເສຍຊີວິດກໍລະນີທີ 5 ຈາກການດື່ມເຄື່ອງດື່ມທີ່ປະສົມສານປົນເປື້ອນທີ່ວັງວຽງ

ຈາກກໍລະນີທີ່ສັງຄົມໃຫ້ການຕິດຕາມຢ່າງໃກ້ຊິດກ່ຽວກັບນັກທ່ອງທ່ຽວກຸ່ມໜຶ່ງມາທ່ຽວໃນເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ແລ້ວໄດ້ເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າທີ່ຄາດວ່າມີສານປົນເປື້ອນ ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ. ລາຍງານຈາກ ABC News ອົດສະຕາລີ ຫຼ້າສຸດ,...

ເສຍຊີວິດກໍລະນີທີ 4 ຈາກການດື່ມເຫຼົ້າປະສົມສານປົນເປື້ອນທີ່ວັງວຽງ

ຈາກກໍລະນີທີ່ສັງຄົມໃຫ້ການຕິດຕາມຢ່າງໃກ້ຊິດກ່ຽວກັບນັກທ່ອງທ່ຽວກຸ່ມໜຶ່ງມາທ່ຽວໃນເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ແລ້ວໄດ້ເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າທີ່ຄາດວ່າມີສານປົນເປື້ອນ ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ. ລາຍງານຈາກ ABC News ອົດສະຕາລີ ຫຼ້າສຸດ,...

ເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນຢ່າງເປັນທາງການ

ເປີດດ່ານປ່າຮ່າງ ເມືອງສົບເບົາ ແຂວງຫົວພັນ ແລະ ດ່ານລ່ອງເຊີບ ເມືອງມົກເຈົາ ແຂວງເຊີນລາ ສສ ຫວຽດນາມ ເປັນດ່ານສາກົນຢ່າງເປັນທາງການ ໃນວັນທີ 19 ພະຈິກ 2024...

ພະຍາກອນອາກາດ ປະຈໍາວັນທີ 20 ພະຈິກ 2024, ເວລາ 12 ໂມງ 00

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອທີ່ມີກໍາລັງປານກາງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງໃນເເຕ່ລະພາກ, ອາກາດຫນາວເຢັນຢູ່ເເຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີຫມອກຫນາປົກຫຸ້ມບາງທ້ອງຖິ່ນໃນຕອນເຊົ້າ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ...