spot_img
Homeວິທະຍາສາດ-ວິທະຍາການປີ 2018 ຈະມີຕັບອ່ອນທຽມຈະຖືກວາງຈຳໜ່າຍ ຜູ້ປ່ວຍໂຣກເບົາຫວານຊະນິດທີ 1 ມີຄວາມຫວັງ

ປີ 2018 ຈະມີຕັບອ່ອນທຽມຈະຖືກວາງຈຳໜ່າຍ ຜູ້ປ່ວຍໂຣກເບົາຫວານຊະນິດທີ 1 ມີຄວາມຫວັງ

Published on

ເປັນອີກໜຶ່ງຂ່າວດີສຳລັບວົງການວິທະຍາສາດການແພດ ໂດຍສະເພາະຜູ້ປ່ວຍໂຣກເບົາຫວານຊະນິດທີ 1 ເພາະຄາດວ່າພາຍໃນປີ 2018 ຈະມີຕັບອ່ອນທຽມຈຳໜ່າຍແລ້ວ

ປັດຈຸບັນອົງການອາຫານ ແລະ ຢາແຫ່ງສະຫະລັດອາເມລິກາ (FDA) ກຳລັງກວດສອບທົບທວນຂໍ້ສະເໜີລະດັບດັບອ່ອນທຽມຢູ່ລາຍໜຶ່ງ ໂດຍຄາດວ່າຈະໄດ້ຮັບການອະນຸມັດໃນປີໜ້າ ຂະນະທີ່ສະຖາບັນວິໄຈສຸຂະພາບແຫ່ງຊາດຂອງສະຫະຣາຊະອານາຈັກ (ອັງກິດ) ຄາດວ່າລະບົບຕັບອ່ອນທຽມໜ້າຈະໃຊ້ງານໄດ້ສົມບູນພາຍໃນທ້າຍປີ 2018

ຄຸນສົມບັດຂອງຕັບອ່ອນທຽມແມ່ນໄດ້ຮວມເອົາຂະບວນການວັດລະດັບນ້ຳຕານໃນເລືອດ ແລະ ການໃຫ້ອິນຊູລິນໃນປະລິມານທີ່ເໝາະສົມມາໄວ້ໃນອຸປະກອນດຽວ ໂດຍການສອດເຂັມໄວ້ລືບຜິວໜັງເຮັດໃຫ້ສາມາດກວດວັດຕິດຕາມລະດັບນ້ຳຕານໃນເລືອດໄດ້ຢ່າງຕໍ່ເນື່ອງ ແລະ ການໃຫ້ອິນຊູລິນຈະຖືກດຳເນີນການໂດຍລະບົບບໍລິຫານຈັດການອິນຊູລິນແບບອັດຕະໂນມັດເມື່ອມີຄວາມຈຳເປັນ ເຊິ່ງສາມາດຍົກເລີກພາລະຂອງການດູແລຕົນເອງຂອງຜູ້ປ່ວຍ ແລະ ຍັງໝັ້ນໃຈໄດ້ຍິ່ງຂຶ້ນວ່ານ້ຳຕານໃນເລືອດຈະຢູ່ໃນລະດັບດີຕະລອດເວລາ

 

ແຫລ່ງຂໍ້ມູນຈາກ: www.takieng.com

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...